ໃນຕອນເຊົ້າຂອງວັນທີ 25 ເດືອນທັນວາ ຫຼື ວັນຄຣິສມາສຂອງປີນີ້, ລາຄາ Bitcoin ໄດ້ຫຼຸດລົງຫຼາຍກວ່າ 2.5% ໃນ 4 ຊົ່ວໂມງທີ່ຜ່ານມາ. ເຊິ່ງການຫຼຸດລົງໃນຄັ້ງນີ້ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງຕໍ່າກວ່າລະດັບ 43,000 ໂດລາ.
ໂດຍສາເຫດຂອງລາຄາ Bitcoin ທີ່ຫຼຸດລົງໃນຄັ້ງນີ້ ອາດເກີດຈາກການເຄື່ອນໄຫວຕາມກຣາຟໃນຮູບແບບ Double Top. ໂດຍຮູບແບບກຣາຟ Double Top ຈະເກີດຂຶ້ນກໍຕໍ່ເມື່ອລາຄາສິນຊັບແຕະຈຸດສູງສຸດ ຫຼັງຈາກນັ້ນຈຶ່ງໄດ້ປັບຖານລາຄາລົງເລັກນ້ອຍ ແລ້ວຈຶ່ງກັບມາທົດສອບຈຸດສູງສຸດອີກຄັ້ງ, ແຕ່ບໍ່ສາມາດຂຶ້ນໄປຢືນເໜືອລາຄາເກົ່າກ່ອນໜ້ານີ້ໄດ້ ເຮັດໃຫ້ເກີດການສ້າງຈຸດສອງຈຸດທີ່ມີລະດັບລາຄາທີ່ໃກ້ຄຽງກັນ.
ສຳລັບ Bitcoin ໃນໄລຍະທີ່ຜ່ານມາແມ່ນຢູ່ໃນໄລຍະຂາຂຶ້ນ ແລະ ມີເມັດເງິນໄຫຼເຂົ້າມາໃນຕະຫຼາດດິຈິຕອນຢ່າງມະຫາສານ, ເຊິ່ງໃນຮູບແບບກຣາຟ Double Top ທີ່ເກີດຂຶ້ນນີ້ອາດເປັນສັນຍານບອກວ່າປະລິມານການຊື້ຂາຍຂອງ Bitcoin ນັ້ນກຳລັງຈະຊະລໍຕົວລົງ

ຢ່າງໃດກໍຕາມ, ຖ້າຫາກລາຄາ Bitcoin ສາມາດຢູ່ເໜືອລະດັບ 43,000 ໂດລາໄດ້, ທ່າອ່ຽງການຫຼຸດລົງຂອງລາຄາ Bitcoin ກໍຈະຖືເປັນໂມຄະ ເຊິ່ງນັ້ນອາດຈະເຮັດໃຫ້ລາຄາຂອງ Bitcoin ເພີ່ມຂຶ້ນຕື່ມອີກ.
ໃນປັດຈຸບັນລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 43,300 ໂດລາ, ເຊິ່ງນີ້ອາດເປັນໄປໄດ້ວ່າ Bitcoin ອາດຈະສາມາດກັບຄືນມາຢືນຢູ່ເໜືອກວ່າລະດັບ 44,000 ອີກຄັ້ງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/