Tether USDT ບັນລຸ 500 ລ້ານໂດລາໃນເຄືອຂ່າຍ TON ໃນ 2 ເດືອນ! ໂດຍມີຈຸດປະສົງເພື່ອຊຸກຍູ້ການຈ່າຍເງິນ P2P ໃນ Telegram


Tether ບໍລິສັດຜູ້ອອກຫຼຽນ Stablecoin ຍອດນິຍົມຄື USDT ໄດ້ປະສົບຜົນສຳເລັດຄັ້ງສຳຄັນ ເນື່ອງຈາກວ່າປະລິມານເງິນສຸດທິຂອງ USDT ທີ່ໄຫຼວຽນໃນ The Open Network (TON) ທະລຸ 500 ລ້ານໂດລາເປັນທີ່ຮຽບຮ້ອຍ. ອີງຕາມຂໍ້ມູນຈາກ dashboard ການສະໜອງ USDT ຂອງ The Block ເມື່ອວັນທີ 25 ມິຖຸນາ 2024 ສະແດງໃຫ້ເຫັນວ່າມີ USDT ຈຳນວນ 519.28 ລ້ານມີການໄຫຼວຽນຢູ່ໃນເຄືອຂ່າຍ TON.

ຜົນສໍາເລັດນີ້ເກີດຂຶ້ນພຽງແຕ່ສອງເດືອນຫຼັງຈາກ Tether ເປີດຕົວ USDT ໃນເຄືອຂ່າຍ TON, ສະທ້ອນໃຫ້ເຫັນເຖິງການຂະຫຍາຍຕົວຢ່າງໄວວາຂອງລະບົບນິເວດ TON ແລະ ຄວາມຕ້ອງການໃຊ້ງານ USDT ທີ່ເພີ່ມສູງຂຶ້ນ.

ສຳລັບເປົ້າໝາຍຫຼັກຂອງການເປີດຕົວ USDT ແລະ XAUT (Gold-backed Stablecoin) ໃນເຄືອຂ່າຍ TON ແມ່ນ:

  • ການຊຸກຍູ້ໃຫ້ການຊໍາລະເງິນແບບ peer-to-peer (P2P) ພາຍໃນຜູ້ໃຊ້ Telegram ທີ່ມີຈຳນວນຫຼວງຫຼາຍເກືອບ 900 ລ້ານຄົນ.
  • ເພີ່ມກິດຈະກໍາຕ່າງໆໃນລະບົບນິເວດ TON

ໃນປັດຈຸບັນຜູ້ໃຊ້ສາມາດໃຊ້ USDT ໄປໃຊ້ໃນແອັບພິເຄຊັນ DeFi (Decentralized Finance) ຕ່າງໆໃນ TON Network ໄດ້ແລ້ວ, ເຊິ່ງຈະຊ່ວຍຂະຫຍາຍຂອບເຂດຂອງການນໍາໃຊ້ ແລະ ເພີ່ມຜົນປະໂຫຍດຂອງຫຼຽນ USDT ໃນເຄືອຂ່າຍ.

TON ໃນເບື້ອງຕົ້ນແມ່ນ blockchain ທີ່ພັດທະນາໂດຍ Telegram ແຕ່ປັດຈຸບັນດໍາເນີນແຍກຕົວອອກມາເປັນອິດສະຫຼະ. ເຄືອຂ່າຍນີ້ໄດ້ກາຍເປັນທີ່ນິຍົມຫຼາຍໃນເວລາທີ່ຜ່ານມາ. ໂດຍຈໍານວນຜູ້ໃຊ້ປະຈໍາເດືອນເພີ່ມຂຶ້ນສູງຈາກໜ້ອຍກວ່າ 100,000 ເປັນຫຼາຍກ່ວາ 1.7 ລ້ານຄົນພາຍໃນ 6 ເດືອນ.

ປັດໄຈສໍາຄັນທີ່ຂັບເຄື່ອນການເຕີບໂຕຂອງ TON Network ມີດັ່ງນີ້:

  • ການປະສົມປະສານກັບ Telegram ເຊິ່ງເປັນແພລັດຟອມ social media ຍັກໃຫຍ່ທີ່ມີຜູ້ໃຊ້ທົ່ວໂລກຫຼາຍກວ່າ 900 ລ້ານຄົນ.
  • ຄວາມນິຍົມຂອງເກມໃນ Telegram: ເກມຂະໜາດນ້ອຍເຫຼົ່ານີ້ດຶງດູດຜູ້ໃຊ້ເຂົ້າໃນລະບົບນິເວດ TON ແລະ ມັກຈະໃຫ້ຮາງວັນໂທເຄັນດິຈິຕອນທີ່ຜູ້ຫຼິ້ນສາມາດແລກເປັນເງິນທີ່ແທ້ຈິງຜ່ານລະບົບ Airdrop.
  • ມູນຄ່າທັງໝົດຂອງຊັບສິນທີ່ໃຊ້ໃນ TON blockchain (Total Value Locked ຫຼື TVL) ເພີ່ມຂຶ້ນສອງເທົ່າໃນເວລາພຽງ 3 ອາທິດເປັນຫຼາຍກວ່າ 670 ລ້ານໂດລາໃນປັດຈຸບັນ.
  • Toncoin ເງິນສະກຸນເງິນດັ້ງເດີມຂອງ TON blockchain ກາຍເປັນ cryptocurrency ທີ່ໃຫຍ່ທີ່ສຸດອັນດັບ 8 ດ້ວຍມູນຄ່າຕະຫຼາດ 18 ຕື້ໂດລາ.

ໂດຍລວມແລ້ວ, ການຂະຫຍາຍຕົວຢ່າງໄວວາຂອງ TON Network ສະແດງໃຫ້ເຫັນເຖິງທ່າແຮງຂອງຕົນເອງໃນຖານະທີ່ເປັນຜູ້ຫຼິ້ນສຳຄັນໃນລະບົບນິເວດ DeFi ແລະ ການຊຳລະເງິນແບບ P2P . ການເປີດຕົວ USDT ໃນເຄືອຂ່າຍ TON ແມ່ນອີກບາດກ້າວໜຶ່ງທີ່ສໍາຄັນທີ່ຈະຊ່ວຍໃຫ້ການຂະຫຍາຍຕົວຂອງເຄືອຂ່າຍຕໍ່ໄປ.

ທີ່ມາ:

financefeeds

financefeeds2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/