ກາເຟລາວ Premium ກຽມສົ່ງອອກຢູໂຣບ


ສປປ ລາວ ເປີດຕະຫຼາດສົ່ງອອກກາເຟ Premium (ສິນຄ້າທີ່ມີຄຸນນະພາບສູງ) ໄປຢູໂຣບໂດຍ EU (ສະຫະພາບຢູໂຣບ) ຈະມາຊ່ວຍປັບແນວທາງການຜະລິດ ກັບການເຮັດຕະຫຼາດໃຫ້ແກ່ ສປປ ລາວ ຊ່ວຍໃຫ້ສິນຄ້າມີຄຸນະພາບຍິ່ງຂຶ້ນ ເພື່ອສົ່ງໄປຕະຫຼາດພວກເຂົາ ແລະ ໃຫ້ກົງກັບມາດຕະຖານຂອງຢູໂຣບ.

ໃນການປູກກາເຟບ້ານເຮົາກໍຖືວ່າປູກໄດ້ດີຕາມມາດຕະຖານ ສ່ວນຜະລິດຕະພັນກໍມີຊື່ສຽງອີກດ້ວຍ. ທັງ EU ແລະ ສປປ ລາວເຮົາ ຈຶ່ງຫັນມາຮ່ວມກັນ ເພື່ອສົ່ງເສີມການປູກກາເຟແບບຍືນຍົງ ແລະ ມີການສົ່ງເສີມຜູ້ສົ່ງອອກ ເພື່ອພັດທະນາເສດຖະກິດພາຍໃນປະເທດ, ສ່ວນທຸລະກິດຂະໜາດນ້ອຍ, ຊາວສວນ ກໍໄດ້ຮັບຜົນປະໂຫຍດໃນຄັ້ງນີ້ເຊັ່ນກັນ ເພາະການຮ່ວມມືກັນໃນຄັ້ງນີ້ ຈະຊ່ວຍໄປພັດທະນາເຂດທີ່ມີການປູກກາເຟ.

ສຳລັບກາເຟບ້ານເຮົາແມ່ນມີຄຸນະພາບ ແລະ ດີ ໂດຍສະເພາະການຮັກສາຜົນລະປູກ. ກາເຟເປັນພືດທີ່ຊ່ວຍໃຫ້ເສດຖະກິດປະເທດເຮົາສ້າງລາຍໄດ້ ສົ່ງອອກເປັນອັນດັບ 3 ຂອງ ສປປ ລາວ ແລະ ຍັງສົ່ງອອກບໍ່ຕ່ຳກວ່າ 26 ປະເທດເລີຍກໍວ່າໄດ້, ປະເທດທີ່ສົ່ງອອກໄປມີທັງຢູໂຣບ, ອາເມລິກາເໜືອ ແລະ ເອເຊຍອີກພ້ອມ.

ໃນສ່ວນການຝຶກອົບຮົມທາງ EU ຈະຊ່ວຍເຂົ້າມາຝຶກອົບຮົມແບບອອນໄລນ໌ ເຊິ່ງຕອນນີ້ກໍມີ SME (ອົງກອນພັດທະນາເສດຖະກິດ ແລະ ສັງຄົມ) ຄົນທີ່ເຂົ້າມາຮ່ວມໂຄງການນີ້ມີປະມານ 80 ຄົນ, ການຝຶກອົບຮົມຄັ້ງນີ້ກໍເພື່ອສ້າງຄວາມສາມາດຂຶ້ນຕື່ມ ແລະ ເປັນການສົ່ງເສີມການຮ່ວມມືຂອງພາກພື້ນອາຊຽນ, ໜ່ວຍງານ EU ກໍຈະຊ່ວຍໃນການຈັດຫາເງິນທຶນມາຊ່ວຍເຫຼືອພ້ອມ. ເຊິ່ງເປັນຕາມນະໂຍບາຍການຍືນຍົງຂອງ SDGs (ການຈັດເປົ້າໝາຍພັດທະນາແບບຍືນຍົງ) ຂອງສະຫະປະຊາຊາດ ແລະ ຈະດຳເນີນໂຄງການນີ້ໄປຈົນເຖິງປີ 2025.

ແຂວງຈຳປາສັກ ເປັນແຂວງໜຶ່ງທີ່ມີການປູກກາເຟຫຼາຍທີ່ສຸດໃນລາວ ການຮ່ວມມືໂຄງການນີ້ ນັບໄດ້ວ່າເປັນຜົນດີໃຫ້ແກ່ແຂວງ ເພາະເປັນແຫຼ່ງປູກກາເຟທີ່ມີຊື່ສຽງຂອງລາວ. ໃນນີ້ ສະມາຄົມກາເຟຍັງໄດ້ບອກວ່າ ກາເຟທີ່ຜະລິດໃນລາວ 69% ແມ່ນສົ່ງອອກອາຊຽນ ໂດຍສະເພາະປະເທດໄທ ເຊິ່ງເປັນຕະຫຼາດທີ່ເຕີບໃຫຍ່ສົ່ງອອກໄດ້ຫຼາຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3txb4I8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/