ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2022 ບັນລຸໄດ້ ປະມານ 1.088 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 532 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 556 ລ້ານໂດລາ ເຊິ່ງຂາດດຸນການຄ້າໄປພຽງ ປະມານ 23 ລ້ານໂດລາ ຖືເປັນມູນຄ່າການຂາດດຸນທີ່ໜ້ອຍທີ່ສຸດໃນຮອບປີ 2022.

ນັບຄືນຫຼັງ 3 ເດືອນທີ່ຜ່ານມາ ສປປ ລາວ ປະລິມານການຂາດດຸນການຄ້າຂອງ ສປປ ລາວເຮົາແມ່ນມີທ່າອ່ຽງລົດລົງເລື້ອຍໆ ເຊັ່ນ: ໃນເດືອນກັນຍາ ຂາດດຸນການຄ້າ 233 ລ້ານໂດລາ, ເດືອນ ຕຸລາ ຂາດດຸນການຄ້າ 230 ລ້ານໂດລາ, ເດືອນ ພະຈິກ ຂາດດຸນການຄ້າ 45 ລ້ານໂດລາ ແລະ ມາໃນເດືອນທັນວາ ທ້າຍປີ 2022 ນີ້ ຂາດດຸນການຄ້າໄປພຽງ 23 ລ້ານໂດລາ.

ໂດຍຕົວເລກດັ່ງກ່າວ ສອດຄ່ອງກັບຄວາມພະຍາຍາມຂອງລັດຖະບານໃນການລົດປະລິມານການນຳເຂົ້າສິນຄ້າຈາກຕ່າງປະເທດ ເພີ່ມກຳລັງຄວາມເຂັ້ມແຂງໃນການຜະລິດພາຍໃນປະເທດ ແລະ ຮັກສາສະຖຽນລະພາບຂອງເງິນກີບ ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບສະພາວະເສດຖະກິດຕົກຕໍ່າ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລາຍງານໃນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ IV ຂອງສະພາແຫ່ງຊາດຊຸດທີ 9 ໃນເດືອນແລ້ວນີ້ວ່າ: “ລັດຖະບານຊຸກຍູ້ໃຫ້ພາກທຸລະກິດເອກະຊົນ ຫັນມາລົງທຶນຫຼາຍໃນການຜະລິດຝຸ່ນ ແລະ ອາຫານສັດໃຫ້ຫຼາຍຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມສູງຂຶ້ນໃນຕະຫຼາດປັດຈຸບັນ”.

ໂດຍ 10 ອັນດັບສິນຄ້າຕົ້ນຕໍທີ່ ສປປ ລາວນໍາເຂົ້າໃນເດືອນທັນວາ ນີ້ປະກອບມີ: ນ້ຳມັນກາຊວນ 88 ລ້ານໂດລາ, ອຸປະກອນກົນຈັກ 51 ລ້ານໂດລາ, ພາຫະນະທາງບົກ 31 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 26 ລ້ານໂດລາ, ເຄື່ອງດື່ມ 26 ລ້ານໂດລາ, ນ້ຳມັນແອັດຊັງ 21 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ 20 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 18 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 17 ລ້ານໂດລາ ແລະ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 16 ລ້ານໂດລາ.
ສ່ວນ 5 ອັນດັບປະເທດຕົ້ນຕໍທີ່ ສປປ ລາວ ນໍາເຂົ້າ ຫຼາຍທີ່ສຸດໄດ້ແກ່: ໄທ 321 ລ້ານໂດລາ, ຈີນ 134 ລ້ານໂດລາ, ຫວຽດນາມ 48 ລ້ານໂດລາ, ສະຫະລັດອາເມຣິກາ 13 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.
ຂອບໃຈຂໍ້ມູນຈາກ:
- https://bit.ly/3Xq0W1V
- https://bit.ly/3ix0YpQ
- https://bit.ly/3IGyhBA
- https://bit.ly/3GWQGZu
- https://bit.ly/3QDRkhJ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/