ເຈົ້າເຄີຍເປັນ ຫຼື ບໍ່?
ຈຳເປັນຕ້ອງຫາໄອເດຍຕ່າງໆເຂົ້າໃນວຽກງານທີ່ເຮັດໃນຍາມກາງເວັນ ແຕ່ເຮັດແນວໃດກໍຄິດບໍ່ອອກ ບໍ່ວ່າຈະໃຊ້ເວລາຄິດໄປດົນປານໃດກໍຍັງຄິດບໍ່ອອກຄືເກົ່າ ຈົນເຮັດໃຫ້ວຽກງານຫຼ້າຊ້າ ແຕ່ເມື່ອຮອດເວລາກາງຄືນແລ້ວມັກມີໄອເດຍສິບອັນພັນຢ່າງຂຶ້ນມາໃນສະໝອງທຸກໆເທື່ອ ເຊິ່ງມີຄວາມເປັນໄປໄດ້ທີ່ເຈົ້າອາດຈະເປັນ “ມະນຸດນົກເຄົ້າ”.
ແລ້ວມະນຸດນົກເຄົ້າແມ່ນມະນຸດແນວໃດ?
ມະນຸດນົກເຄົ້າ ຫຼື ຮຽກອີກຊື່ວ່າ Night Owl ແມ່ນບຸກຄົນທີ່ມັກຈະມີໄຟໃນການເຮັດສິ່ງຕ່າງໆໃນຕອນກາງຄືນ ແລະ ມັກຈະໃຊ້ເວລາເຮັດສິ່ງຕ່າງໆໃນຕອນກາງຄືນໄດ້ດີກວ່າກາງເວັນ ເຊັ່ນ: ຫາໄອເດຍໃໝ່, ເຮັດວຽກ, ແລະ ສ້າງສັນສິ່ງໃໝ່ໆ ເປັນຕົ້ນ.
ໂດຍເຮົາຈະເຫັນຕົວຢ່າງງ່າຍໆໄດ້ຈາກບຸກຄົນທີ່ມີຊື່ສຽງ ເຊັ່ນ: Stephanie Meyer ເຈົ້າຂອງຜົນງານນະວະນິຍາຍ Twilight, William Shakespeare ນັກຂຽນທີ່ມີຜົນງານອັນໂດດເດັ່ນກໍຄືເລື່ອງ Hamlet ແລະ Romeo and Juliet, JK rowling ນັກຂຽນຜູ້ພິກຜັນຊີວິດຕົນເອງໂດຍການເປັນເຈົ້າຂອງຜົນງານນະວະນິຍາຍ Harry Potter ອັນເປັນທີ່ຮືຮາ ແລະ ນິຍົມໃນທົ່ວທຸກມຸມໂລກ ເຊິ່ງຜົນງານຂອງທັງສາມຄົນນີ້ລ້ວນແລ້ວແຕ່ມາຈາກຄວາມຄິດສ້າງສັນໃນເວລາກາງຄືນນັ້ນເອງ

ເຫັນມະນຸດນົກເຄົ້າມີຜົນງານແບບນັ້ນ ແຕ່ຄວາມຈິງແລ້ວ ກຸ່ມຄົນປະເພດນີ້ກໍມີຄວາມທ້າທາຍໃນການໃຊ້ຊີວິດ ແລະ ການເຮັດວຽກເຊັ່ນດຽວກັນ
ໂດຍໃນປັດຈຸບັນທີ່ການເລີ່ມຕົ້ນການເຮັດວຽກໂດຍສ່ວນໃຫຍ່ມັກເລີ່ມຕົ້ນດ້ວຍການເຂົ້າຫ້ອງການ 8 ໂມງເຊົ້າ ຮອດ 4 ໂມງແລງ ອັນເປັນຈຸດທີ່ໄປຈຳກັດການເຮັດວຽກອັນມີປະສິດທິພາບຂອງມະນຸດນົກເຄົ້າທັງຫຼາຍ
ແລ້ວຈະມີວິທີໃດທີ່ຈະເຮັດໃຫ້ມະນຸດນົກເຄົ້າສາມາດດຳລົງຢູ່ຮ່ວມກັບສະພາບແວດລ້ອມທີ່ຕ້ອງຕື່ນເຊົ້າໄດ້?
ອີງຕາມເວັບໄຊ www.simplemost.com ເຫັນວ່າ ມີ 3 ວິທີທີ່ຊ່ວຍໄດ້ ເຊັ່ນ:
1. ກະກຽມໃນຄືນກ່ອນໄປເຮັດວຽກ
ການກະກຽມອຸປະກອນ, ເຄື່ອງໃຊ້ຊີວິດປະຈຳວັນ ລວມທັງເຄື່ອງນຸ່ງໃນຕອນກາງຄືນກ່ອນໄປເຮັດວຽກໃນຕອນເຊົ້າຂອງມື້ຖັດໄປ ຖືວ່າເປັນວິທີໜຶ່ງທີ່ສາມາດຊ່ວຍໃຫ້ມະນຸດນົກເຄົ້າບໍ່ຈຳເປັນຕ້ອງຕື່ນແຕ່ເຊົ້າ ແລະ ປະຢັດເວລາໃນການທີ່ຈະຕ້ອງມາຊອກ ແລະ ເລືອກເຄື່ອງນຸ່ງກ່ອນໄປເຮັດວຽກໄດ້.
2. ການເຮັດ To do list
ເຊິ່ງກໍເພື່ອເຮັດໃຫ້ຮູ້ວ່າ ໃນມື້ຖັດໄປເຮົາຈະເຮັດຫຍັງແນ່ ແລະ ບໍ່ຈຳເປັນຕ້ອງເສຍເວລາຄິດສິ່ງທີ່ຈະຕ້ອງເຮັດໃນຕອນກາງເວັນ (ມີຄວາມເປັນໄປໄດ້ທີ່ອາດຈະລືມໃນສິ່ງທີ່ຈະເຮັດ)

3. ຈັດເວລາໃນການເຮັດວຽກແຕ່ລະຢ່າງ ອີງຕາມຄວາມຍາກງ່າຍຂອງວຽກ
ແນ່ນອນວ່າ ມະນຸດນົກເຄົ້າເປັນມະນຸດທີ່ມັກຈະມີໄຟໃນຕອນກາງຄືນ ແລະ ອາດຈະໝົດໄຟໃນເວລາກາງເວັນ. ສະນັ້ນ, ຖ້າຫາກມີການຈັດລຳດັບວຽກແຕ່ລະຢ່າງໂດຍອີງຕາມຄວາມຍາກ – ງ່າຍ ເຊັ່ນ: ຈັດສັນວຽກທີ່ຕ້ອງການຄວາມຄິດສ້າງສັນມາເຮັດໃນກາງຄືນ ແລະ ຈັດວຽກທີ່ບໍ່ໜັກມາເຮັດໃນກາງເວັນແທນ.
ພຽງເທົ່ານີ້ກໍສາມາດຊ່ວຍລົດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຊີວິດການເຮັດວຽກຂອງມະນຸດນົກເຄົ້າໄດ້ນັ້ນເອງ.
ທີ່ມາ: www.simplemost.com
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/