Plant vs Undead ເກມແນວ Tower Defense ທີ່ໄດ້ແຮງບັນດານໃຈຈາກເກມ Plant vs Zombies ເກມທີ່ຫຼາຍຄົນຄຸ້ນເຄີຍກັນ. ສຳລັບເປົ້າໝາຍຂອງຜູ້ພັດທະນາແມ່ນ ການເອົາເກມໃນຕໍານານ Plant vs zombies ເຂົ້າໃນເທັກໂນໂລຢີ Blockchain ຫຼື ເຮັດໃຫ້ເປັນເກມແນວ NFT Play to earn ນັ້ນເອງ. ສຳລັບຊັບສິນຂອງທ່ານ ທີ່ຈະມີສ່ວນເຂົ້າໃນການແລກປ່ຽນໃນ Marketplace ກໍຈະມີ: ຕົ້ນໄມ້ ແລະ Seed. ສ່ວນສະກຸນເງິນໃນເກມກໍຈະແມ່ນຫຼຽນ PVU ແລະ LE.

- ຫຼຽນ LE ຈະມີບົດບາດແຕ່ສະເພາະໃນເກມເທົ່ານັ້ນ ໃຊ້ຊື້ອຸປະກອນຕ່າງໆທີ່ຈຳເປັນພາຍໃນເກມ.
- ຫຼຽນ PVU ນີ້ສາມາດນຳໄປແລກມູນຄ່າໃຊ້ຈ່າຍໃນຊີວິດປະຈຳວັນໄດ້ ເຊິ່ງບໍ່ຕ່າງຍັງຈາກຫຼຽນ SLP ຫຼື AXS ໃນເກມ Axie Infinity.
ລະບົບໃນຕົວເກມ:
Plant vs Undead ຈະມີຕົ້ນໄມ້ຢູ່ຫຼາຍສາຍພັນ, ຫຼາຍທາດ ແລະ ຫຼາຍຄວາມສາມາດທີ່ແຕກຕ່າງກັນ. ຕົວເກມຈະມີ 2 ໂໝດທີ່ເຮັດໃຫ້ທຸກຄົນສາມາດສ້າງລາຍໄດ້ຄື: ໂໝດ Tower Defense ແລະ ໂໝດປູກຕົ້ນໄມ້.

- ໂໝດ Tower Defense ເຊິ່ງຈະແຕກຍ່ອຍແບ່ງອອກເປັນ 2 ໂໝດອີກເຊັ່ນກັນ, ສາມາດຫຼິ້ນໄດ້ທັງ Survival (PVE) ແລະ Arena (PVP). ໃນຕົວເກມໂໝດ PVE ແຕ່ລະຮອບຜູ້ຫຼິ້ນສາມາດນຳຕົ້ນໄມ້ 1 ຕົ້ນເປັນຖານຫຼັກ ແລະ ຕົ້ນໄມ້ນ້ອຍທີ່ບໍ່ຊ້ຳກັນ 8 ຕົ້ນເຂົ້າມາເພື່ອປ້ອງກັນຕົ້ນໄມ້ຫຼັກຂອງເຮົາໄວ້ ບໍ່ໃຫ້ພວກ Undead ເຂົ້າມາທຳລາຍຕົ້ນຫຼັກຂອງເຮົາ. ສຳລັບໂໝດນີ້ ຍັງຢູ່ໃນການພັດທະນາ ເຊິ່ງຂໍ້ມູນກໍຍັງບໍ່ທັນອອກມາຫຼາຍ ແຕ່ທຸກຄົນສາມາດລອງຫຼິ້ນໃນ Beta Test ໄດ້.
- ໂໝດປູກຕົ້ນໄມ້: ໂໝດນີ້ຈະນັບເປັນການລົງທຶນຫຼາຍກວ່າ ຍ້ອນການທີ່ຈະເລີ່ມຫຼິ້ນໂໝດນີ້ໄດ້ແມ່ນຢ່າງໜ້ອຍທຸກຄົນຕ້ອງໄດ້ລົງທຶນຊື້ຫຼຽນ PVU ຈຳນວນ 5PVU (ອັດຕາແລກປ່ຽນປັດຈຸບັນປະມານ 100$) ເພື່ອນຳໄປແລກ LE ໃນການຊື້ອຸປະກອນຕ່າງໆເຊັ່ນ: ນ້ຳ, Seed, ຖັງດອກໄມ້, ດິນ ແລະ ອື່ນໆ. ໃນໂໝດນີ້ຈະໄດ້ຄ່າຕອບແທນເປັນ LE ເຊິ່ງສາມາດໄດ້ຈາກການປູກ ແລະ ເຮັດ Quest ປະຈຳວັນ.
ໃນການລົງທຶນແຕ່ລະຄັ້ງແມ່ນມີຄວາມສ່ຽງສະເໝີ ສະນັ້ນການສຶກສາຂໍ້ມູນກ່ອນລົງທຶນຖືວ່າເປັນສິ່ງສຳຄັນ ຕ້ອງໄດ້ລໍຖ້າຕິດຕາມກັນຕໍ່ໄປວ່າຈະມີຂໍ້ມູນຫຍັງເພີ່ມຕື່ມອີກ.
ທີ່ມາ: https://tinyurl.com/yfr7bxfn
Official: https://plantvsundead.com/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/