SONY ບໍລິສັດເຕັກໂນໂລຊີຍັກໃຫຍ່ສັນຊາດຍີ່ປຸ່ນ ໄດ້ຕັ້ງເປົ້າໝາຍສຳລັບຍອດຂາຍເຄື່ອງຫຼິ້ນເກມຄອນໂຊລ PlayStation 5 ຫຼື PS5 ຂອງຕົວເອງໄວ້ທີ່ 18 ລ້ານເຄື່ອງໃນປີ 2021 ນີ້ ຫຼັງຈາກມີຜົນຕອບຮັບໃນຍອດຈັດສົ່ງເຄື່ອງທີ່ດີຫຼາຍພາຍໃນ 4 ອາທິດທຳອິດຂອງການວາງຂາຍ.
ຫຼັງຈາກການເປີດຂາຍຢ່າງເປັນທາງການຂອງເຄື່ອງຫຼິ້ນເກມ PlayStation 5 ຕົວເລກຍອດຈັດສົ່ງ PS5 ພາຍໃນໜຶ່ງເດືອນທຳອິດໄດ້ທຳລາຍສະຖິຕິຍອດຈັດສົ່ງຫຼາຍທີ່ສຸດກວ່າທີ່ຜ່ານມາ ສຳລັບຕະຫຼາດເຄື່ອງຫຼິ້ນເກມຄອນໂຊລທີ່ 3.4 ລ້ານເຄື່ອງ ໂດຍຖືວ່າປະສົບຄວາມສຳເລັດເປັນຢ່າງຍິ່ງ


ທັງນີ້ ໂຊນີ່ມີຄວາມຄາດຫວັງທີ່ຈະຮັກສາກະແສຍອດຂາຍອັນທະລົ່ມທະລາຍໃນເຄື່ອງເກມຄອນໂຊລພະເອກຂອງຕົວເອງ ດ້ວຍການຕັ້ງເປົ້າໝາຍການຂາຍເຄື່ອງ PS5 ໃຫ້ໄດ້ 18 ລ້ານເຄື່ອງໃນປີ 2021 ນີ້ ເຊິ່ງສ່ວນໜຶ່ງອາດຈະເປັນເພາະວ່າທາງໂຊນີ່ຫາກໍໄດ້ເສີມທາງການຜະລິດເພີ່ມເຕີມຈາກ TSMC (ບໍລິສັດ semiconductor) ຍັກໃຫຍ່ສັນຊາດໄຕ້ຫວັນໃນວົງການໄອທີ ທີ່ເຄີຍຜະລິດໃຫ້ກັບແບຣນລະດັບໂລກມາຢ່າງຫຼວງຫຼາຍ ເຊັ່ນ: Apple, AMD ແລະ Samsung ມາແລ້ວ
ຕ້ອງຖ້າຕໍ່ໄປວ່າ ເປົ້າໝາຍອັນຍິ່ງໃຫຍ່ຂອງໂຊນີ່ຈະເປັນໄປໄດ້ແທ້ຫຼືບໍ່ ໂດຍຕົວເລກຍອດຂາຍ PS5 ເມື່ອວັນທີ 20 ທັນວາ 2020 ທີ່ຜ່ານມາ ຕາມລາຍງານຂອງສື່ເກມຊື່ດັງໃນປະເທດຍີ່ປຸ່ນຢ່າງ Famitsu ໄດ້ເປີດເຜີຍວ່າ ຍອດຂາຍຈົນເຖິງຕົ້ນປີເກີນ 2.42 ແສນເຄື່ອງ ແລະ ຫຼັງຈາກທີ່ໂຊນີ່ໄດ້ປະກາດຄວາມຫວັງວ່າພວກເຂົາຈະສາມາດຂາຍເຄື່ອງ PS5 ໄດ້ເຖິງ 100 ລ້ານເຄື່ອງຕະຫຼອດໄລຍະເວລາການຂາຍສິນຄ້າຕົວນີ້
ພາບ: AFP
ທີ່ມາ:
- https://screenrant.com/sony-expects-ps5-sales-100-million-units-lifetime/?fbclid=IwAR2SJMkgVh5kL3fdJtpYq2Gu6Sj_-OJPBRBtxh0WtNaQETZnullsO_qWH10
- https://www.facebook.com/adaybulletin/photos/a.267853132346/10158618366887347/?_rdc=1&_rdr