ໃນໄລຍະປີທີ່ຜ່ານມາ ຄຸນະພາບກ້ອງຖ່າຍຮູບໃນໂທລະສັບ ຖືກພັດທະນາຂຶ້ນຢູ່ຕະຫຼອດ ຈົນບາງຮຸ່ນກໍມີຄຸນະພາບເກືອບເທົ່າກັບ ກ້ອງຖ່າຍຮູບແທ້ໆເລີຍ ແຕ່ກໍຍັງບໍ່ມີໂທລະສັບຮຸ່ນໃດໃນປັດຈຸບັນທີ່ສາມາດເອົາມາທົດແທນກ້ອງຖ່າຍຮູບແບບຈິງໆຈັງໆໄດ້ເທື່ອ ເພາະດ້ວຍຂະໜາດເຊັນເຊີ ແລະ ເລນທີ່ໃຫຍ່ກວ່ານັ້ນເອງ.

ຢ່າງໃດກໍຕາມ, ຊ່ອງວ່າງລະຫວ່າງກ້ອງຖ່າຍຮູບໃນໂທລະສັບ ແລະ ກ້ອງຖ່າຍຮູບດິຈິຕອລ ເບິ່ງຄືວ່າມັນລົດລົງອີກແລ້ວ ເພາະຫຼ້າສຸດ Xiaomi ໄດ້ປ່ອຍສະມາດໂຟນຕົ້ນແບບຮຸ່ນໃໝ່ ທີ່ມາພ້ອມກັບເຊັນເຊີຮູບພາບ 1 ນິ້ວທີ່ມີອຸປະກອນເສີມ ເຊິ່ງເປັນເລນຈາກ Leica ທີ່ສາມາດປະກອບເຂົ້າກັນໃຊ້ແທນກ້ອງ Mirrorless ໄດ້ທັນທີ

ສໍາລັບໂທລະສັບຕົ້ນແບບຮຸ່ນນີ້ ແມ່ນໃຊ້ພື້ນຖານດຽວກັນກັບ Xiaomi 12S Ultra, ເຊິ່ງໄດ້ເປີດຕົວກ່ອນໜ້ານີ້. ແຕ່ມັນມາພ້ອມກັບເຊັນເຊີຮູບພາບ 1 ນິ້ວທີ່ຕິດຕັ້ງແຍກ. ໂດຍເຊັນເຊີຮູບພາບ 1 ນິ້ວດັ່ງກ່າວ ຈະມີຝາແກ້ວປົກໄວ້ ເພື່ອປ້ອງກັນນ້ໍາ ແລະ ຝຸ່ນ ທີ່ອາດຈະເຂົ້າໄປໃນ ແລະຖ້າທ່ານຕ້ອງການໃຊ້ອຸປະກອນເສີມ ທ່ານສາມາດນໍາເອົາເລນ Leica ມາຕິດຕັ້ງ ແລະໃຊ້ສໍາລັບການຖ່າຍຮູບແບບມືອາຊີບໄດ້ທັນທີ ໂດຍບໍ່ຕ້ອງພົກພາ ກ້ອງ Mirrorless ອີກໜ່ວຍໜຶ່ງເລີຍ.

ການເປີດຕົວສະມາດໂຟນຕົ້ນແບບໃໝ່ນີ້ຈາກ Xiaomi ຖືວ່າເປັນເລື່ອງໃໝ່ສຳລັບວົງການຖ່າຍຮູບດ້ວຍກ້ອງໃນສະມາດໂຟນພໍສົມຄວນ. ເພາະວ່າເມື່ອກ່ອນ ເຖິງຈະເຄີຍມີຜູ້ຜະລິດອື່ນໃຊ້ເລນເປັນອຸປະກອນເສີມ ແຕ່ກໍເປັນການເຊື່ອມຕໍ່ກັບເລນກ້ອງຖ່າຍຮູບຂອງໂທລະສັບອີກເທື່ອໜຶ່ງ.

ຕ່າງຈາກໂທລະສັບ ຕົ້ນແບບຂອງ Xiaomi, ທີ່ເປັນການຕໍ່ໂດຍກົງຂອງເລນ ກັບເຊັນເຊີຮູບພາບ. ສົ່ງຜົນໃຫ້ຮູບພາບໂດຍບໍ່ມີການສູນເສຍລາຍລະອຽດ ລວມທັງການໄດ້ຮັບພະລັງງານການປະມວນຜົນຮູບພາບຈາກ chipset ໃນໂທລະສັບໄດ້ ຊ່ວຍປັບຮູບໃຫ້ງາມຂຶ້ນ ເຊິ່ງເປັນຄຸນສົມບັດທີ່ກ້ອງຖ່າຍຮູບແບບ Mirrorless ປົກກະຕິທົ່ວໄປບໍ່ສາມາດເຮັດໄດ້.
ແຕ່ຢ່າງໃດກໍ່ຕາມ, ບໍ່ມີລາຍລະອຽດເພີ່ມຕື່ມວ່າ Xiaomi ຈະປ່ອຍສະມາດໂຟນຮຸ່ນນີ້ເມື່ອໃດ. ຫຼືມັນເປັນພຽງແຕ່ການເປີດຕົວໂທລະສັບຕົ້ນແບບ ແຕ່ບໍ່ໄດ້ປ່ອຍອອກມາຈຳໜ່າຍທົ່ວໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/