ການແຂ່ງຂັນບານໂລກ 2022 ທີ່ກຳລັງຈະເປີດສາກຂຶ້ນໃນອີກບໍ່ເທົ່າໃດມື້ນີ້ ເອີ້ນໄດ້ວ່າມີຂ່າວບໍ່ຄ່ອຍດີອອກມາມື້ເວັ້ນມື້ກັນເລີຍ. ຫຼ້າສຸດ ເຊັບ ບຣາດເຕີ້ ອະດີດປະທານ FIFA ທີ່ໃນຕອນນັ້ນໄດ້ມີການຄັດເລືອກເອົາກາຕ້າມາເປັນເຈົ້າພາບ ໄດ້ອອກມາຍອມຮັບວ່າ ຄວາມຈິງແລ້ວ ກາຕ້າ ບໍ່ຄວນໄດ້ເປັນເຈົ້າພາບຈັດບານໂລກ.
ຢ້ອນກັບໄປເມື່ອປີ 2010 ເຊັບ ບຣາດເຕີ້ ໃນຖານະເປັນປະທານຂອງ FIFA ໄດ້ປະກາດວ່າ ກາຕ້າ ຈະໄດ້ຮັບສິດເປັນເຈົ້າພາບຈັດການແຂ່ງຂັນບານໂລກ 2022 ຈາກການຊະນະຄະແນນໂຫວດຂອງຄະນະກຳມະການຂອງ FIFA ໄປ 14 ຕໍ່ 8 ສຽງ ໂດຍ 8 ສຽງນັ້ນ ສ່ວນໜ້ອຍນັ້ນໄດ້ໂຫວດໃຫ້ກັບ ສະຫະລັດ ອາເມຣິກາ ເປັນເຈົ້າພາບ ຕໍ່ຈາກຣັດເຊຍ ເມື່ອປີ 2008.

ບຣາດເຕີ້ ເປີດໃຈຂອງລາວຜ່ານຫນັງສືພິມ ໃນສະວິດເຊີແລນ ວ່າລາວເສຍໃຈທີ່ປະກາດກາຕ້າເປັນເຈົ້າພາບ. ໂດຍໃຫ້ເຫດຜົນວ່າ ຕອນນັ້ນ ຄະນະກຳມະການ ບໍ່ໄດ້ຄຳນຶງເຖິງວ່າ ກາຕ້າມີບັນຫາການລະເມີດສິດທິມະນຸດ ແລະ ການກົດຂີ່ຂົ່ມເຫັງແຮງງານຕ່າງປະເທດຫຼາຍປານໃດ ກ່ອນທີ່ປີ 2012 ຈະມີການປັບປ່ຽນຮູບແບບການຄັດເລືອກ ໂດຍຈະໃສ່ ເລື່ອງສິນທໍາ ແລະ ຈັນຍາບັນຂອງຜູ້ທີ່ຈະມາເປັນເຈົ້າພາບ ໃຫ້ຫຼາຍຂຶ້ນ.

ໂດຍ ບຣາດເຕີ້ ໃນອາຍຸ 86 ປີ ກ່າວວ່າ: “ກາຕ້າເປັນປະເທດນ້ອຍເກີນໄປທີ່ຈະເປັນເຈົ້າພາບ. ແລະການເປັນເຈົ້າພາບບານເຕະໂລກແມ່ນໃຫຍ່ເກີນໄປສໍາລັບພວກເຂົາ, ເປັນການຕັດສິນໃຈທີ່ບໍ່ດີຫຼາຍ. ຂ້າພະເຈົ້າຕ້ອງຮັບຜິດຊອບໃນຖານະທີ່ເປັນປະທານຂອງອົງການ ໃນເວລານັ້ນ.”
ສຳລັບບານໂລກ ທີ່ກາຕ້າຈະເປັນເຈົ້າພາບນີ້ ແມ່ນມີແຕ່ຂໍ້ສັງເກດຫຼາຍຢ່າງ ບໍ່ວ່າຈະເປັນເຫດຜົນທາງດ້ານການລະເມີດສິດທິມະນຸດ ທີ່ທົ່ວໂລກກຳລັງໃຫ້ຄວາມສຳຄັນ ຫຼື ກາຕ້າຍັງບໍ່ຜ່ານເຂົ້າໄປຫຼິ້ນບານໂລກຮອບ 32 ທີມສຸດທ້າຍເລີຍ ແຕ່ກັບໄດ້ສິດໃນການເປັນເຈົ້າພາບ.

ໂດຍການໄດ້ເປັນເຈົ້າພາບ ບານໂລກ ຂອງກາຕ້າ ເທື່ອນີ້ ໄດ້ສົ່ງຜົນກະທົບຕໍ່ວົງການບານເຕະ ຢ່າງສູງ ບໍ່ວ່າຈະເປັນການຍ້າຍເວລາແຂ່ງຂັນຈາກກາງປີ ໄປເປັນທ້າຍປີ ເນື່ອງຈາກອາກາດທີ່ຮ້ອນເກີນໄປໃນກາຕ້າ. ເຮັດໃຫ້ແຟນບານຫຼາຍຄົນ ແລະ ຜູ້ຄົນທີ່ກ່ຽວຂ້ອງກັບວົງການບານເຕະ ເກີດຄວາມບໍ່ພໍໃຈຫຼາຍ.

ເຊັບ ບຣາດເຕີ້ ຍັງກ່າວອີກວ່າ ດີໃຈທີ່ນັກເຕະ ແລະ ຜູ້ທີ່ກ່ຽວຂ້ອງ ບໍ່ແບນການແຂ່ງຂັນບານໂລກໃນປີນີ້ ພ້ອມກັບຂໍໃຫ້ການແຂ່ງຂັນໃນປີນີ້ ຜ່ານພົ້ນໄປດ້ວຍດີ.

ປັດຈຸບັນ ບຣາດເຕີ້ ຖືກສັ່ງຫ້າມໃຫ້ກ່ຽວຂ້ອງກັບກິລາບານເຕະຈົນຮອດປີ 2028 ຈາກຄະດີສໍ້ໂກງໃນ FIFA, ລວມທັງຄະດີ ທີ່ນໍາເອົາເງິນ 2,19 ລ້ານໂດລາຈາກອົງກອນ, ເປັນສິນບົນໃຫ້ ພຣາດິນີ (Platini) ໃນລະຫວ່າງທີ່ພວກເຂົາ ເຮັດວຽກຮ່ວມກັນ. ເຖິງແມ່ນວ່າຄູ່ນີ້ໃນທີ່ສຸດຈະຖືກສານສູງໃນສະວິດເຊີແລນ. ຖືກຕັດສິນໃຫ້ພົ້ໜຜິດ. ແຕ່ ບຣາດເຕີ້ ຍັງຖືກຫ້າມໂດຍ FIFA ຕໍ່ໄປຍ້ອນກໍລະນີອື່ນໆ ທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນອົງກອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/