- ເຮົາມີວັກຊີນທີ່ສາມາດປ້ອງກັນໂຄວິດ-19ໄດ້ແລ້ວບໍ່?
ຕອນນີ້, ອົງການອະນາໄມໂລກ (WHO) ອອກບັນຊີການນຳໃຊ້ວັກຊີນສຸກເສີນແລ້ວໃຫ້ແກ່ຫຼາຍຍີ່ຫໍ້ເຊັ່ນ:
- ວັກຊີນໄຟເຊີ (Pfizer) 31 ທັນວາ 2020.
- ວັກຊີນແອັສຕຣາເຊເນກ້າ (AstraZeneca) 15 ກຸມພາ 2021 .
- ວັກຊີນຈອນສັນ ແອນ ຈອນສັນ (Johnson & Jonhson) 12 ມີນາ 2021.
- ວັກຊີນໂມເດີນາ (Moderna) 30 ເມສາ 2021.
- ວັກຊີນຊີໂນຟາມ (Sinopharm) 7 ພຶດສະພາ 2021.
- ກ່ອນທີ່ວັກຊີນປ້ອງກັນ ໂຄວິດ-19 ຈະຖືກແຈກຢາຍ ຕ້ອງຜ່ານຂັ້ນຕອນໃດແດ່?
- ວັກຊີນ ຕ້ອງໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບ ໃນການທົດລອງກ່ອນ 3 ໄລຍະ.
- ຕ້ອງມີການກວດສອບອິດສະຫຼະ ເພື່ອເບິ່ງຫຼັກຖານດ້ານຄວາມປອດໄພ ແລະ ມີປະສິດທິພາບຂອງວັກຊີນ ທັງຢູ່ພາຍໃນປະເທດທີ່ຜະລິດວັກຊີນ
- ຕ້ອງຜ່ານການຮັບຮອງຈາກ ກຸ່ມຜູ້ຊ່ຽວຊານ ນອກເໜືອຈາກອົງການອະນາໄມໂລກ ທີ່ມີຊື່ວ່າ SAGE ໂດຍອີງໃສ່ບົດລາຍງານຂອງອົງການອະນາໄມໂລກ.
- ວັກຊີນຕ້ອງຜ່ານການອະນຸມັດ ຈາກເຈົ້າໜ້າທີ່ຂອງປະເທດນັ້ນໆວ່າຈະນຳໃຊ້ ຫຼື ບໍ່.
- ຂັ້ນຕອນສຸດທ້າຍແມ່ນ ວັກຊີນຕ້ອງມີການແຈກຢາຍຢ່າງຖືກຕ້ອງທຸກຂັ້ນຕອນຢ່າງລະອຽດ ແລະ ມີການຄວບຄຸມອຸນຫະພູມຢ່າງເຂັ້ມງວດ.
- ວັກຊີນສາມາດປ້ອງກັນໂຄວິດ-19 ສາມາດປ້ອງກັນພະຍາດໄດ້ໃນໄລຍະຍາວ ຫຼື ບໍ່?
ຍ້ອນວ່າວັກຊີນໂຄວິດ-19 ໄດ້ຖືກພັດທະນາຂຶ້ນມາໃນບໍ່ເທົ່າໃດເດືອນທີ່ຜ່ານມາ ຕອນນີ້ກຳລັງມີການຄົ້ນຄວ້າເພື່ອຕອບຄໍາຖາມນີ້. ແຕ່ເຖິງຢ່າງໃດກໍຕາມ ຂໍ້ມູນທີ່ເຮົາມີຢູ່ນີ້ ຊີ້ບອກວ່າ ຄົນສ່ວນໃຫຍ່ທີ່ຫາຍດີຈາກພະຍາດໂຄວິດ-19 ຈະສ້າງພູມຕ້ານທານ ທີ່ສາມາດປົກປ້ອງຈາກການຕິດເຊື້ອຄັ້ງໃໝ່ໄດ້. - ເຮົາຈະໄດ້ຮັບຜົນປະໂຫຍດຫຍັງຫາກສັກວັກຊີນ?
ວັກຊີນໂຄວິດ-19 ຈະຊ່ວຍປ້ອງກັນເຮົາຈາກພະຍາດ ໂດຍເປັນຜົນເນື່ອງມາຈາກການສ້າງພູມຕ້ານທານຕອບໂຕ້ໄວຣັດ ເພື່ອຄວາມສ່ຽງທີ່ຈະກໍ່ໃຫ້ເກີດພະຍາດແຊກຊ້ອນ ແລະ ຜົນກະທົບອື່ນໆ. - ເຮົາສາມາດປ່ອຍມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ບໍ່ ເມື່ອເຮົາໄດ້ສັກວັກຊີນປ້ອງກັນໂຄວິດ-19 ແລ້ວ?
ແມ່ນຢູ່ວ່າ ການສັກວັກຊີນຊ່ວຍປົກປ້ອງເຮົາບໍ່ໃຫ້ເຈັບປ່ວຍຮ້າຍແຮງ ແລະ ບໍ່ໃຫ້ເຖິງຂັ້ນເສຍຊີວິດ, ແຕ່ເຮົາກໍຍັງບໍ່ຮູ້ກ່ຽວກັບໄລຍະເວລາການປົກປ້ອງດັ່ງກ່າວ. ເພື່ອຊ່ວຍປ້ອງກັນໃຫ້ຄົນອື່ນປອດໄພນຳ ໃຫ້ສືບຕໍ່ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃຫ້ປິດປາກ ໃນເວລາໄອ ຫຼື ຈາມ ດ້ວຍຂໍ້ພັບແຂນສອກ, ໝັ່ນລ້າງມື ແລະ ໃສ່ຜ້າອັດປາກ ໂດຍສະເພາະ ເມື່ອເວລາຢູ່ບ່ອນອາກາດປິດ, ບ່ອນທີ່ມີຄົນຫຼາຍ ຫຼື ບ່ອນທີ່ບໍ່ມີລົມລ່ວງ. - ເຮົາສາມາດສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 2 ຄົນລະແບບ ຫຼື ຄົນລະຍີ່ຫໍ້ ກັບເຂັມທີ 1 ໄດ້ບໍ່?
ກັບຄໍາຖາມນີ້ ແມ່ນຍັງບໍ່ມີຂໍ້ມູນພຽງພໍ ທີ່ຈະແນະນຳກ່ຽວກັບການນຳໃຊ້ວັກຊີນແບບປະສົມເທື່ອ. - ວັກຊີນປ້ອງກັນໂຄວິດ-19 ເປັນສາເຫດເຮັດໃຫ້ຜົນກວດພະຍາດໂຄວິດ-19 ເຮົາເປັນຜົນບວກໄດ້ບໍ່ ເຊັ່ນ: ໃນການກວດແບບ PRC ຫຼື antigen test?
ຄຳຕອບແມ່ນ ບໍ່. ວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ເຮັດໃຫ້ຜົນການກວດໂຄວິດ-19 ເປັນບວກໄດ້ ທັງໃນການກວດແບບ PRC ຫຼື ກວດ antigen laboratory test ເພາະວ່າການກວດແມ່ນກວດຫາເຊື້ອເປັນ (active disease) ບໍ່ແມ່ນກວດວ່າບຸກຄົນນັ້ນໆມີພູມຕ້ານທານບໍ່. ເຖິງຢ່າງໃດກໍດີ ຍ້ອນວ່າວັກຊີນໂຄວິດ-19 ກະຕຸ້ນການຕອບໂຕ້ໂດຍສ້າງພູມຕ້ານທານ ມັນອາດເປັນໄປໄດ້ ທີ່ຈະໄດ້ຮັບຜົນບວກໃນການກວດຫາພູມຕ້ານທານ (antibody) ທີ່ໃຊ້ເພື່ອວັດແທກພູມຕ້ານທານຂອງຄົນເຮົາຕໍ່ກັບເຊື້ອພະຍາດໂຄວິດ-19. - ວັກຊີນປອດໄພສຳລັບເດັກນ້ອຍບໍ່?
ໂດຍທົ່ວໄປແລ້ວ ວັກຊີນແມ່ນທົດລອງກັບຜູ້ໃຫຍ່ກ່ອນ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ກັບເດັກນ້ອຍທີ່ກຳລັງມີການພັດທະນາ ແລະ ເຕີບໃຫຍ່. ນອກຈາກນີ້ ໄວຣັດໂຄໂຣນາ ກໍມີລັກສະນະຮຸນແຮງ ແລະ ເປັນອັນຕະລາຍ ຕໍ່ກັບຜູ້ໃຫຍ່. ປັດຈຸບັນ ວັກຊີນຖືວ່າມີຄວາມປອດໄພແລ້ວສຳລັບຜູ້ໃຫຍ່ ຕໍ່ໄປກໍຈະເອົາໄປສຶກສາໃນກໍລະນີຂອງເດັັກນ້ອຍ. ເມື່ອການສຶກສາຄົ້ນຄວ້າສຳເລັດ ເຮົາກໍຈະຮັບຮູ້ເພີ່ມຕື່ມ ແລະ ກໍຈະມີບົດແນະນຳອອກມາ.
ໃນຂະນະນີ້ ໃຫ້ເດັກນ້ອຍປະຕິບັດການ ເວັ້ນໄລຍະຫ່າງຈາກຜູ້ອື່ນ, ລ້າງມືຕະຫຼອດ, ໄອ ແລະ ຈາມໃສ່ຂໍ້ພັບແຂນສອກ ແລະ ໃສ່ຜ້າອັດປາກ ຫາກມີອາຍຸໃນເກນທີ່ເໝາະສົມ.
ສຳລັບຂໍ້ມູນທັງໝົດແມ່ນອ້າງອີງຜ່ານເວັບໄຊຂອງອົງການອານາໄມໂລກ (WHO) ທີ່ອັບເດດໃນວັນທີ 13 ພຶດສະພາ 2021.

ທີ່ມາ: https://bit.ly/2QRRNm8
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/