ເຊື່ອວ່າທີ່ຜ່ານມາຫຼາຍໆ ຄົນອາດຈະຮັບຮູ້ເຖິງຄວາມສາມາດຂອງ ປັນຍາປະດິດ (AI) ChatGPT ມາແລ້ວບໍ່ຫຼາຍກໍໜ້ອຍ ແລະ ຫຼ້າສຸດນີ້ Arvind Sanjeev ໜຸ່ມນັກເທັກໂນໂລຢີຈາກອິນເດຍເຊິ່ງເປັນຜູ້ໜຶ່ງທີ່ສົນໃຈໃນຕົວຂອງ AI ໄດ້ລິເລີ່ມໂຄງການ The Ghostwriter ເຊິ່ງເປັນໂຄງການການນໍາເອົາເທັກໂນໂລຢີສະໄໝໃໝ່ຢ່າງ AI ທີ່ຜູ້ຄົນຍັງບໍ່ຄ່ອຍຄຸ້ນເຄີຍມາປະສົມປະສານເຂົ້າກັບເທັກໂນໂລຢີສະໄໝເກົ່າຢ່າງເຄື່ອງພິມດີດທີ່ຫຼາຍຄົນຄຸ້ນເຄີຍ ເພື່ອໃຫ້ຂະບວນການຮຽນຮູ້ສາມາດເຮັດໄດ້ງ່າຍຂຶ້ນ.
ໂດຍ Arvind Sanjeev ໄດ້ເຮັດການດັດແປງເຄື່ອງພິມດີດດ້ວຍການໃຫ້ມັນຂັບເຄື່ອນດ້ວຍ AI ChatGPT-3 ຂອງບໍລິສັດ OpenAI.

ສຳລັບວິທີການໃຊ້ງານ AI ChatGPT-3 ກັບເຄື່ອງພິມດີດນີ້ ຜູ້ໃຊ້ງານຈະຕ້ອງໃສ່ແຜ່ນເຈ້ຍເຂົ້າໄປໃນເຄື່ອງພິມດີດ ຫຼັງຈາກນັ້ນກໍພິມປະໂຫຍກທີ່ຕ້ອງການລົງແປ້ນພິມແລ້ວຕົວອັກສອນຈະໄປປາກົດຢູ່ເທິງເຈ້ຍ ຫຼັງຈາກນັ້ນ AI ChatGPT-3 ກໍຈະພິມຕອບໂຕ້ກັບຜູ້ໃຊ້ງານຢູ່ໃນເຈ້ຍໃບດັ່ງກ່າວເຊັ່ນກັນ ຫຼື ຈະເວົ້າໃຫ້ເຂົ້າໃຈງ່າຍກໍຄື ເຈ້ຍໃນເຄື່ອງພິມດີດຈະເຮັດໜ້າທີ່ແທນຈໍສະແດງຜົນເຊັ່ນ: ໂທລະສັບ ຫຼື ຄອມພິວເຕີ ທີ່ເຮົາໃຊ້ໃນປັດຈຸບັນ.


ຄວາມສາມາດຂອງ AI ທີ່ປະສານກັບເຄື່ອງພິມດີດນີ້ ແມ່ນຄ້າຍຄືກັບ AIChatGPT ເຊິ່ງເປັນ AI ຮຸ່ນທົດລອງທີ່ທາງບໍລິສັດ OpenAI ເປີດໃຫ້ໃຊ້ງານໄດ້ຟຣີຜ່ານເວັບໄຊ ໂດຍຄວາມສາມາດຂອງມັນເຮັດໄດ້ຕັ້ງແຕ່ສົນທະນາ ໂຕ້ຕອບທົ່ວໄປ ຈົນໄປເຖິງການແຕ່ງບົດກອນ ຫຼື ນິຍາຍ.

ແລະ ສຳລັບເຫດຜົນທີ່ Arvind Sanjeev ເລືອກເອົາ AI ລວມເຂົ້າກັບເຄື່ອງພິມດີດນັ້ນ ກໍເພາະວ່າລາວຕ້ອງການໃຫ້ຜູ້ໃຊ້ງານຈົດຈໍ່ຢູ່ກັບສິ່ງທີ່ເຮັດຢູ່ຕໍ່ໜ້າ ເນື່ອງຈາກເຄື່ອງພິມດີດເປັນເທັກໂນໂລຢີຮຸ່ນເກົ່າທີ່ເຮັດວຽກຂ້ອນຂ້າງຊ້າ ແລະ ຕ້ອງອາໄສສະມາທິໃນການພິມສູງ ພ້ອມນັ້ນເຮົາຍັງບໍ່ສາມາດລຶບຄຳຜິດໄດ້ໃນເຄື່ອງພິມດີດ ແຕ່ຈະຕ້ອງເລີ່ມພິມໃໝ່ແທນ ພ້ອມຍັງປ້ອງກັນຜູ້ໃຊ້ງານຈາກການລົບກວນທາງດິຈິຕອລອື່ນໆໄດ້ເຊັ່ນ: ແຈ້ງເຕືອນເມລ, ໂຊຊຽວມີເດຍ ແລະ ອື່ນໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/