Supernova ຂອງ aespa ຖືກເລືອກໃຊ້ປະກອບການສະແດງນ້ຳພຸສຸດຍິ່ງໃຫຍ່ໃນດູໄບ


Supernova ເພງຍອດຮິດເພງໃໝ່ຂອງ aespa ຍັງຄົງເດີນໜ້າກວາດຄວາມສຳເລັດຢ່າງຕໍ່ເນື່ອງ ຫຼັງຈາກທີ່ສາມາດຄວ້າຮາງວັນຈາກລາຍການເພງ ຕະຫຼອດຈົນສາມາດສ້າງສະຖິຕິ Perfect All-Kill ໃນ chart ເພງຫຼາຍທີ່ສຸດໃນຖານະສິລະປິນ Girl Group ຫຼ້າສຸດເພງນີ້ຍັງສ້າງຄວາມຮືຮາໄປອີກຂັ້ນ ເມື່ອໄດ້ຮັບເລືອກໃຫ້ໃຊ້ເປັນເພງປະກອບການສະແດງໂຊນ້ຳພສຸດຍິ່ງໃຫຍ່ຂອງດູໄບ “IMAGINE Show” ທີ່ເປັນການຕອກຢ້ຳຄວາມສຳເລັດ.

ການສະແດງໂຊນ້ຳພຸດຍິ່ງໃຫຍ່ຂອງດູໄບ “IMAGINE Show” ຈະຖືກຈັດຂຶ້ນຢູ່ທີ່ Dubai Festival Bay ເຊິ່ງກາຍເປັນທີ່ຈັບຕາເບິ່ງຂອງຄົນທົ່ວໂລກ ໂດຍ aespa ຈະຖືວ່າເປັນເພງ Girl Group K-POP ວົງທຳອິດທີ່ໄດ້ປະກອບການສະແດງໂຊນ້ຳພຸ “IMAGINE Show”.

ທີ່ມາ: https://www.korseries.com/aespa-s-supernova-chosen-for-imagine-show-in-dubai/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/