ອັດຕາເງິນເຟີ້ຂອງລາວ ໃນເດືອນກັນຍາ 2024 ຢູ່ໃນລະດັບ 21.7% ຫຼຸດລົງຈາກເດືອນສິງຫາແມ່ນ 24.3%,  ໃນນັ້ນ ໝວດທີ່ພັກອາໄສ ຄ່າ ນໍ້າປະປາ, ໄຟຟ້າ ແລະ ເຊື້ອໄຟຫຸງຕົ້ມ ເພີ່ມຂຶ້ນຫຼາຍກວ່າ 30%. ຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ.

ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນໃນເດືອນກັນຍາມີຄື: ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 34%, ຮອງລົງມາແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພິງຫຸງຕົ້ມເພີ່ມຂຶ້ນ 32.9%, ໝວດຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 30.9%, ໝວດເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 29.3%, ໝວດການສຶກສາເພີ່ມຂຶ້ນ 29.3% ແລະ ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າເພີ່ມຂຶ້ນ 21.1%

ສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ ເນື່ອງຈາກສະພາບຄວາມກົດດັນຂອງອັດຕາແລກປ່ຽນໄລຍະປະຈຸບັນບໍ່ສູງ, ອັດຕາແລກປ່ຽນບໍ່ມີຄວາມຜັນຜວນຫຼາຍ ແລະ ລາຄານໍ້າມັນທີ່ຫຼຸດລົງ. ແຕ່ກັບສະພາບການຜະລິດພາຍໃນບໍ່ທັນເຂັ້ມແຂງບວກກັບສະພາອາກາດທີ່ປ່ຽນແປງເຮັດໃຫ້ການສະໜອງບໍ່ພຽງພໍກັບຄວາມຕ້ອງການ ແລະ ເຮັດໃຫ້ສິນຄ້າຫຼາຍລາຍການມີລາຄາສູງຂຶ້ນ.

ອີງຕາມທະນາຄານແຫ່ງ ສປປ ລາວ, ອັດຕາເງິນເຟີ້ໃນລາວ ໄດ້ບັນລຸເຖິງ 2 ຕົວເລກ ນັບຕັ້ງແຕ່ເດືອນພຶດສະພາ 2022 ແລະ ສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ 2023. ເຊິ່ງລັດຖະບານລາວ ວາງເປົ້າໝາຍ ທີ່ຈະດຶງອັດຕາເງິນເຟີ້ລົງມາເປັນຕົວເລກດຽວ ພາຍໃນທ້າຍປີນີ້. ເຖິງຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້, ຄະນະລັດຖະບານໄດ້ກ່າວຕໍ່ສະພາແຫ່ງຊາດວ່າບໍ່ມີທ່ອ່ຽງທີ່ຈະສາມາດ ບັນລຸຕາດເປົ້າໝາຍດັ່ງກ່າວໄດ້.

ອີງຕາມການລາຍງານຂອງ ໜັງສືພີມ ວຽງຈັນທາມ, ບົດລາຍງານທີ່ນຳສະເໜີໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ຄວາມຫຍຸ້ງຍາກດ້ານເສດຖະກິດໄດ້ກະທົບເຖິງການສຶກສາ. ອັດຕາການອອກໂຮງຮຽນໄດ້ບັນລຸລະດັບທີ່ໜ້າຕົກໃຈ, ເຮັດໃຫ້ເກີດຄວາມເປັນຫ່ວງຕໍ່ຊັບພະຍາກອນມະນຸດໃນອະນາຄົດ.