ການແຂ່ງຂັນສະນຸກເກີ້ ເປັນອີກໜຶ່ງການແຂ່ງຂັນທີ່ຕ້ອງໃຊ້ສະມາທິສູງ ແຕ່ສຳລັບເຫດການທີ່ເກີດຂຶ້ນນີ້ ເຖິງວ່າສະມາທິຈະສູງເທົ່າໃດ ກໍຕ້ອງຍິ້ມມຸມປາກກັນທຸກຄົນ ເມື່ອ ຣອນນີ້ ໂອຊຸນລິແວນ (Ronnie O’Sullivan) ນັກສະນຸກເກີ້ ຊາວອັງກິດ ແຊ້ມໂລກ 7 ສະໄໝ ເຜີຕົດລະຫວ່າງການແຂ່ງຂັນ ແຖມສຽງດັງເຖິງຂະໜາດວ່າທຸກຄົນໃນສະໜາມລວມທັງຜູ້ຊົມທາງບ້ານ ໄດ້ຍິນກັນແບບຖ້ວນໜ້າ.
ເຫດການດັ່ງກ່າວເກີດຂຶ້ນໃນການແຂ່ງຂັນສະນຸກເກີ້ ແຊ້ມປ້ຽນຊິບ ລີກ 2022 ເກມສຸດທ້າຍຂອງ ກຸ່ມ A ໂດຍເປັນການພົບກັນລະຫວ່າງ ຣອນນີ້ ໂອຊຸນລິແວນ ແຊ້ມໂລກ 7 ສະໄໝ ແຂ່ງກັບ ອາລີ ຄາເຕີ້ ນັກສະນຸກເກີ້ ມືດີອີກຄົນໜຶ່ງຈາກອັງກິດ.

ໃນລະຫວ່າງທີ່ ຣອນນີ້ ກຳລັງໃຊ້ສະມາທິກົ້ມແທງລູກສີບົວ ລາວໄດ້ເຜີຕົດອອກມາຢ່າງແຮງ ຊະນິດທີ່ວ່າໄດ້ຍິນກັນທົ່ວໂລກ ກ່ອນທີ່ຈະອົດຫົວບໍ່ໄດ້ ພ້ອມຍິ້ມແບບອາຍໆອອກມາ.
ສ່ວນການແຂ່ງຂັນ ລາຍການ ແຊ້ມປ້ຽນຊິບ ລີກ 2022 ເຖິງແມ່ນວ່າ ຣອນນີ້ ໂອຊຸນລິແວນ ຈະເອົາຊະນະ ຄາເຕີ້ມາໄດ້ 3-0 ແຕ່ສຸດທ້າຍກໍບໍ່ພໍທີ່ຈະຜ່ານເຂົ້າຮອບຕໍ່ໄປ ຫຼັງໄປເສຍໄຊໃນ 2 ເກມທຳອິດ ໃຫ້ກັບຄູ່ແຂ່ງຢ່າງ ຜາງ ຈຸນຊູ ແລະ ຊີຈຸນ ສອງນັກສະນຸກເກີ້ ຈາກ ສປ ຈີນ ເຮັດໃຫ້ມີສະຖິຕິ ຊະນະ 1 ເສຍ 2 ຕົກຢູ່ອັນດັບ 3 ຂອງກຸ່ມ ເຊິ່ງບໍ່ພຽງພໍທີ່ຈະເຂົ້າຮອບຕໍ່ໄປ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment