Tesla ໄດ້ປະກາດຜ່ານ Twitter ໃນວັນອາທິດທີ່ຜ່ານມາວ່າ ກຳລັງກຽມເປີດໂຮງງານ Megafactory ເເຫ່ງໃໝ່ໃນຊຽງໄຮ້. ໂດຍໂຮງງານນີ້ສາມາດຜະລິດ ແບດເຕີຣີ Megapack ໄດ້ເຖິງ 10.000 ໜ່ວຍຕໍ່ປີ, ເພື່ອເສີມຜົນຜະລິດຂອງໂຮງງານ Megapack ໃນແຄລິຟໍເນຍ.
Xinhua ສຳນັກຂ່າວຂອງຈີນລາຍງານຈາກພິທີລົງນາມໃນຊຽງໄຮ້ວ່າ Tesla ກໍາລັງວາງແຜນທີ່ຈະເລີ່ມສ້າງໂຮງງານດັ່ງກ່າວໃນໄຕມາດທີສາມຂອງປີນີ້ (2023) ແລະ ຕັ້ງເປົ້າໝາຍທີ່ຈະເລີ່ມການຜະລິດ Megapack ປະມານກາງປີ 2024.

ໂຮງງານເເຫ່ງໃໝ່ນີ້ຈະຊ່ວຍເສີມສ້າງໂຮງງານຂະໜາດໃຫຍ່ໃນຊຽງໄຮ້ທີ່ຜະລິດລົດໄຟຟ້າ. ໂດຍໃນເບື້ອງຕົ້ນຈະຜະລິດ Megapacks 10.000 ໜ່ວຍຕໍ່ປີ, ເຊິ່ງເທົ່າກັບການເກັບພະລັງງານປະມານ 40 GWh ເພື່ອຈຳໜ່າຍໃນທົ່ວໂລກ
ໂດຍໂຮງງານເເຫ່ງໃໝ່ໃນຊຽງໄຮ້, Tesla ຈະໃຊ້ປະໂຫຍດຈາກລະບົບຕ່ອງໂສ້ການສະໜອງແບັດເຕີຣີຊັ້ນນໍາຂອງໂລກຂອງຈີນເພື່ອເພີ່ມຜົນຜະລິດ ແລະ ລົດຄ່າໃຊ້ຈ່າຍຂອງແບດເຕີຣີ lithium-ion Megapack ຂອງຕົນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບການເກັບຮັກສາພະລັງງານໃນທົ່ວໂລກໃນຂະນະທີ່ໂລກມີການປ່ຽນແປງທີ່ຈະນໍາໃຊ້ພະລັງງານທົດແທນຫຼາຍຂຶ້ນ.
Tesla ວາງແຜນທີ່ຈະຂະຫຍາຍໂຮງງານ Gigafactory Shanghai, ເຊິ່ງເປັນໂຮງງານຜະລິດລົດທີ່ມີຜົນຜະລິດຫຼາຍທີ່ສຸດ ເພື່ອເພີ່ມກຳລັງການຜະລິດປີລະ 450.000 ຄັນ.

ຢ່າງໃດກໍຕາມ, ບັນດາບໍລິສັດຂອງສະຫະລັດໄດ້ຕໍ່ສູ້ກັບການເພີ່ມຂຶ້ນຂອງສິນຄ້າຄົງຄ້າງຢູ່ຊຽງໄຮ້ ເນື່ອງຈາກຄວາມຕ້ອງການເລີ່ມລົດລົງໃນໄຕມາດທີສາມ, ນີ້ເເມ່ນສາເຫດເຮັດໃຫ້ລາຄາລົດລົງຢ່າງຫຼວງຫຼາຍໃນຕະຫຼາດທີ່ສໍາຄັນທົ່ວໂລກໃນເດືອນມັງກອນ.
ການເຕີບໂຕຂອງຍອດຂາຍລົດໄຟຟ້າໃນຈີນ ເຊິ່ງເປັນຕະຫຼາດລົດທີ່ໃຫຍ່ທີ່ສຸດໃນໂລກ ໄດ້ລົດລົງເຫຼືອ 20,8% ໃນສອງເດືອນທຳອິດຂອງປີ 2023 ຈາກ 150% ໃນໄລຍະດຽວກັນກັບປີທີ່ຜ່ານມາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/