ປາກີສະຖານເປັນເປັນປະເທດໜຶ່ງທີ່ກໍາລັງພົບກັບວິກິດ ນ້ຳຖ້ວມ ຢ່າງໜັກ ເນື່ອງຈາກວ່າພາຍຸມໍລະສຸມລະດູຮ້ອນເຮັດໃຫ້ຝົນຕົກຢ່າງຕໍ່ເນື່ອງທົ່ວປະເທດ ຕັ້ງແຕ່ໄລຍະກາງເດືອນມິຖຸນາທີ່ຜ່ານມາ ຈົນມາຮອດວັນທີ 28 ສິງຫາ 2022.

ຈາກຜົນກະທົບດັ່ງກ່າວແມ່ນໄດ້ສ້າງຄວາມເສຍຫາຍແກ່ປະຊາຊົນ, ບ່ອນຢູ່ອາໄສ ແລະ ຊັບສົມບັດ ຢ່າງຫຼວງຫຼາຍ ໂດຍທາງໜ່ວຍງານຈັດການໄພພິບັດຂອງປາກີສະຖານ (NDMA) ລະບຸວ່າມີຜູ້ເສຍຊີວິດສະສົມແລ້ວ 1,033 ຄົນ, ບາດເຈັບຢ່າງໜ້ອຍ 1,456 ຄົນ, ເຮືອນເກືອບ 2.2 ແສນຫຼັງຖືກທຳລາຍ ແລະ ໄດ້ຮັບຜົນເສຍຫາຍໜັກອີກ 5.5 ແສນຫຼັງ. ພ້ອມນີ້ ຍັງເຮັດໃຫ້ມີຜູ້ໄດ້ຜົນກະທົບໜັກອີກກວ່າ 33 ລ້ານຄົນ ເຊິ່ງຄິດເປັນ 15% ຂອງຈໍານວນປະຊາກອນໃນປະເທດ.


ທາງພາກຕາເວັນອອກສຽງເໜືອຂອງປະເທດ ປະຊາຊົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກເຮືອນຂອງຕົນ ຫຼັງຈາກແມ່ນ້ຳໃນລັດໄຄເບີປັກຕຸງຄົວ (Khyber Pakhtunkhwa) ໄດ້ເກີດລົ້ນອອກຈາກຕະຫຼິ່ງເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ປະຊາຊົນຕ້ອງຫາບ່ອນພັກເຊົາຊົ່ວຄາວຢູ່ຂ້າງທາງ ເນື່ອງຈາກຖະໜົນຍົກລະດັບເປັນໜຶ່ງໃນພື້ນທີ່ ທີ່ີບໍ່ຖືກນ້ຳຖ້ວມ.

ຂະນະທີ່ໃນລັດຊິນ (Sindh) ທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດໄດ້ຮັບຜົນກະທົບຢ່າງໜັກເຊັ່ນ ປະຊາຊົນກາຍເປັນຄົນບໍ່ມີເຮືອນຢູ່ ເພາະບ້ານເຮືອນເສຍຫາຍຈາກນ້ຳຖ້ວມ. ພ້ອມນີ້ແລ້ວພື້ນທີ່ປູກຝັງກວ່າ 2 ລ້ານເອເຄີ ຫຼື ປະມານ 8,093 ກິໂລຕາແມັດ ແມ່ນຖືກທຳລາຍ.

ຫຼ້າສຸດນີ້ ລັດຖະບານປາກີສະຖານຍັງໄດ້ຮຽກຮ້ອງຕໍ່ນານາຊາດເພື່ອຂໍຄວາມຊ່ວຍເຫຼືອໃນການແກ້ໄຂສະຖານະການໄພພິບັດຄັ້ງນີ້ ໂດຍສະເພາະເງິນທຶນທີ່ຕ້ອງໄດ້ນຳມາໃຫ້ຮັບມືກັບນ້ຳຖ້ວມ ເຊິ່ງທີ່ຜ່ານມາແມ່ນມີ ສະຫະລັດອາເມຣິກາ, ສະຫາລາຊະອານາຈັກ, ສະຫະລັດອາຣັບເອມິເຣດ ແລະ ປະເທດອື່ນໆ ກໍໄດ້ຍື່ນມືໃຫ້ຄວາມຊ່ວຍເຫຼືອແລ້ວ ແຕ່ກໍຍັງບໍ່ພໍກັບທີ່ຈຳເປັນຕ້ອງໃຊ້.
“ໃນເວລາທີ່ຜ່ານມາ ປາກີສະຖານ ຕ້ອງຕໍ່ສູ້ກັບບັນຫາທາງເສດຖະກິດຢູ່ແລ້ວ ແລະ ຕອນນີ້ເກືອບຈະເອົາຊະນະມັນໄດ້ແລ້ວ ແຕ່ກໍຕ້ອງມາພົບກັບໄພພິບັດຈາກມໍລະສຸມ” ຊັລມານ ຊູຟີ (Salman Sufi) ລັດຖະມົນຕີວ່າການກະຊວງພາຍໃນຂອງປາກີສະຖານໄດ້ໃຫ້ສຳພາດກັບ BBC.

ນອກຈາກນີ້ແລ້ວ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາລັດຖະບານປາກີສະຖານແມ່ນຍັງໄດ້ປະກາດ ‘ພາວະສຸກເສີນທົ່ວປະເທດ’ ເພື່ອຮັບມືກັບສະຖານະການໃຫ້ດີຂຶ້ນ.
ເຊີຣີ ເຣມານ (Sherry Rehman) ລັດຖະມົນຕີວ່າການກະຊວງການປ່ຽນແປງສະພາບພູມອາກາດລະບຸວ່າ ໄພນ້ຳຖ້ວມຄັ້ງນີ້ນັບວ່າເປັນ ຫາຍະນະທາງມະນຸດສະທຳທີ່ຮຸນແຮງທີ່ສຸດຂອງທົດສະວັດນີ້ ພ້ອມກັບບອກວ່າຂະນະນີ້ປາກີສະຖານກໍາລັງປະເຊີນກັບມໍລະສຸມຮອບທີ 8 ແລ້ວ ທັ້ງໆທີ່ປົກກະຕິແລ້ວຈະມີຝົນພຽງ 3-4 ຮອບເທົ່ານັ້ນ.
ທີ່ມາ:
- https://cutt.ly/0X8aIdl
- https://cutt.ly/VX8aACv
- https://cutt.ly/3X8aD4s
- https://cutt.ly/BX8aKb0
- https://cutt.ly/4X8aXsh
- https://cutt.ly/3X8aV8q
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment