
EP.00 ພວກເຮົາເຊື່ອວ່າການອ່ານປຶ້ມບໍ່ໄດ້ເປັນພຽງກິດຈະກຳຍາມວ່າງຊະນິດໜຶ່ງ ແຕ່ການອ່ານຍັງນຳພາພວກເຮົາໄປສູ່ໂລກອີກໜຶ່ງໃບ ນັ້ນກໍຄືໂລກຂອງ ຈິນຕະນາການຄວາມບັນເທິງແລະຄວາມຮູ້ຕ່າງໆ ແຕ່ບາງຄັ້ງເນື້ອຫາທີ່ປາກົດຢູ່ໃນປຶ້ມຫຼາຍໆເຫຼັ້ມກໍບໍ່ໄດ້ເປີດເຜີຍຄວາມຈິງທັງໝົດທີ່ຜູ້ປະພັນຢາກສື່ ຫຼືອາດເວົ້າໄດ້ວ່າມີພາບຊ້ອນອີກຊັ້ນໜຶ່ງປິດບັງຢູ່ນັ້ນກໍຄື ມາຍາຄະຕິ ຄ່ານິຍົມຕ່າງໆ ອັນລວມໄປເຖິງຄວາມຄິດຄວາມເຊື່ອທີ່ເຊື່ອງຊ້ອນຢູ່ຢ່າງແນບນຽນ ສະນັ້ນການອ່ານບາງຄັ້ງກໍຕ້ອງໄດ້ອາໄສການວິເຄາະຫຼືເຊື່ອມໂຍງສິ່ງທີ່ອ່ານເຂົ້າກັບອົງຄວາມຮູ້ອື່ນໆພາຍນອກ
Readອີ່ຫລີ Podcast ລາຍການທີ່ຈະພາທ່ານໄປເຈາະຈິ້ມແລະວິເຄາະປຶ້ມທີ່ອ່ານໃຫ້ລຶກຊຶ້ງຂຶ້ນຕື່ມ ເພື່ອຮຽນຮູ້ພ້ອມກັບທຳຄວາມເຂົ້າໃຈຕົນເອງ ຜູ້ອື່ນ ແລະປາກົດການຕ່າງໆໃນສັງຄົມຫຼາຍໃຫ້ຂຶ້ນຜ່ານໂລກຂອງການອ່ານ
Readອີ່ຫລີ EP.00 Read Yourself, Read Others, Read ອີ່ຫລີ
ທ່ານສາມາດຕິດຕາມ Read ອີ່ຫລີ Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
- YouTube Channel: youtube.com/laoxchannel?sub_confirmation=1
- ຟັງຜ່ານ Youtube: https://youtu.be/_giHB7m4sgs
- ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files