South Australia ກຽມດັນ ຫ້າມເດັກນ້ອຍຕ່ຳກວ່າ 14 ຫຼິ້ນໂຊຊຽວມີເດຍ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທ່ານ ປີເຕີ ມາລິນັສກັສ ກົວໜ້າຝ່າຍບໍລິຫານລັດ South Australia ຢູ່ລະຫວ່າງການພິຈາລະນາ ການບັງຄັບຫ້າມໃຊ້ໂຊຊຽວມີເດຍກັບເດັກນ້ອຍທີ່ອາຍຸຕ່ຳກວ່າ 14 ປີ ໂດຍໄດ້ແຕ່ງຕັ້ງຫົວໜ້າຜູ້ພິພາກສາສານສູງສຸດ ເພື່ອໃຫ້ກວດສອບການໃຊ້ໂຊຊຽວ ອັນເນື່ອງມາຈາກມີຄວາມກັງວົນວ່າ ໂຊຊຽວຈະເຮັດໃຫ້ເກີດອາການປ່ວຍທາງຈິດ.

ທັງນີ້ ລັດຖະບານໄດ້ກ່າວວ່າ ກຳລັງຕອບສະໜອງຕໍ່ຄວາມກັງວົນຈາກຜູ້ຊ່ຽວຊານ ແລະ ຜູ້ຄົນໃນສັງຄົມກ່ຽວກັບວິທີທີ່ແພລັດຟອມໂຊຊຽວມີເດຍເຮັດໃຫ້ເດັກນ້ອຍເຂົ້າເຖິງເນື້ອຫາທີ່ຜິດກົດໝາຍ ແລະ ການຖືກເຢາະເຢີ້ຍໃນໂລກອອນລາຍ ໂດຍທາງໜ່ວຍງານສຸຂະພາບຈິດຂອງອອສເຕຣເລຍ ພົບວ່າ ໂຊຊຽວມີເດຍເປັນບັນຫາໃຫຍ່ທີ່ສຸດ ສຳລັບຜູ້ປົກຄອງ.

ການຫ້າມເດັກນ້ອຍອາຍຸຕ່ຳກວ່າ 14 ປີ ໃຊ້ໂຊຊຽວ ຖືວ່າເປັນເທື່ອທຳອິດໃນ Australia ແຕ່ໃນທາງກັບກັນເດັກນ້ອຍທີ່ມີອາຍຸ 14 – 15 ປີ ກໍຕ້ອງໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງ ຈຶ່ງຈະສາມາດເຂົ້າເຖິງໂຊຊຽວມີເດຍໄດ້ ຢ່າງໃດກໍຕາມ ນະໂຍບາຍຍັງຢູ່ໃນຂັ້ນຕອນພິຈາລະນາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/