ຫຼັງຈາກ Samsung ໄດ້ເປີດຕົວໂທລະສັບຮຸ່ນເຮືອທຸງນັ້ນຄື Galaxy S21 ໃນງານ Galaxy Unpacked 2021 ເຊິ່ງກໍໄດ້ຮັບການຕອບຮັບເປັນຢ່າງດີ.
ທາງບໍລິສັດ Samsung ຈຶ່ງໄດ້ມີແຜນທີ່ຈະຈັດງານທີ່ມີຊື່ວ່າ Galaxy Awesome Unpacked ເພື່ອເປັນການສືບຕໍ່ຄວາມສຳເລັດຈາກງານກ່ອນໜ້ານີ້ ແລະ ຄາດວ່າໃນພາຍໃນງານຈະໄດ້ມີການເປີດຕົວໂທລະສັບ Galaxy A ອີກ 2 ຮຸ່ນ ນັ້ນຄື Galaxy A52 ແລະ A72.
ກ່ອນໜ້ານີ້ ທາງ Samsung ກໍໄດ້ມີການປ່ອຍຮູບພາບ ແລະ ສະເປັກເຄື່ອງຂອງ Galaxy A52 ອອກມາໃຫ້ຫຼາຍຄົນໄດ້ເຫັນເພື່ອສ້າງຄວາມສົນໃຈ ກ່ອນຈະເປີດຕົວຢ່າງເປັນທາງການໃນງານ Galaxy Awesome Unpacked ຖືໄດ້ວ່າທັງ 2 ຮຸ່ນ ເປັນສະມາດໂຟນຮຸ່ນກາງທີ່ມີສະເປັກສູງສຳລັບ Series A ຂອງ Samsung Galaxy, ນອກນັ້ນ ຍັງສາມາດຮອງຮັບເຄືອຂ່າຍ 5G ໄດ້ ແລະ ຍັງມາພ້ອມກັບລະບົບ ປະຕິບັດການ Android 11.


ສຳລັບງານ Galaxy Awesome Unpacked ນອກຈາກຈະມີການເປີດຕົວສະມາດໂຟນ 2 ຮຸ່ນທີ່ໄດ້ກ່າວມາແລ້ວ ທາງ Samsung ອາດຈະມີການເປີດຕົວອຸປະກອນອື່ນໆອີກ ເຊິ່ງຈະຕ້ອງໄດ້ຕິດຕາມກັນຕໍ່ໄປ.
ຕົວງານຈະໄດ້ຈັດຂຶ້ນ ແລະ ຖ່າຍທອດສົດຜ່ານທາງອອນໄລນ໌ ເນື່ອງດ້ວຍສະພາບການລະບາດຂອງພະຍາດ COVID-19 ເຊິ່ງຄົນທົ່ວໄປກໍສາມາດຮັບຊົມ ແລະ ຕິດຕາມການຖ່າຍທອດສົດໄດ້ຜ່ານທາງ YouTube (http://youtube.com/samsung) ໃນວັນທີ 17 ມີນາ 2021 ເວລາ 22:00 ໂມງ (ຕາມເວລາປະເທດລາວ).
ຂໍຂອບໃຈຂໍ້ມູນຈາກ: