ໃນມືວັນພຸດທີ່ຜ່ານມາໄດ້ມີການເເຈ້ງເຕືອນຈາກ Whale Alert ວ່າ: ກະເປົາເງິນ Shiba Inu ປິດສະໜາທີ່ພວມສ້າງຂຶ້ນມາໃໝ່ໄດ້ຕັກຊື້ຫຼຽນ Shiba Inu ເປັນຈຳນວນ 20 ພັນຕື້ SHIB ລວມມູນຄ່າປະມານ 176,8 ລ້ານໂດລາ, ສົ່ງຜົນໃຫ້ກະເປົາເງິນດັ່ງກ່າວກາຍເປັນຜູ້ຖືຫຼຽນ Shiba Inu ລາຍໃຫຍ່ທີ່ຖືຄອງຫຼຽນຫຼາຍທີ່ສຸດເປັນອັນດັບ 5 ຂອງເຄືອຂ່າຍ ຫຼື ຄິດເປັນການຖືຄອງສິນຊັບຢູ່ປະມານ 2% ຂອງ Cryptocurrency ທັງໝົດ.

Whale ໄດ້ເຂົ້າຊື້ຫຼຽນ Shiba Inu ດ້ວຍທຸລະກຳທີ່ເທົ່າກັນໝົດທັງ 4 ລາຍການ, ໂດຍທຸລະກຳເເຕ່ລະລາຍການຈະມີມູນຄ່າຢູ 5 ພັນຕື້ SHIB ເເລະ ທີ່ໜ້າສົນໃຈກໍຄື ການທຸລະກຳທັງໝົດນັ້ນຖືກດຳເນີນການຢ່າງວ່ອງໄວ ເບິ່ງຄືວ່າການເຂົ້າຊື້ໃນຄັ້ງນີ້ໄດ້ມີການວາງເເຜນມາຢ່າງດີ
ອີງຕາມຂໍ້ມູນຈາກ Ethereum blockchain, ກະເປົາເງິນຂອງເຈົ້າມືລາຍນີ້ມີສິນຊັບດິຈິຕອນລວມມູນຄ່າເກືອບ 400 ລ້ານໂດລາ ແລະ ສິນຊັບທີ່ມີມູນຄ່າຫຼາຍທີ່ສຸດໃນກະເປົາກໍຄືຫຼຽນ Shiba Inu.
ນອກຈາກ Shiba Inu ເເລ້ວ, Whale ລາຍນີ້ຍັງຖືຄອງ ETH ລວມມູນຄ່າ 146 ລ້ານໂດລາ, Polygon (MATIC) ມູນຄ່າ 45 ລ້ານໂດລາ, Chainlink (LINK) ມູນຄ່າ 15.8 ລ້ານ ໂດລາ , Avalanche (AVAX) ມູນຄ່າ 14.8 ລ້ານໂດລາ ເເລະ ຫຼຽນ Crypto ອື່ນໆອີກ.
ກົນລະຍຸດໃນການສະສົມ SHIB ທ່າມກາງຄວາມວຸ້ນວາຍພາຍໃນລະບົບນິເວດ Shiba Inu ສະແດງໃຫ້ເຫັນວ່ານັກ Whale ລາຍນີ້ເເນມເຫັນໂອກາດທີ່ຈະເຮັດຜົນກຳໄລກັບຫຼຽນໃນອະນາຄົດ, ໃນຂະນະທີ່ນັກລົງທຶນອື່ນໆພະຍາຍາມທີ່ຈະຫຼີກເວັ້ນອອກມາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/