XRP Ledger ກຽມເປີດຕົວຫຼຽນ crypto ທີ່ໜຸນດ້ວຍຄໍາ ແລະ ເງິນໃນໄຕມາດທີ 3 ຂອງປິ 2024


ຄໍາ ແລະ ເງິນກຽມທີ່ຈະກ້າວເຂົ້າສູ່ອຸດສາຫະກໍາ Crypto.  ໂດຍ XRP Ledger ກຽມທີ່ຈະເປີດຕົວຫຼຽນ Crypto ທີ່ໜຸນດ້ວຍຄຳ ແລະ ເງິນໃນໄຕມາດທີ 3 ຂອງປີນີ້.

Meld Gold ໄດ້ຮ່ວມມືກັບ Ripple ເຊິ່ງເປັນບໍລິສັດ Fintech ໃນສະຫະລັດ. ໂດຍການຮ່ວມມືໃນຄັ້ງນີ້, Meld Gold ໄດ້ວາງແຜນທີ່ຈະອອກຫຼຽນ Stablecoin ໃໝ່ 2 ຫຼຽນໃນ XRP Ledger ເຊິ່ງໄດ້ຮັບການສະໜັບສະໜູນໂດຍຄໍາ ແລະ ເງິນ. ໂດຍໃນແຕ່ລະຫຼຽນຈະເປັນຕົວແທນຂອງໂລຫະທີ່ມີຄ່າ 1 ກຣາມທີ່ຖືໂດຍຜູ້ໃຫ້ບໍລິການດູແລຊັ້ນນໍາ MKS Pamp ແລະ Imperial Vaults ຕາມຄຳຖະແຫຼງການຢ່າງເປັນທາງການ.

Meld Gold ກຽມທີ່ຈະເປີດຕົວຫຼຽນທີ່ຜູກກັບຄໍາ ແລະ ເງິນໃນ XRPL ໃນໄຕມາດທີ 3 ຂອງປີ 2024. ໂດຍໃນປັດຈຸບັນ, ບໍລິສັດຍັງຄົງຮັກສາສິນຊັບສິນດິຈິຕອນທີ່ຄ້າຍຄືກັນໄວ້ໃນ Algorand (ALGO), ເຊິ່ງເປັນ layer ທີ່ສາມາດຕັ້ງໂປຣເເກມໄດ້.

ນອກຈາກນີ້ມ Meld Gold ຍັງຕັ້ງໃຈທີ່ຈະພັດທະນາໂຊລູຊັນທີ່ສາມາດປະສົມປະສານຊັບສິນທາງດ້ານກາຍະພາບເຂົ້າກັບເຕັກໂນໂລຊີ Blockchain ໃນປີ 2025.

Michael Cotton CEO ຂອງ Meld Gold ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເປີດຕົວໃນຄັ້ງນີ້ສໍາລັບລະບົບນິເວດທັງໝົດຂອງໂປໂຕຄອລໂທເຄັນໃນ XRPL ແລະ Web3.

ໂອກາດໃນອຸດສາຫະກໍາ DeFi ຂອງ XRPL. ຜູ້ຕາງໜ້າຂອງ Meld Gold ໄດ້ເນັ້ນໜັກວ່າ ຄວາມພະຍາຍາມໃນການນຳເອົາ XRPL ເພື່ອໄປຊ່ວຍພັດທະນາອຸດສາຫະກໍາ DeFi ຈະເຮັດໃຫ້ສິນຊັບໃນເຄືອຂ່າຍ On-chain ໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນທົ່ວໂລກ.

ໂດຍການເພີ່ມສະພາບຄ່ອງທີ່ຈໍາເປັນ ຜູ້ໃຊ້ໃໝ່ ແລະ ຜູ້ໃຊ້ເກົ່າທີ່ສາມາດໃຊ້ປະໂຫຍດຈາກລັກສະນະດັ້ງເດີມຂອງ XRPL ລວມທັງ DEX, AMM, ລະບົບການຈ່າຍເງິນ, EVM ແລະ ຕະຫຼາດເງິນຕາທີ່ກຳລັງຈະມາຮອດ.

ທີ່ມາ:

u.today

x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/