People Pleasing Leader ຕັດສິນໃຈບໍ່ເດັດຂາດ ອາດພາທີມໝົດໄຟ


ການຕັດສິນໃຈ ແມ່ນໜຶ່ງໃນທັກສະການເອົາຕົວລອດຂອງມະນຸດ. ທຸກຄົນມີທັກສະນີ້ຢູ່ໃນຕົວ ແຕ່ຄວາມຄ່ອງແຄ້ວໃນການຕັດສິນໃຈ ແມ່ນແຕກຕ່າງກັນໄປຕາມພື້ນຖານ ແລະ ປະສົບການຊີວິດ. ບາງຄົນລັງເລທີ່ຈະຕັດສິນໃຈ ເພາະຢ້ານເຮັດຜິດ, ແຕ່ສໍາລັບບາງຄົນແລ້ວ ການຕັດສິນໃຈ ຄືເລື່ອງທີ່ຜ່ານມາ ສິ່ງໃດກໍຕາມທີ່ເກີດຂື້ນ ກໍຕ້ອງຍອມຮັບຜົນທີ່ຕາມມາ.

ການເຮັດວຽກໃນປັດຈຸບັນນັ້ນ ຈຳຕ້ອງມີການຕັດສິນໃຈບໍ່ເວັ້ນໃນແຕ່ລະມື້, ໂດຍສະເພາະຢ່າງຍິ່ງແມ່ນ ຜູ້ນຳ ຫຼື ຫົວໜ້າທີມ ແມ່ນຈະມີການໄດ້ຕັດສິນໃຈຢູ່ເລື້ອຍໆ ຫາກບໍ່ສາມາດຕັດສິນໃຈໄດ້ ຊີວິດການເຮັດວຽກຂອງເຮົາກໍຈະຫຍຸ້ງຍາກຫຼາຍຂຶ້ນ.

ມື້ນີ້, ເຮົາຈະພາທຸກທ່ານຮູ້ຈັກຄຳວ່າ: People Pleasing Leaders ໃຫ້ຫຼາຍຂຶ້ນ

People Pleasing Leaders ເປັນລັກສະນະຂອງຜູ້ນໍາທີ່ບໍ່ມີການຕັດສິນໃຈໃນຕົນເອງ, ໃຜ​ບອກໃຫ້ເຮັດແນວໃດກໍເຮັດຕາມ ໂດຍ​ບໍ່​ມີ​ການ​ກັ່ນ​ຕອງ​ຄວາມ​ເໝາະ​ສົມ​ຂອງ​ທີມ​ງານ​ ຫຼື​ ຕົນ​ເອງ​ ພ້ອມທັງຢ້ານວ່າຈະຕັດສິນໃຈຜິດພາດ ຈົນບໍ່ກ້າຕັດສິນໃຈຫຍັງເລີຍ ນຳໄປສູ່ຄວາມຕິດຂັດ ໜ້າວຽກບໍ່ເດີນ.

ເມື່ອຜູ້ນຳເປັນຄົນທີ່ບໍ່ເດັດຂາດຕໍ່ການຕັດສິນໃຈ ຈະເຮັດໃຫ້ທີມງານ ແລະ ເພື່ອນຮ່ວມງານຮູ້ສຶກສັບສົນ. ບໍ່ແນ່ໃຈວ່າທິດທາງຂອງການເຮັດວຽກຈະເປັນແນວໃດຕໍ່ໄປ ແລະ ໃນທີ່ສຸດເຈົ້ານາຍຈະກາຍເປັນສາເຫດໃຫ້ຫຼາຍໆຝ່າຍເກີດຄວາມຮູ້ສຶກເຊີງລົບໃນການເຮັດວຽກ.

ຍິ່ງໄປກວ່ານັ້ນ, ຖ້າຜູ້ນຳ ເປັນຄົນທີ່ເຊື່ອຟັງ ແລະ ຮັບທຸກຄໍາສັ່ງໂດຍບໍ່ມີການຕັດສິນໃຈ ຫຼື ຄິດຮອບຄອບວ່າໄລຍະນີ້ໃນທີມມີວຽກຫຼາຍບໍ? ຫຼື ມີວຽກສຳຄັນທີ່ທີມງານຕ້ອງໄດ້ໂຟກັດຢູ່ບໍ? ສົ່ງຜົນໃຫ້ທີມງານເມື່ອຍລ້າ ແລະ ໝົດໄຟໄປໃນທີ່ສຸດ.

ສະນັ້ນ, ຜູ້ນຳທີ່ບໍ່ເດັດຂາດໃນການຕັດສິນໃຈ, ເຮັດອັນໃດກໍຕອບຮັບ, ກໍຍອມເຮັດ ຈະປ່ຽນແປງຕົນເອງແນວໃດເພື່ອບໍ່ໃຫ້ທີມໝົດໄຟ ເຮົາມາເບິ່ງນຳກັນ

3 ເທັກນິກຢຸດການເປັນ “People Pleasing Leaders “

1. ໃຊ້ເວລາຫຼາຍໃນການຕັດສິນໃຈ

ການຄົ້ນຄວ້າຈາກມະຫາວິທະຍາໄລ Colombia (ມະຫາວິທະຍາໄລ Columbia) ໃນປີ 2014 ເປີດເຜີຍວ່າ ເມື່ອຄົນເຮົາຕ້ອງໄດ້ຕັດສິນໃຈ ຄວນພັກຜ່ອນ ແລະ ຕັ້ງສະຕິກ່ອນ ເພື່ອເຮັດໃຫ້ການຕັດສິນໃຈຕ້ອງກັ່ນຕອງມາຢ່າງມີປະສິດທິພາບ.

ແລະ ສ່ວນໃຫຍ່ຜູ້ນຳທີ່ເປັນ People Pleasing Leaders ຈະຮູ້ສຶກຕົກໃຈໃນການຕັດສິນໃຈຂອງຕົນເອງ ເພາະຢ້ານວ່າຈະເຮັດໃຫ້ການເຮັດວຽກຜິດພາດ ຍິ່ງຖືກຖາມ-ຕອບໄວເທົ່າໃດ ຍິ່ງກົດດັນຫຼາຍເທົ່ານັ້ນ ຈົນນຳໄປສູ່ການຢ້ານການຕັດສິນໃຈ.

ສະນັ້ນ, ຂໍໃຫ້ຜູ້ນໍາທຸກຄົນຈົ່ງໃຊ້ເວລາຕັດສິນໃຈ ເພື່ອຄິດຢ່າງລະອຽດກ່ອນທີ່ຈະໃຫ້ຄຳຕອບ, ແນ່ນອນວ່າ ການຕັດສິນໃຈຂອງເຈົ້າຈະຖືກຕ້ອງ ແລະ ຮອບຄອບຫຼາຍຂຶ້ນ.

2. ປ່ຽນແປງຕົນເອງ ໂດຍຜ່ານການຈົດບັນທຶກ

ລອງເຝິກການຂຽນເລື່ອງລາວທີ່ທ່ານກຳລັງຕັດສິນໃຈລົງໃນປຶ້ມ ເມື່ອທ່ານເຫັນເລື່ອງທັງຫມົດທີ່ຈະເກີດຂຶ້ນ ພະຍາຍາມຂຽນຄໍາຕອບທີ່ເປັນໄປໄດ້. ຫຼັງຈາກນັ້ນ, ພິຈາລະນາວ່າ ອັນໃດເປັນການຕັດສິນໃຈທີ່ດີທີ່ສຸດ?

ເມື່ອທ່ານຂຽນເລື່ອງລາວການຕັດສິນໃຈຂອງຕົນເອງເປັນປະຈຳຈົນກາຍເປັນນິດໄສ ເຮົາ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ຕັດສິນ​ໃຈ​ທີ່​ດີ​ຂຶ້ນ​ ແລະ ໃນທີ່ສຸດມັນຈະກາຍເປັນທັກສະທີ່ຈະເຮັດໃຫ້ເຈົ້າບໍ່ຢ້ານການຕັດສິນໃຈອີກຕໍ່ໄປ.

3. ຢຸດຄວາມຮູ້ສຶກຜິດແທນທີ່ຈະສຸມໃສ່ເປົ້າໝາຍການເຮັດວຽກຂອງທ່ານ.

ເຫດຜົນທີ່ຫຼາຍຄົນກາຍເປັນ People Pleasing Leaders ຍ້ອນອະດີດເຄີຍເຮັດຜິດພາດມາກ່ອນ ແລະ ຈົມປັກຢູ່ກັບອະດີດທີ່ຜິດພາດນັ້ນ.

ຄວາມ​ຜິດ​ພາດ​ໃນ​ອະ​ດີດ​ບໍ່​ມີ​ປະ​ໂຫຍດ​ກັບ​ການ​ເຮັດ​ວຽກ​ໃນ​ປັດ​ຈຸ​ບັນ​. ດັ່ງ​ນັ້ນ​, ຂໍ​ໃຫ້​ຜູ້​ນໍາ​ທຸກ​ຄົນ​ລືມ​ຄວາມ​ຜິດ​ພາດ​ທີ່​ໄດ້​ເກີດ​ຂຶ້ນ​. ຈາກນັ້ນເລີ່ມຕົ້ນໃໝ່ດ້ວຍເປົ້າໝາຍໃໝ່ທີ່ລໍຖ້າເຈົ້າຢູ່. ຖ້າຜູ້ນໍາບໍ່ສາມາດເອົາຊະນະຄວາມຜິດພາດໄດ້ ການຕັດສິນໃຈສໍາລັບເປົ້າໝາຍໃໝ່ຈະບໍ່ສາມາດດຳເນີນໄປໄດ້ ອາດຈະເຮັດໃຫ້ເກີດຄວາມຜິດພາດໃນລັກສະນະດຽວກັນເປັນຄັ້ງທີສອງ.

ອ້າງອີງ:

https://bit.ly/3QeYcAx

https://bit.ly/3pT3C9l

https://bit.ly/3pSbXu7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/