ສຳນັກຂ່າວ Star News Korea ຈາກ ສ.ເກົາຫຼີ ອອກມາຢືນຢັນວ່າ Park Seo-Joon ພະເອກອັນດັບຕົ້ນໆຂອງປະເທດເກົາຫຼີ ທີ່ມີຜົນງານດັງໆອອກມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນ Itaewon class ຫຼື What’s Wrong With Secretary Kim ໄດ້ຕັດສິນໃຈເຂົ້າຮ່ວມສະແດງໃນຮູບເງົາພາກຕໍ່ຂອງ Captain Marvel ຫຼື The Marvels!!!


ໂດຍມີລາຍງານເພີ່ມຕື່ມມາວ່າ ພະເອກໜຸ່ມໄດ້ສຳເລັດຂັ້ນຕອນພິຈາລະນາບົດເປັນທີ່ຮຽບຮ້ອຍແລ້ວ ແລະ ຈະເດີນທາງໄປຖ່າຍທຳທີ່ປະເທດສະຫະລັດ ອາເມຣິກາໃນເຄິ່ງປີຫຼັງ ຂອງປີ 2021 ຫຼັງຈາກຖ່າຍທຳຮູບເງົາເລື່ອງໃໝ່ “Concrete Utopia”ສຳເລັດ.

ເມື່ອມີການຖາມເຖິງຕົ້ນສັງກັດຂອງພະເອກໜຸ່ມ Awesome ENT ກໍຕອບສັ້ນໆວ່າ “ບໍ່ມີຄຳເຫັນ” ແຕ່ເຊື່ອວ່າແຟນໆຂອງໜຸ່ມ Park Seo-Joon ແລະ ຈັກກະວານ Marvel ຕ້ອງຕື່ນເຕັ້ນ ແລະ ລຸ້ນກັນສຸດໆໃນການລໍຖ້າຕິດຕາມຂ່າວຕໍ່ໄປວ່າຈະເປັນແນວໃດ. ຢ່າງໃດກໍຕາມ ຮູບເງົາ The Marvels ມີກຳນົດສາຍໃນວັນທີ 11 ພະຈິກ ປີ 2022.

ຂອບໃຈຂໍ້ມູນຈາກ:
– https://bit.ly/3xkw0D4
– https://bit.ly/3wuJBb4
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/