ຕາມລາຍງານຈາກ U.S. Global Investors ກຸ່ມປະເທດທີ່ຮູ້ຈັກກັນໃນນາມ BRICS ກຳລັງກວາດຊື້ຄຳເປັນຈຳນວນມະຫາສານ ເເລະ ຍັງຄົງເປັນ “ຜູ້ຊື້ຄຳລາຍໃຫຍ່” ໃນອະນາຄົດອັນໃກ້ນີ້.
Frank Holmes CEO ເເລະ ຫົວໜ້າເຈົ້່າໜ້າທີ່ຝ່າຍລົງທຶນຂອງບໍລິສັດກ່າວວ່າ ການສະສົມຄຳເປັນຈຳນວນຫຼາຍຂອງຈີນນັ້ນສອດຄ່ອງກັບທິດສະດີທີ່ວ່າ ໂລກກຳລັງເດີນໄປຕາມເສັ້ນທາງໄລຍະຍາວສູ່ການເເຍກທາງຂອງເສດຖະກິດ.
“ຫາກເຮົາຢ້ອນກັບໄປເບິ່ງລາຍຊື່ຂອງຜູ້ຊື້ຄຳ, ຈະເຫັນວ່າສາມປະເທດແມ່ນສະມາຊິກຂອງ BRICS (ບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້). ທີ່ຂ້ອຍຍົກປະເດັນນີ້ຄືນມາ ຍ້ອນສອງສາມອາທິດທີ່ຜ່ານມາ, ພວກເຮົາອາດຈະເຫັນການເກີດຂຶ້ນຂອງໂລກ ທີ່ຖືກເເບ່ງອອກເປັນສອງຝັ່ງອໍານາດ ໂດຍດ້ານໜຶ່ງມີສະຫະລັດເປັນສູນກາງ ເເລະ ອີກດ້ານໜຶ່ງມີຈີນເປັນສູນກາງ.

ນັບເປັນຄັ້ງທຳອິດ, ທີ່ມີສ່ວນເເບ່ງທາງເສດຖະກິດໂລກຂອງກຸ່ມປະເທດ BRICS ເເຊງໜ້າກຸ່ມປະເທດ G7 (ແຄນາດາ, ຝຣັັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ອັງກິດ ແລະ ອາເມຣິກາ) ໃນດ້ານການຊື້ຂາຍ”
ແລະ ຄໍາແມ່ນກະແຈທີ່ສໍາຄັນທີ່ເຮັດໃຫ້ເກີດການເເບ່ງຂວັ້ນອຳນາດເສດຖະກິດ, ເປັນໄປໄດ້ວ່າຄໍາອາດຈະຖືກນໍາໃຊ້ເພື່ອສະໜັບສະໜູນການສ້າງສະກຸນເງິນໃໝ່ນອກເໜືອຈາກເງິນໂດລາສະຫະລັດ.
“BRICS ຕ້ອງການຄຳເພື່ອຮອງຮັບສະກຸນເງິນຂອງພວກເຂົາ ແລະ ຢຸດໃຊ້ເງິນໂດລາສະຫະລັດ, ເຊິ່ງເຮັດໜ້າທີ່ເປັນ Reserve currency ຂອງໂລກມາກວ່າໜຶ່ງສະຕະວັດເເລ້ວ”

ໃນຂະນະນີ້ການຄ້າທົ່ວໂລກກຳລັງຫັນມາໃຊ້ເງິນຢວນຂອງຈີນເພີ່ມຂຶ້ນເລື້ອຍໆ ແລະ ມີລາຍງານວ່າ BRICS ເຊິ່ງອາດຈະລວມເຖິງບັນດາປະເທດເສດຖະກິດທີ່ພົ້ນເດັ່ນໃໝ່ທີ່ສຳຄັນອື່ນໆເຊັ່ນ: ຊາອຸດີອາຣະເບຍ, ອີຣານ ແລະອື່ນໆ ທີ່ກຳລັງພັດທະນາສື່ກາງໃນການຊຳລະເງິນຂອງຕົນ”
ໃນຕອນນີ້ກຸ່ມປະເທດ BRICS ຍັງຢູ່ໃນຂັ້ນຕອນຂອງການອອກແບບສະກຸນເງິນໃໝ່ເພື່ອມາເເທນເງິນໂດລາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/