Mt. Gox ປະກາດການເລີ່ມຊຳລະເງິນຄືນຢ່າງເປັນທາງການ ໃນສະກຸນເງິນ Bitcoin ແລະ Bitcoin Cash


ໃນມື້ນີ້, ບໍລິສັດ Mt. Gox ໄດ້ປະກາດວ່າຈະເລີ່ມຊໍາລະເງິນຄືນໃຫ້ລູກຄ້າຢ່າງເປັນທາງການແລ້ວ. ເຊິ່ງນີ້ຖືເປັນການສິ້ນສຸດຂອງການລໍຖ້າທີ່ຍາວນານເກືອບ 10 ປີສໍາລັບຜູ້ໃຊ້ບາງຄົນທີ່ຕ້ອງການຮັບ cryptocurrency ຂອງຕົນຄືນ.

Mt. Gox ເວັບເທຣດ crypto ທີ່ຍຸຕິກິດຈະການໄປແລ້ວຄັ້ງໜຶ່ງ ເຄີຍເປັນຕະຫຼາດ crypto ອັນດັບ 1 ຂອງໂລກ, ໂດຍໄດ້ດໍາເນີນການທຸລະກຳ bitcoin (BTC) ຫຼາຍກວ່າ 70% ໃນສອງສາມປີທໍາອິດ.

ຫຼັງຈາກນັ້ນ, ເວັບເທຣດແຫ່ງນີ້ກໍໄດ້ລົ້ມລະລາຍລົງ ຫຼັງຈາກຖືກ hacked ໃນຕົ້ນປີ 2014, ສົ່ງຜົນໃຫ້ເວັບເທຣດສູນເສຍ Bitcoin ໄປປະມານ 740,000 BTC.

ຂ່າວກ່ຽວກັບການຊໍາລະຄືນໄດ້ກະຕຸ້ນການເທຂາຍອອກສໍາລັບ Bitcoin ແລະຕະຫຼາດ crypto ໂດຍລວມ, ຫຼັງຈາກ Mt. Gox ປະກາດໃນເດືອນແລ້ວນີ້ວ່າ ພວກເຂົາຕັ້ງໃຈທີ່ຈະເລີ່ມຕົ້ນການຊໍາລະເງິນຄືນໃນເດືອນກໍລະກົດ.

“Mt.Gox ໄດ້ຍ້າຍ Bitcoin ຈຳນວນ 47,228 BTC, ເຊິ່ງເປັນສັນຍານການເລີ່ມຕົ້ນຂອງຂະບວນການຊຳລະໜີ້. ເຊິ່ງນີ້ໄດ້ເຮັດໃຫ້ເກີດຄວາມກັງວົນໃນຕະຫຼາດເນື່ອງຈາກອາດຢ້ານທີ່ຈະເກີດການເທຂາຍຂະໜາດໃຫຍ່ຂຶ້ນ.

ແນວໃດກໍຕາມ, ເຮົາຄວນຈະສັງເກດວ່າເຖິງວ່າຈະມີຄວາມກັງວົນເຫຼົ່ານີ້ເກີດຂຶ້ນໃນບັນດານັກລົງທຶນ ແຕ່ຜົນກະທົບໃນໄລຍະຍາວອາດຈະບໍ່ຮ້າຍແຮງຫຼາຍ. ເນື່ອງຈາກວ່າຕະຫຼາດຄ່ອຍໆ ດູດຊັບແຮງກົດດັນໃນການຂາຍ” Willy Chuang ຜູ້ອໍານວຍການຝ່າຍປະຕິບັດງານຂອງ WOO ກ່າວ.

ທີ່ມາ:

coindesk

theblock

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/