Tom Holland ນັກສະແດງທີ່ເຮົາຍັງເຫັນວ່າເປັນໜຸ່ມນ້ອຍຢູ່ສະເໝີ ອາດຈະເປັນເພາະບົດບາດ Peter Parker ໃນໄວມັດທະຍົມສົດໃສ ແຕ່ຕົວຈິງນັ້ນໜຸ່ມ Tom Holland ມີອາຍຸ 27 ປີແລ້ວ ແຕ່ກໍຍັງໜ້າເດັກແບບເກົ່າບໍ່ມີປ່ຽນແປງ.
ຫຼ້າສຸດທາງໜຸ່ມ Tom Holland ໄດ້ອອກມາເຜີຍຜ່ານລາຍການ On Purpose with Jay Shetty ກັບເລື່ອງທີ່ແຟນໆບໍ່ເຄີຍຮູ້ມາກ່ອນ ໂດຍທາງ Tom Holland ໄດ້ບອກວ່າເຄີຍຕິດເຫຼົ້າຢ່າງຮຸນແຮງ ແຕ່ກໍບໍ່ພະຍາຍາມທີ່ຈະຢຸດດື່ມເຫຼົ້າອີກດ້ວຍ.

ເມື່ອກ້າວເຂົ້າສູ່ເດືອນມັງກອນ 2022 ທາງໜຸ່ມ Tom Holland ໄດ້ເຂົ້າຮ່ວມກິດຈະກໍາ “dry January” ຂອງອົງກອນການກຸສົນ ແລະ ກຸ່ມລົນນະລົງຂອງອັງກິດໄດ້ຈັດຂຶ້ນເປັນເວລາ 1 ເດືອນ ບໍ່ແມ່ນເລື່ອງງ່າຍທີ່ Tom Holland ຈະຜ່ານມັນມາໄດ້ ພ້ອມຍັງເຜີຍວ່າລາວຍັງຄິດຮອດການດື່ມເຫຼົ້າຢູ່ ຈົນຮູ້ໄດ້ວ່າເຂົາອາດຈະເປັນຄົນມີບັນຫາໃນການດື່ມເຫຼົ້າ ແລະ ຕັດສິນໃຈຢຸດດື່ມເຫຼົ້າໃນເດືອນກຸມພາ ເພື່ອພິສູດວ່າຕົນເອງບໍ່ໄດ້ມີບັນຫາ ໂດຍເລີກເຫຼົ້າຈົນໄປຮອດວັນທີ 1 ມິຖຸນາ 2022 ຫຼື ເປັນວັນເກີດຂອງ Tom Holland ນັ້ນເອງ.

ໂດຍ Tom Holland ຍັງໄດ້ບອກວ່າ “ພໍຮອດວັນທີ 1 ມິຖຸນາອີ່ຫຼີ ກັບຮູ້ສຶກວ່າຕົນເອງມີຄວາມສຸກທີ່ສຸດໃນຊີວິດ ຂ້ອຍນອນຫຼັບໄດ້ສະໜິດຂຶ້ນ ຮັບມືກັບບັນຫາສາລະພັດໄດ້ດີຂຶ້ນ ຢ່າງກໍລະນີຖ້າເກີດມີເລື່ອງຜິດພາດໃນກອງຖ່າຍ ເຊິ່ງປົກກະຕິຂ້ອຍມັກຈະຄິດຫຼາຍ ແຕ່ຕອນນີ້ຂ້ອຍສາມາດຮັບມືກັບມັນໄດ້ສະບາຍໆ ສະພາບຈິດກໍດີຂຶ້ນກວ່າເກົ່າ ຂ້ອຍຮູ້ສຶກມີສຸຂະພາບທີ່ດີຂຶ້ນ”
ເຖິງແມ່ນວ່າເທື່ອນີ້ຈະບໍ່ແມ່ນຄັ້ງທຳອິດທີ່ Tom Holland ພະຍາຍາມເລີກເຫຼົ້າ ແຕ່ໃນເທື່ອນີ້ເຂົາເຮັດມັນໄດ້ສຳເລັດ ກໍເພາະໄດ້ຄຳນຶງຮູ້ເຖິງເຫດຜົນທີ່ເຮັດໃຫ້ຢາກດື່ມແລ້ວ ນອກຈາກນັ້ນເຂົາກໍຍັງຕ້ອງພົບປະສັງສັນກັບໝູ່ໂດຍທີ່ບໍ່ຕ້ອງດື່ມເຫຼົ້າກໍໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/