ການທຳລາຍເຂື່ອນ Nova Kakhovka ທາງພາກໃຕ້ຂອງຢູເຄຣນໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຈາກນ້ຳທີ່ໄຫຼອອກມາຈາກເຂື່ອນຕໍ່ປະຊາຊົນຫຼາຍພັນຄົນໃນເເນວໜ້າຂອງທັງສອງປະເທດ , ນອກຈາກນິີ້ຍັງເປັນໄພພິບັດຕໍ່ສິ່ງເເວດລ້ອມ ເເລະ ເເຫຼ່ງນ້ຳໃນພູມີພາກ
Ruslan Strilets ລັດຖະມົນຕີສິ່ງເເວດລ້ອມຂອງຢູເຄຣນກ່າວວ່າ “ນີ້ເເມ່ນອາຊະຍາກຳດ້ານສິ່ງເເວດລ້ອມທີ່ໃຫຍ່ທີ່ສຸດນັບຕັ້ງເເຕ່ມື້ທຳອິດຂອງການຮຸກຮານຢ່າງເຕັມຮູບເເບບ” ເເລະ ກ່າວເສີມວ່າ “ມີນ້ຳມັນເຄື່ອງທີ່ຢູ່ໃນນ້ຳເຖິງ 600 ຫຼື 800 ໂຕນ”.
ສ່ວນລາຍງານອື່ນໆທີ່ຍັງບໍ່ທັນໄດ້ຮັບການຢືນຢັນຈາກພາຍໃນ ໂດຍຜູ້ນຳຢູເຄຣນ ໄດ້ກ່າວເຖິງນ້ຳມັນເຄື່ອງປະມານ 150 ໂຕນທີ່ໄຫຼລົງສູ່ນ້ຳ Dnipro ເເລະ ມີຄວາມສ່ຽງທີ່ຈະເພີ່ມຂຶ້ນອີກ 300 ໂຕນ ເຊິ່ງນ້ຳມັນເຄື່ອງທີ່ມາກັບນ້ຳຈະທຳລາຍພືດຜົນ ເເລະ ສັດຕ່າງໆ ເນື່ອງຈາກນ້ຳມັນມີຄວາມເປັນພິດສູງຕໍ່ທັງສັດນ້ຳ ເເລະ ສັດທີ່ຢູ່ເທິງບົກ, ນ້ຳມັນປະລິມານພຽງເລັກໜ້ອຍກໍພຽງພໍທີ່ຈະເຮັດໃຫ້ດິນ ເເລະ ນ້ຳປົນເປື້ອນໄດ້ ເເລະ ປະຊາຊົນປະມານ 1 ລ້ານຄົນຈະຕ້ອງຢູ່ໂດຍປາສະຈາກນ້ຳຈືດ.

ຄວາມເສຍຫາຍຈາກການທຳລາຍເຂື່ອນໄດ້ເຮັດໃຫ້ນ້ຳຖ້ວມໃນພື້ນທີ່ຫຼາຍກວ່າ 80 ເເຫ່ງ ເເລະ ອາດເຮັດໃຫ້ປະຊະຊົນຫຼາຍກວ່າ 60.000 ຄົນໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ. Olexander Prokudin ເຈົ້າເມືອງ Kherson ກ່າວວ່າ ປະຊາຊົນ 16.000 ຄົນຍັງຢູ່ໃນເຂດອັນຕະລາຍ ເເລະ ປະຊາຊົນຫຼາຍເເສນຄົນທີ່ກຳລັງຕົກຢູ່ໃນຄວາມສ່ຽງທີ່ເປັນອັນຕະລາຍເຖິງຊີວິດ.
Olena Kravchenko, ຜູ້ອໍານວຍການອົງການ NGO ຂອງຢູເຄຣນ ກ່າວຕໍ່ສື່ມວນຊົນວ່າ ເຂື່ອນເເຕກສາມາດສົ່ງຜົນກະທົບດ້ານສິ່ງແວດລ້ອມທີ່ບໍ່ເຄີຍມີມາກ່ອນ ໃນເຂດລຸ່ມນ້ໍາຂອງ Dnipro, ລວມທັງ Dnipro Estuary ແລະ ລະບົບນິເວດແຄມຝັ່ງທະເລດໍາ. ການກະສິກໍາສາມາດໄດ້ຮັບຜົນກະທົບຈາກສານເຄມີ ແລະ ນ້ໍາຂັງ. ກອງທຶນສາກົນເພື່ອສະຫວັດດີການສັດ (IFAW) ຄາດວ່າ ເຖິງແມ່ນວ່າສັດປ່າໃນທ້ອງຖິ່ນຈະໄດ້ຮັບຜົນກະທົບຈາກນ້ຳ ເເຕ່ສຸດທ້າຍພວກມັນກໍຈະກັບຄືນມາໄດ້.
Natalia Gozak ໜ່ວຍກູ້ໄພສັດປ່າ IFAW ໃນຢູເຄຣນ ໄດ້ອອກຖະແຫຼງການໂດຍກ່າວວ່າ “ໃນ Nova Kakhovka, ສວນສັດຂະໜາດນ້ອຍແຫ່ງໜຶ່ງຖືກນໍ້າຖ້ວມ. ເຮັດໃຫ້ສັດທັງໝົດຕາຍໝົດຍົກເວັ້ນຫົງ”
ໃນກອງປະຊຸມສຸກເສີນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເອກອັກຄະລັດຖະທູດ ສປຊ ປະຈໍາ ຢູເຄຣນ, Sergiy Kyslytsya ໄດ້ກ່າວວ່າ “ການກະທຳນີ້ ເປັນການກໍ່ການຮ້າຍດ້ານສິ່ງແວດລ້ອມ ແລະ ເທັກໂນໂລຢີ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/