ຊາດິໂອ ມາເນ່ ອະດີດກອງໜ້າ ລິເວີ້ພູລ ທີ່ປັດຈຸບັນຢູ່ກັບສະໂມສອນ ບາເຍີນ ມິວນິກ ໃນປະເທດເຢຍລະມັນ ເປັນອີກໜຶ່ງນັກເຕະອາຊີບ ທີ່ຖືກຍ້ອງຍໍວ່າເປັນຜູ້ຫຼິ້ນທີ່ເກັ່ງຄົນໜຶ່ງຂອງໂລກ ແລະ ເລື່ອງສີມືໃນສະໜາມນັ້ນຄົງຈະບໍ່ມີໃຜສົງໄສ ແຕ່ທຸກຄົນຮູ້ບໍ່ວ່າ ລາວເຄີຍບໍລິຈາກເງິນມະຫາສານ ເພື່ອສ້າງທັງໂຮງໝໍ, ໂຮງຮຽນ, ລະບົບພື້ນຖານໂຄງລ່າງ ແລະ ອື່ນໆ ເພື່ອພັດທະນາຊີວິດຄວາມເປັນຢູ່ຂອງຄົນໃນບ້ານເກີດ ໃຫ້ດີຂຶ້ນ.

ດ້ວຍຄວາມທີ່ວ່າ ມາເນ່ ກໍເປັນອີກໜຶ່ງນັກເຕະຈາກ ທະວີບອາຟຣິກາ ທີ່ມີພື້ນຖານຄອບຄົວທຸກຍາກ ແລະ ໃນເມືອງ ເບັມບາລີ ເມືອງນ້ອຍໆ ທາງໃຕ້ຂອງປະເທດ ເຊເນກາວ ທີ່ ມາເນ່ ເກີດນັ້ນ ເປັນອີກໜຶ່ງເມືອງທີ່ຊອກຫາຄວາມຈະເລີນບໍ່ເຫັນ ເຮັດໃຫ້ ຊາດິໂອ ມາເນ່ ເດັກໜຸ່ມທີ່ຫຼົງຮັກໃນກິລາບານເຕະ ຕັດສິນໃຈອອກຈາກບ້ານຕັ້ງແຕ່ ອາຍຸ 15 ເພື່ອໄປໄລ່ລ່າຄວາມຝັນທີ່ຈະກາຍເປັນນັກເຕະລະດັບໂລກໃຫ້ໄດ້.

ຈົນມາຮອດປັດຈຸບັນ ຊາດິໂອ ມາເນ່ ຖືເປັນນັກເຕະຄົນໜຶ່ງ ທີ່ປະສົບຄວາມສຳເລັດທີ່ສຸດໃນໂລກ ບໍ່ວ່າຈະດ້ວຍຄວາມສຳເລັດໃນສະໜາມ ຫຼື ເລື່ອງເງິນທອງຄ່າຈ້າງ ແລະ ເຖິງແມ່ນວ່າ ມາເນ່ ຈະໄດ້ສັງກັດຢູກັບ ລິເວີ້ພູລ ທີມທີ່ມີແຟນບານທົ່ວໂລກ ມີແສງໄຟສ່ອງຫາລາວຕະຫຼອດເວລາ ແຕ່ຕະຫຼອດເວລາທີ່ຜ່ານມາ ມາເນ່ ບໍ່ເຄີຍລືມບ້ານເກີດ ແລະ ຄວາມລຳບາກທີ່ປະຊາຊົນໃນ ເບັມບາລີ ຕ້ອງປະເຊີນ ລາວຈຶ່ງພະຍາຍາມສົ່ງເສີມ ບໍລິຈາກເງິນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄົນໃນນັ້ນດີຂຶ້ນຢູ່ເລື້ອຍໆ.

ມາເນ່ ໄດ້ໃຊ້ເງິນນັບ 8 ແສນໂດລາ ເພື່ອສ້າງທັງໂຮງຮຽນ, ໂຮງໝໍ, ອຸປະກອນກິລາຕ່າງໆ ເພື່ອເດັກນ້ອຍ, ປັບນໍ້າມັນ, ບໍລິການໄປສະນີ, ນຳເອົາສັນຍານອິນເຕີເນັດ ເຂົ້າມາໃນໝູ່ບ້ານ ແລະ ອື່ນໆ ເພື່ອປັບປຸງສະພາບຊີວິດຂອງຄົນໃນນັ້ນໃຫ້ດີຂຶ້ນ.

ມາເນ່ ເປັນອີກໜຶ່ງຄົນທີ່ຂຶ້ນຊື່ເລື່ອງຄວາມປະຢັດ ບໍ່ໃຊ້ເຄື່ອງຂອງທີ່ແພງໆຄືກັບນັກເຕະຊຸບເປີ້ສະຕາຄົນອື່ນໆ ແລະ ມາເນ່ ເຄີຍໃຫ້ສຳພາດກ່ຽວກັບເລື່ອງນີ້ໄວ້ວ່າ: “ຂ້ອຍຈະຢາກໄດ້ລົດຫຼູໆແພງໆ, ໂມງຝັງເພັດ ຫຼື ເຮືອບິນສ່ວນຕົວໄປເຮັດຫຍັງ? ສິ່ງເຫຼົ່ານີ້ບໍ່ໄດ້ໃຫ້ຫຍັງກັບຂ້ອຍ ຫຼື ກັບໂລກຂອງເຮົາເລີຍ”.
“ຂ້ອຍເຄີຍອຶດຢາກ, ຂ້ອຍເຄີຍຕ້ອງເຮັດວຽກກາງແຈ້ງ ຂ້ອຍຕ້ອງຜ່ານໄລຍະເວລາທີ່ຍາກລຳບາກມາຫຼາຍ, ຂ້ອຍບໍ່ມີແມ່ນແຕ່ເກີບເຕະບານ, ຂ້ອຍຕ້ອງປະຕີນເປົ່າໄປເຕະບານ, ຂ້ອຍບໍ່ມີໂອກາດໄດ້ຮຽນໜັງສື, ບໍ່ມີໂອກາດໄດ້ເຮັດໃນຫຼາຍໆສິ່ງທີ່ຢາກເຮັດ ແຕ່ມື້ນີ້ຂ້ອຍຕ້ອງຂອບໃຈບານເຕະ ທີ່ເຮັດໃຫ້ຂ້ອຍ ສາມາດມອບສິ່ງອຳນວຍຄວາມສະດວກ ແລະ ໂອກາດເຫຼົ່ານີ້ ໃຫ້ກັບຄົນອື່ນ”.

“ຂ້ອຍເລືອກທີ່ຈະສ້າງໂຮງຮຽນ, ໂຮງໝໍ, ສະໜາມກິລາ; ຈັດຫາອຸປະກອນກິລາໃຫ້ເດັກນ້ອຍທີ່ຂາດແຄນດ້ອຍໂອກາດ ແລະ ທຸກມື້ນີ້ ຂ້ອຍພະຍາຍາມມອບເງິນ ແລະ ອາຫານໃຫ້ແກ່ຄົນທຸກຍາກ ເພື່ອແກ້ໄຂບັນຫາເລື່ອງປາກທ້ອງກັບຄົນໃນພື້ນທີ່”
“ຂ້ອຍບໍ່ເຄີຍຢາກໄດ້ລົດຫຼູໆແພງໆ, ໂມງຝັງເພັດ, ເຮືອບິນສ່ວນຕົວ ຫຼື ເຮືອນຫຼັງໃຫຍ່ໆ ຕອນນີ້ຊີວິດຂ້ອຍດີຂຶ້ນຫຼາຍ ແລະ ຂ້ອຍຢາກແບ່ງປັນສິ່ງເລັກໆນ້ອຍໆ ນີ້ອອກໄປສູ່ ຄົນທີ່ຢູ່ບ້ານເກີດຂອງຂ້ອຍ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/