ລາຄານ້ໍາມັນດິບຂອງສະຫະລັດ West Texas Intermediate (WTI) ເພີ່ມຂຶ້ນ 9.09% ໃນອາທິດທີ່ຜ່ານມາ. ເຊິ່ງເປັນ​ອາ​ທິດ​ທີ່​ ​​ລາ​ຄາ​ນ​້​ໍາ​ມັນ​ເພີ່ມຂຶ້ນແຮງທີ່ສຸດນັບ​ຕັ້ງ​ແຕ່​ເດືອນ​ມີ​ນາ 2023, ຫຼັງຄວາມບໍ່ສະຫງົບ ແລະ ຄວາມ​ກັງ​ວົນ​ກ່ຽວ ກັບອິດ​ສະ​ຣາແອວ ​ອາດ​ຈະ​ໂຈມ​ຕີ​ແຫຼ່ງການ​ສະ​ໜອງ​ນ​້​ໍາ​ມັນ​ດິບ​ຂອງ​ອີ​ຣ່ານ​. ໃນ​ການ​ຕອບ​ໂຕ້​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ອີ​ຣ່ານ ເມື່ອຕົ້ນອາທິດທີ່ຜ່ານມາ.

ອີງຕາມການລາຍງານຂອງ ສຳນັກຂ່າວຕ່າງປະເທດ, ໃນ​ຂະ​ນະ​ດຽວ​ກັນ ນ້ຳ​ມັນ​ດິບ Brent ໄດ້​ເພີ່ມ​ຂຶ້ນ 8,43%, ເປັນ​ການ​ເພີ່ມ​ຂຶ້ນ​ສູງ​ສຸດ​ຕໍ່​ອາ​ທິດ​ນັບ​ແຕ່​ເດືອນ​ມັງ​ກອນ 2023.

ທ່ານ Daan Struyven, ນັກວິເຄາະລາຄານ້ຳມັນ ຂອງບໍລິສັດ Goldman Sachs, ກ່າວວ່າ ລາຄານ້ຳມັນສາມາດເພີ່ມຂຶ້ນ 10-20 ໂດລາຕໍ່ບາເຣວ. ຖ້າອິດສະຣາແອວ ບຸກໂຈມຕີ ແລະ ເຮັດໃຫ້ການການຜະລິດນ້ຳມັນ ຂອງ ອີຣ່ານ ຫຼຸດລົງ 1 ລ້ານບາເຣວ ຕໍ່ມື້ ເປັນເວລາຫຼາຍມື້ຕິດຕໍ່ກັນ.

ລາຄານ້ຳມັນດິບໄດ້ເພີ່ມຂຶ້ນຈາກຈຸດຕໍ່າສຸດໃນຮອບເກືອບ 2 ປີ ຈາກຄວາມບໍ່ສະຫງົບດັ່ງກ່າວ ຫຼັງລາຄານໍ້າມັນຕົກຕໍ່າລົງ ຈາກຄວາມຕ້ອງການຂອງຈີນທີ່ຫຼຸດລົງ  ແລະ ແຜນການໂດຍກຸ່ມຜູ້ຜະລິດ OPEC+ ເພື່ອເພີ່ມກໍາລັງການຜະລິດ

https://www.cnbc.com/2024/10/04/goldman-sachs-says-crude-could-spike-by-20-on-iran-oil-shock.html?fbclid=IwY2xjawFtvKlleHRuA2FlbQIxMAABHUOTGt6NaZbzTya3gpotNWiWpiVcykaEWHYFwRnvowrXYoxgNlv3_rf3vA_aem_z00DnaVujIFcmTYe83GSGw