Solflare ປະກາດເປີດຕົວ Wallet Solanar ໃນ Metamask ໂດຍຈະມາພ້ອມຟີເຈີ Smaps ເຊິ່ງເປັນຟັງຊັນໃໝ່ຈາກວິສະວະກອນ Consensys ທີ່ຈະຊ່ວຍໃຫ້ການປັບແຕ່ງກະເປົາເງິນໃນ Metamask ໄດ້ດີຍິ່ງຂຶ້ນ ແລະ ຍັງສາມາດຈັດການ NFT ຂອງ SOL ຜ່ານ Metamask ໄດ້ໂດຍກົງອີກດ້ວຍ.
Filip Dragoslavic ຜູ້ຮ່ວມກໍ່ຕັ້ງຂອງ Solflare ກ່າວວ່າ ການພັດທະນານີ້ຈະຊ່ວຍຫຼຸດອຸປະກອນໃນການຕິດຕັ້ງກະເປົາເງິນໃໝ່ ເຊິ່ງມັກຈະສົ່ງຜົນເຮັດໃຫ້ຜູ້ໃຊ້ Solana ຈໍານວນຫຼາຍບໍ່ສາມາດໂຕ້ຕອບກັບລະບົບໄດ້.
“Solona ນັ້ນມີລະບົບນິເວດທີ່ມີຊີວິດຊີວາຢ່າງໜ້າຕົກໃຈ ແລະ ການປະສົມປະສານກັນໃນຄັ້ງນີ້ອາດເປັນຕົວປ່ຽນເກມທີ່ຈະເຮັດໃຫ້ຜູ້ໃຊ້ແພລັດຟອມກະເປົາເງິນທີ່ໃຫຍ່ທີ່ສຸດໃນ Web3 ຫັນມາລອງໃຊ້ Solona ດ້ວຍຕົນເອງ”
Solflare ໄດ້ພັດທະນາ Smaps ເພື່ອໃຫ້ຜູ້ໃຊ້ສາມາປັບແຕ່ງການແຈ້ງເຕືອນ, ການໄດ້ຮັບຂໍ້ມູນເຊີງເລີກກ່ຽວກັບການເຮັດທຸລະກໍາ ກ່ອນທີ່ຈະເຮັດການຢືນຢັນທຸລະກຳໄດ້ ແລະ ການປັບແຕ່ງການໂຕ້ຕອບໃນແບບຂອງເຮົາເອງ.
Christian Montoy ເຈົ້າຂອງຜະລິດຕະພັນອາວຸໂສຢູ່ MetaMask Snaps ກ່າວວ່າ “ປັດຈຸບັນ Snaps ໄດ້ຮັບການກວດສອບ ແລະ ໄດ້ຮັບການອະນຸຍາດໂດຍ Consensys ເຊິ່ງເປັນບໍລິສັດແມ່ຂອງ MetaMask ໂດຍຂອບເຂດຂອງການເຮັດວຽກທີ່ໄດ້ຮັບການອະນຸຍາດນີ້ ຈໍາເປັນທີ່ຈະຕ້ອງໄດ້ເພິ່ງພາຊຸມຊົນເພື່ອໃຫ້ມີການກະຈາຍອໍານາດທີ່ຫຼາຍຂຶ້ນ”.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/