“ຖາມຈັກຄຳ” ເພງເສົ້າສະໄຕລ໌ໄວໜຸ່ມທີ່ຫຼາຍໆຄົນອາດຈະເຄີຍໄດ້ຍິນກັນ ເປັນເພງຂອງສາວນ້ອຍໜ້າຮັກ ຜູ້ທີ່ເຕັມໄປດ້ວຍຄວາມສົດໃສ ແລະ ສຽງຮ້ອງອັນແສນຫວານ ຊື່ວ່າ Nutdao, ທີ່ຕໍ່ມາທັງສຽງຮ້ອງ ແລະ ເພງທີ່ນັດດາວຮ້ອງຕ່າງກໍຕິດຫູຫຼາຍໆຄົນ ໂດຍສະເພາະເພງ “ແພງອ້າຍ” ທີ່ຮ້ອງກັບທີມງານລູກເຂີຍໃສ່ມອງ ພ້ອມກັບຜົນງານເພງ “ຄົງຕ້ອງຍອມ (cover GX2)” ທີ່ເຮັດໃຫ້ ນັດດາວ ເປັນທີ່ຮູ້ຈັກຫຼາຍຂຶ້ນ.
ລອງມາເຮັດຄວາມຮູ້ຈັກກັບນັດດາວ ໃຫ້ຫຼາຍຂຶ້ນຜ່ານບົດສຳພາດຂອງທີມງານ LaoX ເຮົາ, ເຊິ່ງຜູ້ສຳພາດກໍອອກຕົວວ່າເປັນ ໜຶ່ງໃນແຟນຄລັບຂອງນັດດາວເຊັ່ນດຽວກັນ:

LaoX: ຢາກໃຫ້ແນະນຳຕົນເອງ ແດ່ເນາະ.. ຊື່ ອາຍຸ ແລະ ປັດຈຸບັນເຮັດຫຍັງຢູ່ແດ່?
Nutdao: ໂດຍ, ນ້ອງຊື່ນັດດາວ ອາຍຸ 19 ປີ, ປັດຈຸບັນ ກໍຮ້ອງເພງ ເຮັດ YouTube ແລະ ກໍກຳລັງກຽມເສັງຮຽນຕໍ່ມະຫາວິທະຍາໄລແຫ່ງຊາດ ປະລິນຍາຕີ ສາຍພາສາອັງກິດ.
LaoX: ຫຼາຍໆຄົນກໍຮູ້ຈັກນັດດາວໃນຖານະນັກຮ້ອງຢູ່ແລ້ວ, ຢາກຮູ້ວ່ານັດດາວເອງເລີ່ມຮ້ອງເພງມາແຕ່ຕອນໃດ?
Nutdao: ຮູ້ສຶກວ່າແຕ່ນ້ອຍເລີຍ ແຕ່ຮູ້ຄວາມຄົນເລີຍ ເປັນຄົນມັກຮ້ອງມັກເຕັ້ນ, ມັກການເອນເຕີເທນ ຢູ່ແລ້ວ.
LaoX: ແລ້ວສຳລັບການເລີ່ມເຮັດເພງລົງ YouTube ເດ ເລີ່ມຂຶ້ນຕອນໃດ?
Nutdao: ເລີ່ມເຮັດເພງແມ່ນຫາກໍປີປາຍ, ແຕ່ກ່ອນເປັນນັກຮ້ອງໂຟກຊອງ ຢູ່ແຖວບ້ານກັບໝູ່ຄູ່ພາກັນໄປ ເພງທຳອິດເລີຍກໍຄືເພງ ຖາມຈັກຄຳ ທີ່ແຕ່ງເອງ ເປັນເພງທີ່ມາຈາກອາການເອິກຫັກຕາມພາສາໄວໜຸ່ມໃນຕອນນັ້ນ.
LaoX: ຕອນທີ່ເພງເລີ່ມໄດ້ຮັບຄວາມນິຍົມ ຮູ້ສຶກແນວໃດແດ່? ແລ້ວສົ່ງຜົນແນວໃດຕໍ່ຕົວຂອງນັດດາວແດ່?
Nutdao: ຮູ້ສຶກດີໃຈຫຼາຍທີ່ມີຄົນມັກ ທຳອິດກໍຄິດວ່າຈະບໍ່ມີຄົນຟັງເລີຍ ແຕ່ກໍເກີນຄວາມຄາດໝາຍ, ເມື່ອເພງເປັນທີ່ຮູ້ຈັກກໍເລີ່ມມີໂອກາດໃໝ່ໆເຂົ້າມາຫຼາຍຂຶ້ນ ສ່ວນການໃຊ້ຊີວິດກໍເກືອບຈະບໍ່ປ່ຽນໄປ. ແຕ່ຈຸດປ່ຽນແທ້ໆ ແລະ ເຮັດໃຫ້ຄົນຮູ້ຈັກຫຼາຍຂຶ້ນກໍນ່າຈະມາຈາກເພງ ແພງອ້າຍ.

LaoX: ທາງຜູ້ສຳພາດເອງກໍເປັນຄົນໜຶ່ງທີ່ມັກຜົນງານຂອງ ນັດດາວ ຫຼາຍໆ ໂດຍສະເພາະເພງໃໝ່ທີ່ຊື່ວ່າ “ໃຫ້ເຈົ້າໄປ” ຢາກໃຫ້ນັດດາວລອງເວົ້າເຖິງເພງນີ້ແດ່ຈະໄດ້ບໍ?
Nutdao: ເພງໃຫ້ເຈົ້າໄປກໍຄືຕັ້ງໃຈຫຼາຍ ເພງນີ້ກໍຖືກແຕ່ງຕອນຊິນອນ ຮູ້ສຶກວ່າໄດ້ຟິລລິ່ງດີ, ສ່ວນຕົວ MV ເອງ ນ້ອງຢາກເຫັນຕົນເອງເວີຊັ່ນນັ້ນຈຶ່ງເຮັດອອກມາໃນມຸມມັ້ນ ເຊິ່ງນ້ອງກໍຮູ້ສຶກມັກຕົນເອງໃນຕອນນັ້ນ ຮ່າໆ.
LaoX: ນອກຈາກການຮ້ອງເພງແລ້ວ ຍັງ ມີສິ່ງທີ່ມັກອີກບໍ?
Nutdao: ສິ່ງທີ່ມັກກໍມີຫຼາຍເລີຍ, ທີ່ມັກກວ່າຮ້ອງເພງອີກຄືມັກເຕັ້ນ ແຕ່ຫຼາຍຄົນບໍ່ຄ່ອຍຮູ້, ມັກຟ້ອນ ແລະ ມັກການສະແດງ.
LaoX: ສຸດທ້າຍຢາກຝາກຫຍັງ ເຖິງຄົນທີ່ກຳລັງຈະເຂົ້າມາອ່ານບົດສຳພາດນີ້ແດ່ບໍ?
Nutdao: ຝາກຕິດຕາມຜົນງານນັດດາວໄປເລື້ອຍໆແລ້ວກັນ.
ຊ່ອງທາງ YouTube : NUTDAO NDI
IG: Nutdao24
Tiktok: nutdaothonebundit
LaoX: ຂອບໃຈຫຼາຍໆ ສຳລັບການສຳພາດມື້ນີ້
Nutdao: ໂດຍຂອບໃຈຫຼາຍໆເຊັ່ນກັນເດີ.
ສຳພາດໂດຍ: ເຊັນໄປ
ວັນທີ 29 ກັນຍາ 2021.
ຮູບພາບຈາກ: Facebook Nutdao Thonebundit
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/