ທ່ານ ຮຸນເຊັນ ນາຍົກ ລັດຖະມົນຕີ ກຳປູເຈຍ ຖະແຫຼງວ່າ: ກຳປູເຈຍ ໃກ້ຫຼຸດພົ້ນອອກຈາກສະຖານະ ປະເທດດ້ອຍພັດທະນາ ພາຍໃນປີ 2027 ແລະ ຈະບັນລຸເປົ້າໝາຍ ການເປັນປະເທດ ທີ່ມີລາຍໄດ້ປານກາງ ພາຍໃນປີ 2030 ແລະ ຈະກາຍເປັນ ປະເທດທີ່ມີລາຍໄດ້ສູງສຸດ ພາຍໃນປີ 2050. ການຮັກສາ ສັນຕິພາບ ແລະ ເສລີພາບ ທາງການເມືອງ ເປັນຂໍ້ກຳນົດ ເບື້ອງຕົ້ນທີ່ມີຄວາມສຳຄັນທີ່ສຸດ ສຳລັບການບັນລຸເປົ້າໝາຍເຫຼົ່ານີ້.
ກຳປູເຈຍ ມີຄວາມໝັ້ນໃຈໃນອີກ 6 ປີທາງໜ້າ ປະກາດຕົວວ່າຈະເປັນປະເທດທີ່ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ຫຼື ປະເທດພັດທະນາໜ້ອຍທີ່ສຸດ. ໂດຍເມື່ອຕົ້ນປີທີ່ຜ່ານມາ ສປປ ລາວກໍປະກາດວ່າຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ເພາະມີໂຄງການຫຼາຍພາຍໃນປະເທດ. ໂດຍປະເທດທີ່ພັດທະນາໜ້ອຍແມ່ນປະຊາກອນມີລາຍໄດ້ຕ່ຳ.

ທາງລັດຖະບານກຳປູເຈຍ ໃນງານສຳມະນາRCEP ຄວາມທ້າທາຍການເຕີບໂຕ ໃນອາຊີຕາເວັນອອກສຽງໃຕ້ ເຊິ່ງຈັດໂດຍສະຖາບັນວິໄຈເສດຖະກິດໃນກຸ່ມ “RCEP” ມີສະມາຊິກ 15 ຊາດດ້ວຍກັນ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ. ກຳປູເຈຍ ໄດ້ກຳນົດເປົ້າໝາຍໃນການພັດທະນາປະເທດໃຫ້ສອດຄ່ອງກັບຂໍ້ຕົກລົງໃນການຄ້າ ເພາະເມື່ອມີ “RCEP” ກໍານົດໄວ້ເລີຍວ່າປີ 2027 ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ໃນປີ 2050 ຈະກາຍເປັນປະເທດທີ່ມີລາຍໄດ້ສູງ.

ນອກຈາກນີ້ ທະນາຄານໂລກກໍຍັງຕັ້ງຂໍ້ສັງເກດທີ່ໜ້າສົນໃຈ ບອກວ່າກຳປູເຈຍຕິດອັນດັບ 3 ໃນກຸ່ມປະເທດທີ່ “RCEP” ມີລາຍໄດ້ປະຊາກອນ ເພີ່ມຂຶ້ນໃຫ້ເຫັນວ່າມີການສົ່ງອອກຢ່າງເຕີບໂຕ. ໂດຍທີ່ສະມາຊິກອັນດັບໜຶ່ງແມ່ນຫວຽດນາມ ແລະ ຕາມມາດ້ວຍມາເລເຊຍ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/