Starlink ແມ່ນບໍລິການອິນເຕີເນັດດາວທຽມຄວາມໄວສູງ ທີ່ເປັນໜຶ່ງໃນໂຄງການທີ່ພັດທະນາໂດຍ SpaceX ນຳໂດຍມະຫາເສດຖີ Elon Musk. ຈຸດປະສົງຂອງໂຄງການນີ້ ແມ່ນຢາກເຮັດໃຫ້ຄົນທົ່ວໂລກເຂົ້າເຖິງອິນເຕີເນັດໄດ້ໃນເວລາດຽວກັນ ໂດຍບໍ່ມີການຈໍາກັດໃດໆ.

ໃນວັນທີ 31 ມີນາ 2022 ມີລາຍງານອອກມາວ່າ ຟິລິບປິນກຽມຕົວທີ່ຈະຈັບມືກັບໂຄງການ Starlink ຂອງ SpaceX ເຊິ່ງຈະໃຫ້ບໍລິການອິນເຕີເນັດດາວທຽມຄວາມໄວສູງ ເປັນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ອີງຕາມຖະແຫຼງການຂອງ ທ່ານ Roman M.Lopez ເລຂາທິການ ການຄ້າ ແລະ ອຸດສາຫະກຳ ກ່າວວ່າ: ໂຄງການນີ້ ຢູ່ໃນຂັ້ນຕອນການດຳເນີນງານຢູ່ ແລະ ຄາດວ່າໂຄງການດັ່ງກ່າວຈະສຳເລັດກ່ອນທີ່ປະທານາທິບໍດີ Rodrigo Duterte ຈະລາອອກຈາກຕຳແໜ່ງໃນວັນທີ 30 ມິຖຸນານີ້.

ການເຈລະຈາກ່ຽວກັບການສ້າງຕັ້ງໂຄງການ SpaceX ໃນປະເທດຄັ້ງນີ້ ໄດ້ເລີ່ມຕົ້ນຂຶ້ນໃນເດືອນພະຈິກ ຂອງປີ 2021 ທີ່ຜ່ານມາ. ທ່ານ Lopez ກ່າວວ່າການລົງນາມໃນຮ່າງກົດໝາຍວ່າດ້ວຍການບໍລິການສາທາລະນະສະບັບປັບປຸງເມື່ອບໍ່ດົນມານີ້ ທີ່ອະນຸຍາດໃຫ້ຄົນຕ່າງປະເທດສາມາດເປັນເຈົ້າຂອງບໍລິການສາທາລະນະໃນປະເທດໄດ້ເຖິງ 100%, ເຊິ່ງນີ້ແມ່ນເປັນປັດໄຈສຳຄັນໃນການຕັດສິນໃຈລົງທຶນ.

ໂດຍໂຄງການຂອງ SpaceX ຄັ້ງນີ້ແມ່ນຈະໃຫ້ບໍລິການອິນເຕີເນັດ ໃນຟິລິບປິນໂດຍນຳໃຊ້ Low Earth Orbit (LEO) ຫຼື ດາວທຽມວົງໂຄຈອນຕໍ່າ. ໂດຍໃນວົງໂຄຈອນດັ່ງກ່າວ ປະກອບມີ ດາວທຽມທີ່ໂຄຈອນຢູ່ຫຼາຍກວ່າ 1,600 ດວງ ໃນກາງປີ 2021 ແລະ ໃນອະນາຄົດກໍຈະມີອີກຫຼາຍພັນດວງ ເຊິ່ງສື່ສານກັບເຄື່ອງຮັບສັນຍານຈາກພາກພື້ນດິນທີ່ກຳນົດໄວ້.

ການເປີດຕົວ Starlink ຂອງ SpaceX ໃນປະເທດຄັ້ງນີ້ຈະຊ່ວຍໃຫ້ຄວາມໄວ Broadband ໄວຫຼາຍຂຶ້ນ, ມີການເຊື່ອມຕໍ່ທີ່ດີຂຶ້ນ, ຄວາມສາມາດສໍາລັບການບໍລິການໂທລະຄົມຈະມີຫຼາຍຂຶ້ນ ພ້ອມກັບລາຄາທີ່ເໝາະສົມ ແລະ ບໍ່ແພງໃຫ້ກັບຜູ້ບໍລິໂພກ. “ລະບົບຂອງພວກເຂົາເຈົ້າຈະຊ່ວຍເສີມຂະຫຍາຍຄວາມສາມາດຂອງ Broadband ທີ່ມີຢູ່ແລ້ວ. ສິ່ງນີ້ຈະເພີ່ມຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ອຳນວຍຄວາມສະດວກໃຫ້ແກ່ການຮຽນຮູ້ທາງອິນເຕີເນັດ, E-commerce ແລະ Fintech.”

ປັດຈຸບັນ, SpaceX ກຳລັງສ້າງຕັ້ງໜ່ວຍງານທ້ອງຖິ່ນຂອງຟິລິບປິນ ເຊິ່ງຈະເປັນບໍລິສັດຍ່ອຍທີ່ເປັນເຈົ້າຂອງທັງໝົດ ຕັ້ງເປົ້າວ່າຈະໃຊ້ Gate way 3 ແຫ່ງໃນໄລຍະຕົ້ນຂອງການເປີດຕົວ. ຟິລິບປິນຈະເປັນປະເທດທຳອິດໃນອາຊີຕາເວັນອອກສຽງໃຕ້ທີ່ນຳໃຊ້ເທັກໂນໂລຢີດັ່ງກ່າວເພື່ອນຳເອົາການເຊື່ອມຕໍ່ອິນເຕີເນັດດາວທຽມຄວາມໄວສູງມາໃຫ້ລູກຄ້າ. ໂດຍສະເພາະໃນເຂດທີ່ການເຊື່ອມຕໍ່ມີຄວາມຫຍຸ້ງຍາກ ຫຼື ເປັນໄປບໍ່ໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/