ລັດ ຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດ ທະນາໂຄງການນິຄົມອຸດສາຫະກຳ ລ້ຽງປາຄົບວົງຈອນ ຢູ່ເມືອງໂຂງ ແຂວງຈໍາປາສັກ.

ອີງຕາມການລາຍງານຂອງ ປະຊາຊົນ, ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 4 ຕຸລາ ຜ່ານມາ ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ).

ຮ່ວມລົງນາມຄັ້ງນີ້ ຕາງໜ້າລັດຖະບານລາວ ໂດຍ ທ່ານ ສະຖາບັນດິດ  ອິນສີຊຽງໃໝ່ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າບໍລິສັດ ໂດຍທ່ານ  ລີສຽງ (LIXiang) ປະທານບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້,  ທ່ານ  ສົມບຸນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ຊູ ຈຸນມິງ (Xu Junmin) ປະທານ ບໍລິສັດ ແມ່ຂອງອຸດສາຫະກຳການປະມົງ ຈຳກັດ ແລະ ພາກ ສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້່ຮ່ວມ.

ໂຄງການສ້າງເຂດນິຄົມອຸດສາຫະກຳລ້ຽງປາ ຄົບວົງຈອນ ຢູ່ເມືອງໂຂງ ແຂວງຈຳປາສັກ ມີເນື້ອທີ່ດິນ ຈຳນວນ 2,632 ເຮັກຕາ, ເນື້ອທີ່ດິນດັ່ງກ່າວຢູ່ເຂດບ້ານນາແສນພັນ, ບ້ານນາລານ, ບ້ານນາເຊືອກ, ບ້ານສົ່ງເປືອຍ ແລະ ບ້ານຫ້ວຍໄຜ່ ເມືອງໂຂງ ແຂວງຈຳປາສັກ, ໃນການພັດທະ ນາໂຄງການສ້າງເຂດນິຄົມອຸດສາຫະກຳລ້ຽງປາ ຄົບວົງຈອນ ຢູ່ ເຂດບ້ານດັ່ງກ່າວ ຊຶ່ງຂອບເຂດທີ່ ດິນແມ່ນຕັ້ງຢູ່ເຂດການຄຸ້ມຄອງຂອງ 5 ບ້ານຄື: ບ້ານນາແສນພັນ, ບ້ານນາລານ, ບ້ານນາເຊືອກ, ບ້ານສົ່ງເປືອຍ ແລະ ບ້ານຫ້ວຍໄຜ່, ໂດຍເປັນເຂດທີ່ດິນນໍາໃຊ້ເດີມຂອງປະຊາຊົນ.

ພາຍຫຼັງໂຄງການດັ່ງກ່າວ ໄດ້ຮັບອະນຸຍາດ ຈາກລັດຖະບານ ໃຫ້ສຶກສາຄວາມເປັນໄປໄດ້ແລ້ວ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ຕ້ອງໄດ້ປະສານສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ລົງເກັບກຳຂໍ້ມູນການນໍາໃຊ້ທີ່ດິນຢູ່ໃນຂອບເຂດໂຄງການໃຫ້ລະອຽດ ເພື່ອໃຫ້ສອດຄ່ອງ, ແລ້ວກ້າວໄປໃນການຈັດຕັ້ງປະຕິບັດ ຊຶ່ງມີໄລຍະເວລາໃນການສຶກສາສຳຫຼວດ 18ເດືອນ.

ປະຊາຊົນ.

https://www.facebook.com/PasaxonNewspaper/posts/pfbid02Eihrf9BfL26NkQjDH1kNtm2D9FjeQ5qsDEqkV46xTVEguKxqH29ekBgmpfLrcpABl