ສປປ ລາວ ວາງຄາດໝາຍສູ້ຊົນ ດ້ານວຽກງານທ່ອງທ່ຽວ ໃນປີ 2023 ໂດຍຈະສູ້ຊົນດຶງດູດນັກທ່ອງທ່ຽວພາກພື້ນ ແລະ ສາກົນ ໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາສະຫະລັດ ສະເລ່ຍໄລຍະພັກເຊົາ 7 ວັນ ຕໍ່ຄົນ. ພ້ອມນີ້, ຈະສູ້ຊົນສົ່ງເສີມນັກທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ໄດ້ 1,2 ລ້ານເທື່ອຄົນ ສ້າງລາຍຮັບໄດ້ 1,3 ຕື້ກີບ ສະເລ່ຍໄລຍະພັກເຊົາ 2 ວັນ ຕໍ່ຄົນ ໂດຍມີການປະສານສົມທົບລະຫວ່າງພາກລັດ ແລະ ພາກທຸລະກິດໃນການສ້າງກິດຈະກໍາການທ່ອງທ່ຽວ.

ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ໃນວັນທີ 23 ມັງກອນ 2023 ທີ່ຫໍວັດທະນະທຳແຫ່ງຊາດ ແລະ ທ່ານ ຍັງໃຫ້ຮູ້ອີກວ່າ: ພ້ອມກັນນີ້, ກະຊວງ ຖວທ ຈະສູ້ຊົນປັບປຸງແຜນຍຸດທະສາດການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ (Lao National Ecotourism Strategy) ສໍາລັບປີ 2023-2030 ໃຫ້ສໍາເລັດ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການວາງແຜນພັດທະນາການທ່ອງທ່ຽວ ແລະ ສຳຫຼວດ, ຈັດສັນກໍານົດຂອບເຂດ, ປັກຫຼັກໝາຍ ແລະ ອອກໃບຢັ້ງຢືນຂອບເຂດແຫຼ່ງທ່ອງທ່ຽວໃຫ້ໄດ້ 5 ແຫ່ງ; ສູ້ຊົນປັບປຸງບັນດາເມືອງທ່ອງທ່ຽວໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນໃຫ້ໄດ້ 03 ແຫ່ງ.

ນອກຈາກນີ້, ຈະພ້ອມກັນສູ້ຊົນປັບປຸງຄຸນະພາບເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໃຫ້ໄດ້ມາດຕະຖານ ສປປ ລາວ ແລະ ມາດຕະຖານອາຊຽນ ໃຫ້ໄດ້ 2 ແຫ່ງ ເພື່ອກະກຽມສະເໜີຮັບຮາງວັນມາດຕະຖານລະດັບອາຊຽນ.

ຂອບໃຈຂໍ້ມູນຈາກ: https://bit.ly/3Jhxc3b
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/