ເດືອດປານຮູບເງົາແອັກຊັນ ເມື່ອທາງທະນາຍຂອງ Twitter ສົ່ງຈົດໝາຍໄປຫາ Mark Zuckerberg ພ້ອມຂູ່ຟ້ອງ Meta ຫຼັງການເປີດ Threads ແລ້ວແອັບພິເຄຊັນຂອງທາງ Meta ໄປຄ້າຍຄືກັບ Twitter.
ຫຼັງເປີດແອັບພິເຄຊັນ Threads ໄດ້ບໍ່ທັນຂ້າມອາທິດ ບໍລິສັດ Meta ເບິ່ງຄືວ່າຈະເກີດບັນຫາໃຫຍ່ແລ້ວ ຫຼັງຈາກຫຼາຍຄົນເບິ່ງວ່າແອັບພິເຄຊັນ Threads ແມ່ນຄ້າຍຄືກັບ Twitter ແລະ ທີ່ສຳຄັນເລີຍແມ່ນການເປີດຕົວໃນມື້ທີ່ທາງທະວິດເຕີກຳລັງມີບັນຫາ. ແນ່ນອນວ່າທາງ Twitter ເອງກໍບໍ່ນອນໃຈໃດໆ ໄດ້ມີການສົ່ງຈົດໝາຍເຕືອນເຖິງ Mark Zuckerberg ເຈົ້າຂອງບໍລິສັດ Meta ທີ່ສ້າງ Threads ຂຶ້ນມາ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ Twitter ກຽມຟ້ອງ Meta ກ່ຽວກັບໂຊຊຽວມີເດຍໃໝ່ຢ່າງ Threads ໂດຍມີການອ້າງວ່າບໍລິສັດ Meta ໄດ້ລະເມີດຊັບສິນທາງປັນຍາ ຂອງທາງ Twitter ພ້ອມຍັງມີການເປີດເຜີຍຂໍ້ຄວາມຈົດໝາຍທີ່ທາງທະນາຍໄດ້ສົ່ງໃຫ້ Mark Zuckerberg ໂດຍມີເນື້ອໃນວ່າ “ບໍລິສັດມີຄວາມກັງວົນວ່າທາງ Meta ໄດ້ມີສ່ວນຮ່ວມໃນການລັກລອບເອົາຄວາມລັບທາງການຄ້າຂອງ Twitter ແລະ ຊັບສິນທາງປັນຍາອື່ນໆ ຢ່າງເປັນລະບົບໂດຍເຈດຕະນາ ແລະ ຜິດໃນທາງກົດໝາຍ”.
ພ້ອມຍັງກ່າວໃນຈົດໝາຍອີກວ່າ “Twitter ຕັ້ງໃຈທີ່ຈະບັງຄັບໃຊ້ສິດໃນຊັບສິນທາງປັນຍາຢ່າງເຄັ່ງຄັດ ແລະ ຮຽກຮ້ອງໃຫ້ທາງ Meta ດຳເນີນການໃນທັນທີ ເພື່ອຢຸດໃຊ້ຄວາມລັບທາງການຄ້າຂອງ Twitter ຫຼືຂໍ້ມູນອື່ນໆທີ່ເປັນຄວາມລັບລະດັບສູງ”.

ນອກຈາກນີ້ທາງ Elon Musk ໄດ້ມີການໂພສຂໍ້ຄວາມໃນ Twitter ວ່າ “ການແຂ່ງຂັນມີຂຶ້ນໄດ້ແຕ່ຕ້ອງບໍ່ແມ່ນການໂກງ” ເຖິງຢ່າງໃດຕອນນີ້ຍັງບໍ່ມີການເຄື່ອນໄຫວໆໃດຈາກທາງບໍລິສັດ Meta ຫຼືຈາກທາງ Mark Zuckerberg ເອງກໍຕາມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/