( ນະຄອນຫຼວງວຽງຈັນ ວັນທີ 24 ກໍລະກົດ 2024 ) – VietJet ແລະ Airbus ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ຮຸ່ນໃໝ່ຈໍານວນ 20 ລໍາ. ລວມມູນຄ່າທັງໝົດ 7,4 ຕື້ໂດລາສະຫະລັດ (164 ພັນຕື້ກີບ) ຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough ໃນສະຫະລາຊະອານາຈັກ ພິທີລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

ການລົງນາມສັນຍາຄັ້ງນີ້ ສະແດງໃຫ້ເຫັນເຖິງການເປັນໜຶ່ງໃນຂໍ້ສະເໜີທີ່ໃຫຍ່ທີ່ສຸດໃນງານ Airshow ປີນີ້ ເຮືອບິນທີ່ສັ່ງມາໃໝ່ນີ້ ຈະຖືກນຳໃຊ້ເພື່ອບໍລິການ ການບິນ ໄລຍະການເດີນທາງໄກທີ່ເພີ່ມຂຶ້ນຂອງ VietJet ພ້ອມກັບເສັ້ນທາງທີ່ມີຄວາມຕ້ອງການສູງໃນພາກພື້ນ ເຊິ່ງ VietJet ຈະເອົາມາທົດແທນເຮືອບິນ A330-300 ເປັນເຮຶອບິນປັດຈຸບັນຂອງ VietJet ແລະ ສະໜັບສະໜູນແຜນຍຸດທະສາດຂອງສາຍການບິນໃນການຂະຫຍາຍເຄືອຂ່າຍຖ້ຽວບິນຂ້າມທະວີບ.

ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ກ່າວຄຳເຫັນທີ່ພິທີລົງນາມວ່າ: “ເຮືອບິນ A330neo ຮຸ່ນໃໝ່ສາມາດເພີ່ມທະວີການພັດທະນາການບິນຂອງ VietJet ພ້ອມທັງຊຸກຍູ້ຄວາມສາມາດການດຳເນີນງານຂອງສາຍການບິນ ເພື່ອຊ່ວຍໃນການຂະຫຍາຍຕົວທົ່ວໂລກ ການເປີດຕົວເຮືອບິນ A330neo ທີ່ທັນສະໄໝ ແລະ ປະຢັດນ້ຳມັນໃນບັນດາເຮືອບິນຂອງ VietJet ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາແບບຍືນຍົງ ແລະ ເປັນເປົ້າໝາຍ ESG ຂອງພວກເຮົາ ໂດຍມີເປົ້າໝາຍ ໄປທີ່ການປ່ອຍມົນລະພິດໃຫ້ເປັນສູນ (Net-Zero) ໃນປີ 2050 ຜູ້ໂດຍສານຈະໄດ້ຮັບຄວາມສະດວກສະບາຍໃນຖ້ຽວບິນການເດີນທາງໄກທີ່ປອດໄພ ແລະ ທັນສະໄໝກວ່າ ເຮືອບິນ Airbus ຈະຊ່ວຍໃຫ້ VietJet ມອບໂອກາດໃນການບິນທີ່ຄຸ້ມຄ່າໃຫ້ແກ່ຜູ້ໂດຍສານກວ່າ 200 ລ້ານຄົນ ໃນນັ້ນລວມມີຜູ້ທີ່ເດີນທາງຄັ້ງທຳອິດ ມີການເຊື່ອມໂຍງຕໍ່ປະຊາຊົນ, ປະເທດຊາດ, ທະວີບ, ສົ່ງເສີມການພັດທະນາເສດຖະກິດ ແລະ ການແລກປ່ຽນວັດທະນະທຳ.”
ທ່ານ Benoît de Saint-Exupéry ຮອງປະທານຜູ້ບໍລິຫານຝ່າຍຂາຍ Airbus Commercial Aircraft ກ່າວວ່າ ” ພວກເຮົາມີຄວາມຍິນດີທີ່ຈະສໍາເລັດຄໍາສັ່ງຊື້ທີ່ສໍາຄັນນີ້ໃຫ້ກັບສາຍການບິນທີ່ເຕີບໂຕໄວທີ່ສຸດໃນອາຊີ “
“ ນີ້ແມ່ນຄະແນນສຽງອີກອັນໜຶ່ງຂອງຄວາມໝັ້ນໃຈຕໍ່ຜະລິດຕະພັນ Airbus widebody ລຸ້ນຫຼ້າສຸດ ມັນສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງ A330neo ສໍາລັບທຸກປະເພດຂອງຮູບແບບທຸລະກິດ ແລະ ເຄືອຂ່າຍຈາກເສັ້ນທາງພາຍໃນໄປເຖິງພາກພື້ນສູ່ເສັ້ນທາງໄລຍະໄກ ຫ້ອງໂດຍສານ Airspace ທີ່ໄດ້ຮັບຮາງວັນ ຍັງຊ່ວຍໃຫ້ VietJet ສາມາດສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ກັບຜູ້ໂດຍສານ ໂດຍສາມາດປັບຕົວເຂົ້າກັບແຕ່ລະຮູບແບບທຸລະກິດໄດ້ຢ່າງສົມບູນ ສິ່ງນີ້ຈະເປັນເວທີທີ່ສົມບູນແບບ ສຳລັບ VietJet Air ກັບຜູ້ໂດຍສານທີ່ຫຼາຍກວ່າເກົ່າ ໃນໄລຍະທາງທີ່ໄກຂຶ້ນແລະ ລາຄາທີ່ປະຢັດ ໃນຂະນະດຽວກັນ ຍັງຫຼຸດຜ່ອນການຊົມໃຊ້ນ້ຳມັນເຊື້ອໄຟ ແລະ ການປ່ອຍມົນລະພິດກາກບອນອີກດ້ວຍ ”

A330neo ມີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ທີ່ສ້າງມາດຕະຖານໃໝ່ໃນຄວາມສະດວກສະບາຍ ພື້ນທີ່ກວ້າງຂວາງ ແລະ ການອອກແບບ ພ້ອມຍັງໃຫ້ຜູ້ໂດຍສານມີປະສົບການການບິນທີ່ເປັນເອກະລັກບໍ່ຄືໃຜ ເຊີ່ງລວມມີລະບົບໄຟສາຍໃໝ່ ບ່ອນເກັບກະເປົາເດີນທາງທີ່ໃຫຍ່ຂຶ້ນ ແລະ ການເຂົ້າເຖິງລະບົບການບັນເທີງ ແລະ ການເຊື່ອມຕໍ່ຫຼ້າສຸດໃນການບິນ ເຮືອບິນທີ່ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000 ຮຸ່ນຫຼ້າສຸດ ເຮັດໃຫ້ A330-900 ສາມາດບິນໄດ້ 7,200 nm / 13,300 ກິໂລແມັດແບບບໍ່ຢຸດ.
ດ້ວຍເຮືອບິນ 105 ລໍາ ແລະ ປະລິມານຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ VietJet ກຳລັງຕັ້ງໜ້າຂະຫຍາຍການບິນທິ່ຂ້າມທະວີບ ພັດທະນາເຮືອບິນໃໝ່ ແລະ ໃຫ້ທັນສະໄໝ ໂດຍຮ່ວມມືກັບຄູ່ຮ່ວມທີ່ມີຍຸດທະສາດລະດັບໂລກເຊັ່ນ: Airbus.
ເມື່ອໄວໆນີ້ ບໍລິສັດ VietJet ໄດ້ປະກາດບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງໂຍທາທິການ ແລະ ຂົນສົ່ງຂອງປະເທດລາວ ເພື່ອດຳເນີນຂະຫຍາຍຫຼາຍໂຄງການກ່ຽວກັບການບິນ ໃນນັ້ນມີການສ້າງຕັ້ງສູນສ້ອມແປງບຳລຸງຮັກສາ (MRO) ໃນປະເທດລາວ ໂຄງການເຫຼົ່ານີ້ ຄາດວ່າຈະສ້າງວຽກເຮັດງານທຳໃໝ່ໄດ້ເຖິງ 2,500 ຄົນໃນຂະແໜງການບິນຂອງປະເທດໃນອະນາຄົດ.
ສຳລັບນັກເດີນທາງຈາກປະເທດລາວ VietJet ໄດ້ເປີດເສັ້ນທາງໃໝ່ໃນຕົ້ນປີນີ້ ໂດຍເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈີມິນ ເຊິ່ງເປັນນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ຖ້ຽວບິນເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ຈາກຈຸດເຊື່ອມຕໍ່ໃນປະເທດຫວຽດນາມ ນັກທ່ອງທ່ຽວຊາວລາວສາມາດເດີນທາງໄປເຖິງສະຖານທີ່ທ່ອງທ່ຽວອື່ນໆໃນອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ນໆ ຜ່ານເຄືອຂ່າຍການບິນຂອງ VietJet.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/