V ວົງ BTS ກາຍສິລະປິນທີ່ມີຍອດຄົ້ນຫາຜ່ານ Google ສູງສຸດໃນເຄິ່ງປີ 2024


V ແຫ່ງວົງ BTS ໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກຢ່າງຕໍ່ເນື່ອງ ໂດຍຫຼ້າສຸດກາຍເປັນສິລະປິນ K-Pop ທີ່ມີຍອດຄົ້ນຫາໃນ Google ສູງສຸດໃນເຄິ່ງປີ 2024.

ຈາກສະຖິຕິ Google Trend ເຜີຍໃຫ້ເຫັນຍອດຄົ້ນຫາໄອດໍ K-Pop ຜ່ານແພລັດຟອມ Google ຕັ້ງແຕ່ວັນທີ 1 ມັງກອນ ຈົນເຖິງວັນທີ 30 ເຊິ່ງຜົນທີ່ອອກມາແມ່ນ V ເປັນສິລະປິນ  K-Pop ທີ່ມີການຄົ້ນຫາຫຼາຍທີ່ສຸດເປັນອັນດັບ 1 ເຖິງແມ່ນວ່າເຂົ້າກົມເພື່ອປະຕິບັດໜ້າທີ່ຮັບໃຊ້ປະເທດຊາດ ຕັ້ງແຕ່ທ້າຍປີທີ່ຜ່ານມາກໍຕາມ ໂດຍກ່ອນທີ່ຈະປະຕິບັດໜ້າທີ່ນັ້ນ V ໄດ້ປ່ອຍອາລະບ້ຳ Solo ດ່ຽວຊຸດທຳອິດໄວ້ໃຫ້ແຟນເພງຮັບຟັງກັນ ທີ່ມີຊື່ວ່າ ເພງ Layover.  ໃນເດືອນ ກັນຍາ ປີ 2023 ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແລະ ມີຍອດສະຕຣີມສູງເຖິງ 100 ລ້ານເທື່ອ.

ຫຼັງຈາກນັ້ນໃນເດືອນມີນາ ທີ່ຜ່ານມາ V ໄດ້ເຊີໄພ້ແຟນເພງ ໂດຍການເປີດຕົວເພງ FRI(END)S  ພ້ອມກັບ ມິວສິກວິດີໂອທີ່ມີກະແສຕອບຮັບຢ່າງລົ້ນເຫຼືອ ແລະ ກຳລັງຈະເປີດຕົວ Photo book ທີ່ມີສະເໜ່ເປັນຕົນເອງໃນວັນສະບາຍໆ ໃນວັນທີ 9 ກໍລະກົດນີ້. ແລະຍັງມີສ່ວນຮ່ວມໂປຣເຈັກນີ້ ທັງແນວຄວາມຄິດ ແລະ ການຜະລິດ.

ສຳລັບໄອດໍ K-Pop ທີ່ມີການຄົ້ນຫາຜ່ານ Google ຫຼາຍທີ່ສຸດເປັນອັນດັບ 2 ຄື: Jung Kook ວົງ BTS

ສ່ວນອັນດັບ 3 ແມ່ນ IU ແລະ LISA ວົງ BLACKPINK, JENNIE ວົງ BLACKPINK, CHA EUN-WOO ວົງ ASTRO, Jimin ວົງ BTS, SUGA ວົງ BTS, JISOO ວົງ BLACKPINK ແລະ Jin ວົງ BTS ຕາມລຳດັບ.

ທີ່ມາ: thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/