ເຖິງແມ່ນວ່າ 2020 ຈະມີແຕ່ເລື່ອງຫຍຸ້ງຍາກສັບສົນຕະຫຼອດປີ ທັງການເມືອງ ເສດຖະກິດ ແລະ ໂຣກລະບາດຂອງໂຄວິດ-19 ທີ່ຖືເປັນບັນຫາໃຫຍ່ທີ່ສຸດ ແຕ່ກໍບໍ່ໄດ້ເຮັດໃຫ້ຄວາມຮ້ອນແຮງຂອງ “ໄຣອັນ ຄາຈິ” (Ryan Kaji) Youtuber ເຈົ້າຂອງຊ່ອງ “Ryan’s World” ລົດລົງແຕ່ຢ່າງໃດ ເພາະເດັກຊາຍອາຍຸ 9 ປີຈາກລັດເທັກຊັດ ສະຫະລັດອາເມຣິກາ ສາມາດສ້າງລາຍໄດ້ຫຼາຍເຖິງ 30 ລ້ານໂດລາສະຫະລັດ ຈາກການແກະກ່ອງຣີວິວເຄື່ອງຫຼິ້ນ ແລະ ເກມ.
ຍ້ອນກັບໄປເມື່ອ 4 ປີກ່ອນ “ໄຣອັນ ຄາຈິ” ຫຼື ຊື່ປັດຈຸບັນ “ໄຣອັນ ກວງ” ເດັກຊາຍອາຍຸ 5 ປີ ຜູ້ທີ່ມັກໃນການເບິ່ງຄິບວີດີໂອຣີວິວເຄື່ອງຫຼິ້ນໃນ YouTube ເປັນຊີວິດຈິດໃຈ ຈຶ່ງເກີດຂໍ້ສົງໄສ ແລະ ຕັ້ງຄຳຖາມກັບຄອບຄົວວ່າ ເປັນຫຍັງຕົວເອງບໍ່ໄດ້ເປັນນັກຣິີວິວແບບນັ້ນເອງແນ່ ດ້ວຍຄວາມຝັນອັນແຮງກ້າ ປະກອບກັບວິໄສທັດອັນແຫຼມຄົມຂອງພໍ່ແມ່ຂອງໄຣອັນທີ່ເຫັນວ່າ YouTube ຄືຊ່ອງທາງເພີ່ມໂອກາດສ້າງເງິນໃຫ້ຄອບຄົວກວງ ຈຶ່ງຕັດສິນໃຈເປີດຊ່ອງ YouTube ຊື່ “Ryan’s World”

ຊ່ອງ Ryan’s World ຈະມີ ໄຣອັນ ຄາຈິ ເປັນນັກສະແດງຫຼືພິທີກອນຫຼັກຂອງລາຍການ ເຊິ່ງໄຣອັນຈະແກະຂອງຂວັນ (Unboxing) ແລະ ຣີວິວສິ່ງຂອງໃນກ່ອງນັ້ນ ສ່ວນຜູ້ເປັນແມ່ໄດ້ຈັດສິນໃຈລາອອກຈາກການເປັນຄູສອນວິຊາເຄມີ ມາເປັນຜູ້ຖ່າຍທຳ ແລະ ຕັດຕໍ່ເບື້ອງຫຼັງແທນ.
ດ້ວຍຄວາມຕະຫຼົກແລະຝີມີອັນເກັ່ງບໍ່ເກີນອາຍຸຂອງໄຣອັນໃນການເຮັດໃຫ້ຄົນເບິ່ງມີຄວາມສຸກ ເຮັດໃຫ້ຊ່ອງ Ryan’s World ໄດ້ຮັບຄວາມນິຍົມຢ່າງກ້າວກະໂດດໃນເວລາອັນສັ້ນ ຈົນນຳໄປສູ່ການຂະຫຍາຍຮູບແບບເນື້ອຫາທີ່ມີທັງການຣີວິວສິນຄ້າປະເພດຕ່າງໆ ລາຍການໂທລະທັດ ລວມເຖິງການນຳສະເໜີຂໍ້ມູນດ້ານວິທະຍາສາດທີ່ໜ້າສົນໃຈ.
ປັດຈຸບັນຊ່ອງຢູທູບ Ryan’s World ມີຜູ້ຕິດຕາມຫຼາຍກວ່າ 27 ລ້ານຄົນ ແລະ ມີຍອດວິວລວມກັນສູງເຖິງ 12.2 ພັນລ້ານວິວ ໂດຍມີຄິບ “Huge Eggs Surprise Toys Challenge” ມີຍອດຈຳນວນຄົນເບິ່ງສູງເຖິງ 2 ພັນລ້ານຄັ້ງ ຕິດອັນດັບ 1 ໃນ 60 ວີດີໂອທີ່ມີຈຳນວນຄົນເບິ່ງຫຼາຍສຸດເທົ່າທີ່ເຄີຍມີມາໃນ YouTube.

ນອກຈາກນີ້ ໄຣອັນຍັງສາມາດສ້າງເງິນໄດ້ຫຼາຍເຖິງ 200 ລ້ານໂດລາສະຫະລັດ ຈາກການຈຳໜ່າຍ Ryan’s World Branded Toys ແບຣນເຄື່ອງຫຼິ້ນຂອງໄຣອັນເອງ ແລະ ແບຣນເສື້ອຜ້າຢ່າງ Marks & Spencer Pyjamas ລວມເຖິງລາຍໄດ້ຈາກລາຍການໃນຊ່ອງ Nickelodeon.
ຈະເຫັນໄດ້ວ່າປີ 2020 ເປັນປີແຫ່ງຄວາມສຳເລັດຂອງເດັກຊາຍໄຣອັນຢ່າງແທ້ຈິງ ທຸກວັນນີ້ເຮົາສາມາດເວົ້າໄດ້ເຕັມປາກວ່າ “ໄຣອັນ ຄາຈິ” ຄືບຸກຄົນຜູ້ຊົງອິດທິພົນທີ່ສາມາດຄວບຄຸມທິດທາງການບໍລິໂພກສື່ຂອງເດັກໄດ້ໃນລະດັບໜຶ່ງ ແລະ ຄົງຕ້ອງຕິດຕາມກັນຕໍ່ໄປວ່າ ປີນີ້ໜຶ່ງໃນຜູ້ຊົງອິດທິພົນຕົວນ້ອຍຈາກຢູທູບຈະຍັງເປັນ ໄຣອັນ ຢູ່ຫຼືບໍ່.


ພາບ: Ryan Kaji, Business Insider
ທີ່ມາ:
- https://www.facebook.com/267847432346/posts/10158590029857347/?d=n
- www.theguardian.com/technology/2020/dec/18/ryan-kaji-9-earns-30m-as-this-years-highest-paid-youtuber
- https://youtu.be/jjd-BeTX6U0