ເມື່ອວັນທີ 7 ເດືອນພຶດສະພາ Whale ສອງໂຕໄດ້ເທຂາຍຫຼຽນ Ethereum ຈຳນວນ 19.090 ETH ເຊິ່ງມີມູນຄ່າປະມານ 35,7 ລ້ານໂດລາ ໃນ Uniswap, ເຊິ່ງການເທຂາຍໃນຄັ້ງນີ້ເກີດຂຶ້ນຫຼັງຈາກ Vitalik Buterin ຜູ້ກໍ່ຕັ້ງ Ethereum blockchain ເເລະ Ethereum Foundation ໄດ້ຂາຍຫຼຽນຂະໜາດໃຫຍ່ມູນຄ່າປະມານ 30 ລ້ານໂດລາໃນ Kraken ເວັບເທຣດຊັ້ນນຳຂອງອາເມຣິກາ


ຄວາມຕື່ນຕົກໃຈເລີ່ມເກີດຂຶ້ນຫຼັງຈາກ Whale ໂຕທຳອິດໄດ້ປ່ຽນ 9.950 ETH ເປັນ 18.63 ລ້ານ DAI. ຫຼັງຈາກນັ້ນບໍ່ດົນ Whale ອີກໂຕກໍໄດ້ປ່ຽນ 9.140 ETH ເປັນ 17,07 ລ້ານຫຼຽນ DAI.
ຫຼັງຈາກການເທຂາຍ ETH ໃນຄັ້ງນີ້ເຮັດໃຫ້ລາຄາຂອງ Ethereum ລົດລົງຢ່າງຮຸນເເຮງ. ອີງຕາມຂໍ້ມູນຂອງ CoinMarketCap (CMC)
ການດຳເນີນການຂອງ Buterin ເເລະ Ethereum Foundation ໃນຄັ້ງນີ້ ນໍາໄປສູ່ຄຳຖາມໃນບັນດາລົງທຶນວ່າ ETH ຈະສາມາດຮັກສາທ່າອ່ຽງທີ່ເພີ່ມຂຶ້ນໃນ Q1 ຂອງປີ 2023 ໄດ້ຫຼືບໍ່. ເພາະໃນຄັ້ງຫຼ້າສຸດ Ethereum Foundation ໄດ້ຂາຍ ETH ໄປກ່ອນໜ້ານີ້, ເຮັດໃຫ້ລາຄາຂອງ ETH ຊົບເຊົາເປັນເວລາຫຼາຍເດືອນ ແຕ່ກໍຍັງມີຄວາມບໍ່ຊັດເຈນວ່າການຂາຍຂອງ Ethereum Foundation ຈະເຮັດໃຫ້ລາຄາຂອງ ETH ໃນປະຈຸບັນລົດລົງອີກຄັ້ງເຫຼືອບໍ່? ດັ່ງນັ້ນພວກເຮົາຕ້ອງຕິດຕາມການເຄື່ອນໄຫວຢ່າງໃກ້ຊິດຕໍ່ໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/