Vietjet ບັນລຸຂໍ້ຕົກລົງເຊື່ອມຕໍ່ການຂົນສົ່ງທາງອາກາດ ລາວ-ຫວຽດນາມ ຄາດ​ສ້າງ​ອາຊີບ​ ໃນຂະ​ແໜງ​​ການບິນໄດ້​ກວ່າ 2,500 ຄົນ


ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ສາຍການບິນຫວຽດເຈັດ ຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມຄາດ​ສ້າງ​ອາຊີບ​ ໃນຂະ​ແໜງ​​ການບິນໄດ້​ກວ່າ 2,500 ຄົນ.

ອີງຕາມການລາຍງານຂອງ ໜັງສືພິມ ປະຊາຊົນ, ພິທີປະກາດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ ນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນສັກຂີພິຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມແຂກຜູ້ມີກຽດລະດັບສູງຂອງທັງສອງປະເທດເຂົ້າຮ່ວມ.

ໂດຍສາຍການບິນຫວຽດເຈັດ ຈະຮ່ວມມືກັບກົມການບິນພົນລະເຮືອນຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ ເຊິ່ງຄາດ​ວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​ບຸກຄະລາກອນໃນ​ຂະ​ແໜງ​​ການບິນໄດ້​ເຖິງ 2,500 ຄົນ, ສາຍ​ການບິນ​ຍັງ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ສູນ​ເຝິກອົບຮົມ ​ແລະ ພັດທະນາ​ໃນ​ປະເທດລາວ ຮ່ວມ​ກັບ ສະຖາບັນເຝິກອົບຮົມການບິນຫວຽດເຈັດ​ເພື່ອ​ຕິດຕາມ​ກວດກາ​ການ​ເຝິກ​ອົບຮົມ​ພະນັກງານ​ໃໝ່ໃນລະດັບ​ສາກົນ.

ຂະນະທີ່ ກົມ​ການບິນ​ພົນລະ​ເຮືອນ​ລາວ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ບໍລິຫານ, ກົດໝາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ ຕະຫຼອດຈົນເຖິງການປະສານງານກັບພາກສ່ວນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.

ການເຄື່ອນໄຫວດັ່ງກ່າວ ຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຢັດ ແລະ ການບໍລິການທີ່ມີຄຸນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ​ການ​ຂະ​ຫຍາຍ​ຕົວທຸລະກິດຂອງສາຍການບິນ​ມາ​ປະ​ເທດ​ລາວ​ໃນ​ຕົ້ນ​ປີ​ນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ມິນ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍ​ເວລາໃນການ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ.

ໃນປີ 2023, ສາຍການບິນຫວຽດເຈັດໄດ້ເປີດສູນເຝິກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ, ພ້ອມທັງ​ໄດ້​ເປີດເສັ້ນ​ທາງບິນ​ທຳ​ອິດ​ລະ​ຫວ່າງ​ລາວ ​ແລະ​ ຫວຽດ​ນາມ ເຊິ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີ​ມິນ ເຊິ່ງເປັນທາງເລືອກໃຫ້ນັກທ່ອງທ່ຽວໄດ້ເດີນທາງ​ທີ່​ສະດວກ.

ປັດຈຸ​ບັນ ປະເທດຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າອັນດັບຕົ້ນ​ຂອງ ສປປ ​ລາວ ທີ່ມີ 255 ໂຄງການລົງທຶນ ລວມມູນຄ່າທັງໝົດ 5,5 ຕື້ໂດລາ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງ​ທ່ຽວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ແລະ ​ອື່ນໆ​ ເຊິ່ງເປັນການ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຄ້າ​ ການພັດທະນາແບບຍືນຍົງ ​ແລະ ​ການແບ່ງປັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ ສປປ ລາວ, ສສ ຫວຽດນາມ ​ແລະ ພາກ​ພື້ນ.

https://www.facebook.com/photo?fbid=1026408565839266&set=a.563325785480882

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/