ຄວາມມີຊື່ສຽງ ທີ່ບໍ່ເຄີຍຫ່າງຫາຍ, ບໍ່ວ່າເວລາຈະຜ່ານໄປ ຜົນງານດີໆຂອງ The Weeknd ຍັງມີໃຫ້ແຟນໆໄດ້ເຫັນສະເໝີ ແລະ ຄັ້ງນີ້ກໍເປັນໂອກາດດີ ເຊິ່ງໄດ້ຮາງວັນເຖິງ 10 ຮາງວັນ ໄດ້ແກ່:
- Top Artist
- Top Male Artist
- Top Hot 100 Artist
- Top Hot 100 Song: “Blinding Lights”
- Top Radio Song: “Blinding Lights”
- Top R&B Album: “After Hours”
- Top R&B Artist
- Top R&B Male Artist
- Top R&B Album
- Top R&B Song: “Blinding Lights”

The Weeknd ເປັນນັກຮ້ອງ, ນັກແຕ່ງເພງ ແລະ ເປັນໂປຣດິວເຊີເພງຊາວແຄນນາດາ. ທີ່ເລີ່ມມີຊື່ສຽງຕັ້ງແຕ່ປີ 2010 ເປັນຕົ້ນມາ, ເມື່ອກ່ອນອັບໂຫຼດເພງລົງຢູທູບຍັງບໍ່ມີໃຜຮູ້ເລີຍ ແຕ່ລາວຜະລິດຜົນງານໄດ້ດີຫຼາຍ ແລະ ມີຜົນງານອອກເປັນເທບຫຼາຍຊຸດ.

ຫຼາຍປີຕໍ່ມາກໍອອກອະລາບໍ້າ ເຮັດດົນຕີໃໝ່ປະມານ 30 ເພງ ແລະ ເພີ່ມເພງໃໝ່ອີກ 3 ເພງ ພ້ອມກັບໄດ້ວາງຈຳໜ່າຍ ພາຍໃຕ້ສັງກັດ Republic Records ແລະ ໃນຄ້າຍເພງຂອງລາວເອງ. ຈາກນັ້ນກໍມີຜົນງານມາເລື້ອຍໆ ພ້ອມກັບມີຊື່ສຽງໂດ່ງດັງຕາມມາຕິດໆ.
ຖ້າເວົ້າເຖິງປັດຈຸບັນ ກໍໄດ້ຜົນຕອບຮັບຈາກແຟນໆສະເໝີມາ ແລະ ໃຜກໍເວົ້າເຖິງນັກຮ້ອງຄົນນີ້ແບບບໍ່ຂາດສາຍ ເພາະບົດເພງທີ່ລາວເຮັດອອກມານັ້ນຫຼາຍຄົນມັກ ແລະ ຮ້ອງກັນຢ່າງຕິດຫູ ເປັນຕົ້ນເພງ I Feel It Coming, Starboy, The Hills, Can’t Feel My Face ແລະ ອີກຫຼາຍເພງ. ນອກຈາກນີ້ The Weeknd ຍັງໄດ້ຖືກຍອມຮັບໃຫ້ເປັນ New MJ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/