ອີງຕາມຂໍ້ມູນໃໝ່ຈາກ Whale Alert ເເພລັດຟອມສໍາຫຼວດ Whales, ເຫັນວ່າ Whales ໄດ້ເຄື່ອນຍ້າຍ Bitcoin ຢ່າງກະທັນຫັນມູນຄ່າລວມກວ່າ 500 ລ້ານໂດລາ ໃນເວລາພຽງ 24 ຊົ່ວໂມງ, ທຸລະກໍາທີ່ມີຂະໜາດໃຫຍ່ທີ່ສຸດແມ່ນ 6.582 BTC ມູນຄ່າ 182.629.202 ໂດລາຖືກໂອນຈາກກະເປົາສ່ວນຕົວໄປຫາກະເປົາອີກໃບ.
ນອກຈາກນີ້ຍັງມີການເຮັດທຸລະກຳອື່ນໆກ່ຽວກັບ Bitcoin ດັ່ງນີ້:

– Bitcoin 5.000 ຫຼຽນ ມູນຄ່າ 141.189.856ໂດລາ ຖືກໂອນຈາກກະເປົາໜຶ່ງໄປຫາອີກກະເປົາໜຶ່ງ.
– Bitcoin 3.999 ຫຼຽນ ມູນຄ່າ 112.874.776ໂດລາ ຖືກໂອນຈາກກະເປົາໜຶ່ງໄປຫາອີກກະເປົາໜຶ່ງ.
– Bitcoin 2.001 ຫຼຽນ ມູນຄ່າ 56.883.243ໂດລາ ຖືກໂອນຈາກ crypto exchange Gemini ໄປຫາກະເປົາເງິນສ່ວນຕົວ
– Bitcoin 1.098 ຫຼຽນ ມູນຄ່າ 30.517.472 ໂດລາ ຖືກໂອນຈາກກະເປົາເງິນສ່ວນຕົວໄປຫາ crypto exchange Kraken
– Bitcoin 1.032 ຫຼຽນ ມູນຄ່າ 29.153.880ໂດລາ ຖືກໂອນຈາກ Crypto.com ໄປຫາກະເປົາເງິນສ່ວນຕົວ
– Bitcoin 1.001 ຫຼຽນ ມູນຄ່າ 28.455.835ໂດລາ ຖືກໂອນຈາກ crypto exchange Gemini ໄປຫາກະເປົາເງິນສ່ວນຕົວ
ນອກຈາກນີ້ Whale Alert ຍັງໄດ້ກວດເຫັນການໂອນຍ້າຍຫຼຽນ XRP ດັ່ງນີ້:
- 95.000.000 XRP ມູນຄ່າ 51.699.751ໂດລາ ຖືກໂອນຈາກກະເປົາສ່ວນຕົວໄປຫາກະເປົາອີກໃບ
- 31.723.527 XRP ມູນຄ່າ 17.098.354ໂດລາ ຖືກໂອນຈາກ crypto exchange Bitstamp ໄປຫາກະເປົາເງິນອີກໃບ
- 19.000.000 XRP ມູນຄ່າ 10.198.480 ໂດລາ ຖືກໂອນຈາກກະເປົາສ່ວນຕົວ ໄປຫາ crypto exchange Bitstamp
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/