“ບໍ່ເອົາຕຳແໜ່ງ ບໍ່ແຂ່ງກັບໃຜ ບໍ່ใຝ່ຝັນເປັນຫົວໜ້າ”  ມາຮູ້ຈັກຄ່ານິຍົມ Quiet Ambition ໄວໜຸ່ມຍຸກໃໝ່ ທີ່ພໍໃຈກັບຄວາມທຳມະດາ


ເມື່ອເວົ້າເຖິງກະແສຄວາມນິຍົມການເຮັດວຽກໃນເມື່ອກ່ອນ ພະນັກງານສ່ວນໃຫຍ່ຈະພະຍາຍາມທຸ້ມເທພັດທະນາຕົນເອງຢ່າງໜັກ ເພື່ອໃຫ້ໄດ້ຮັບການເລື່ອນຊັ້ນເລື່ອນຕໍາແໜ່ງ ແລະ ໄດ້ກ້າວຂຶ້ນມາຢູ່ໃນຕໍາແໜ່ງສູງທີ່ສຸດຂອງອົງກອນ. ແຕ່ມາຮອດໄລຍະນີ້ ໃນບັນດາກຸ່ມພະນັກງານຂອງບໍລິສັດໃຫຍ່ໆຂອງຕ່າງປະເທດ ເລີ່ມມີຄ່ານິຍົມແບບໃໝ່ ນັ້ນກໍຄື ຄ່ານິຍົມ  “Quiet Ambition” ຫຼື ການທີ່ພະນັກງານບໍ່ຕ້ອງການໄດ້ຮັບການເລື່ອນຊັ້ນເລື່ອນຕໍາແໜ່ງຂຶ້ນເປັນຫົວໜ້າ ຫຼື ຜູ້ບໍລິຫານ.

ໃນຍຸກປັດຈຸບັນ ຖ້າຫາກການທີ່ເຮົາຕ້ອງຂຶ້ນເປັນຫົວໜ້າໃນສາຍງານຂອງຕົນ ຫຼື ກ້າວຂຶ້ນໄປເປັນຜູ້ບໍລິຫານ ອາດໄດ້ເງິນເດືອນເພີ່ມຂຶ້ນໃນລະດັບໃດໜຶ່ງ ແຕ່ວ່າຈະຕ້ອງແລກກັບການສູນເສຍອິດສະຫຼະພາບທາງດ້ານເວລາ, ສູນເສຍສັງຄົມເນື່ອງຈາກພາລະຄວາມຮັບຜິດຊອບທີ່ໜັກຂຶ້ນ, ສູນເສຍສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍ ແລະ ອື່ນໆ ຈຶ່ງເປັນສາເຫດເຮັດໃຫ້ໄວໜຸ່ມຮຸ່ນໃໝ່ ໃຫ້ຄວາມສົນໃຈຕໍ່ການໃຊ້ຊີວິດໃນແບບທຳມະດາທີ່ຮຽບງ່າຍ ຫຼາຍກວ່າການເປັນຫົວໜ້າ. 

ອີງຕາມຜົນສໍາຫຼວດຈາກກຸ່ມຕົວຢ່າງ ຈຳນວນ 1,000 ຄົນຢູ່ທີ່ ສ.ອາເມຣິກາ ໂດຍບໍລິສັດ Visier ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ອາເມລິກາ ເປັນບໍລິສັດທີ່ເຮັດກ່ຽວກັບການພັດທະນາລະບົບໂປຣແກຣມການບໍລິຫານຈັດການຊັບພະຍາກອນມະນຸດຢ່າງມີປະສິດທິພາບ ໃຫ້ແກ່ບໍລິສັດຕ່າງໆ. ຜົນການສໍາຫຼວດໄດ້ໃຫ້ຮູ້ວ່າ ມີພະນັກງານ ຫຼາຍກວ່າ 62% ບໍ່ຕ້ອງການ ເລື່ອນຕໍາແໜ່ງ ເນື່ອງຈາກພວກເຂົາເຊື່ອວ່າ ການຂຶ້ນເປັນຫົວໜ້າ ຈະຕ້ອງເລືອກ ລະຫວ່າງ ເວລາສ່ວນຕົວທີ່ຫຼຸດລົງ ແລະ ເວລາສ່ວນລວມທີ່ຕ້ອງທຸ້ມເທເພື່ອອົງກອນ. 

ສິ່ງດັ່ງກ່າວ ສະທ້ອນເຖິງທ່າອ່ຽງຂາດແຄນຜູ້ສືບທອດຕຳແໜ່ງຫົວໜ້າຂອງບໍລິສັດຕ່າງໆໃນອະນາຄົດ. ໂດຍອີງຕາມຜົນສໍາຫຼວດ ມີພຽງແຕ່ 38% ເທົ່ານັ້ນ ທີ່ໃຫ້ຄວາມສົນໃຈເປັນຫົວໜ້າໃນສາຍງານຂອງຕົນ ເຊິ່ງໝາຍຄວາມວ່າສ່ວນທີ່ເຫຼືອອີກ 62% ຕ້ອງການເປັນພຽງຜູ້ມີສ່ວນຮ່ວມໃນວຽກງານຂອງອົງກອນເທົ່ານັ້ນ.

ທັງນີ້, ຄວາມໃຝ່ຝັນທີ່ສູງທີ່ສຸດຂອງພະນັກງານຮຸ່ນໃໝ່ ອາດບໍ່ແມ່ນການຂຶ້ນເປັນຫົວໜ້າອີກແລ້ວ ແຕ່ສ່ວນໃຫຍ່ໃຫ້ຄໍາຕອບວ່າ ຄວາມຝັນສູງສຸດຂອງພວກເຂົາກໍຄື ການມີເວລາສ່ວນຕົວໄປກັບຄອບຄົວ ແລະ ໝູ່ເພື່ອນເພີ່ມຂຶ້ນ, ຕ້ອງການມີສຸຂະພາບຈິດໃຈ ແລະ ຮ່າງກາຍທີ່ດີ,​ ຕ້ອງການເລີ່ມຕົ້ນທຸລະກິດສ່ວນຕົວຂອງຕົນ, ຕ້ອງການເດີນທາງທ່ອງທ່ຽວເພີ່ມຂຶ້ນ ລວມທັງຕ້ອງການມີເວລາເພື່ອໄປເປັນອາສາສະໝັກເຮັດວຽກເພື່ອສັງຄົມເພີ່ມຂຶ້ນ. ທັງນີ້, ຜູ້ຕອບແບບສອບຖາມສ່ວນໃຫຍ່ລະບຸອີກວ່າ ຕ້ອງການຄວາມສົມດຸນລະຫວ່າງການໃຊ້ຊີວິດສ່ວນຕົວ ແລະ ການເຮັດວຽກທີ່ມີປະສິດທິພາບ, ໂດຍວຽກທີ່ມີປະສິດທິພາບ ຈະຕ້ອງເປັນວຽກທີ່ມີຄວາມຢືດຫຍຸ່ນ, ມີສະພາບແວດລ້ອມການເຮັດວຽກທີ່ຜ່ອນຄາຍບໍ່ເຄັ່ງຄຽດ ແລະ ມີການຈັດສັນພະນັກງານໃຫ້ແທດເໝາະກັບຄວາມສາມາດ, ມີທີມງານເຮັດວຽກທີ່ເຂົ້າກັນໄດ້ດີ ເປັນຕົ້ນ.

ຈາກຜົນການສຳຫຼວດດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການເປັນຫົວໜ້າຂອງພະນັກງານໃນຍຸກປັດຈຸບັນແມ່ນມີທ່າອ່ຽງຫຼຸດລົງ ແລະ ມີທ່າອ່ຽງທີ່ຈະເກີດປັນຫາການຂາດແຄນຜູ້ນໍາໃນຂະແໜງການຕ່າງໆຂອງບໍລິສັດໃນອະນາຄົດ. ທັງນີ້, ຜູ້ບໍລິຫານຂອງແຕ່ລະບໍລິສັດ ອາດຈະຕ້ອງໄດ້ກະກຽມຄວາມພ້ອມ ເພື່ອຮັບມືກັບສະຖານະການຂາດແຄນຫົວໜ້າໃນແຕ່ລະສາຍງານ ແລະ ຈະຕ້ອງພິຈາລະນາເຖິງສາເຫດທີ່ພາໃຫ້ພະນັກງານຮຸ່ນສືບທອດຂາດແຮງຈູງໃຈທີ່ຈະກ້າວຂຶ້ນໄປເປັນຫົວໜ້າ ເຊິ່ງອາດຈະຕ້ອງໄດ້ປັບປຸງວັດທະນະທຳຂອງແຕ່ລະອົງກອນຄືນໃໝ່ ໃຫ້ຕອບໂຈດກັບສິ່ງທີ່ພະນັກງານຕ້ອງການ ເປັນຕົ້ນແມ່ນ ການສົ່ງເສີມການເຮັດວຽກທີ່ມີຄວາມຢືດຫຍຸ່ນ, ມີບັນຍາກາດການເຮັດວຽກທີ່ຜ່ອນຄາຍ, ມີເວລາໃຫ້ພະນັກງານໄດ້ເຝິກອົບຮົມຫຼາຍຫຼາກດ້ານ ບໍ່ສະເພາະແຕ່ວຽກຫຼັກຂອງພະນັກງານເທົ່ານັ້ນ.  

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/bdfj44vu

https://tinyurl.com/mrx6znk5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/