TikTok ໄດ້ປະເຊີນກັບຄວາມກົດດັນທີ່ເພີ່ມຂຶ້ນໃນສະຫະລັດຈາກສະພາ ແລະ ສະພານິຕິບັນຍັດຂອງລັດໃນຫຼາຍເດືອນທີ່ຜ່ານມາ. ຫຼ້າສຸດ Greg Gianforte ຜູ້ວ່າການລັດ Montana ໄດ້ລົງນາມໃນກົດໝາຍຢ່າງເປັນທາງການ ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2024.
ກົດໝາຍແບນແອັບ TikTok ໃນ Montana ໄດ້ຖືກຮ່າງຂຶ້ນເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຊາວ Montana ແລະ ສະກັດກັ້ນບໍ່ໃຫ້ລັດຖະບານຈີນເຂົ້າເຖິງ ແລະ ໃຊ້ຂໍ້ມູນສ່ວນຕົວໃນທາງທີ່ຜິດ.

ກົດໝາຍໃໝ່ຂອງ Montana ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນໃນປີໜ້າ, ByteDance ບໍລິສັດແມ່ຂອງແອັບ TikTok ຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບໃດໆໃນ Montana, ຫາກຝ່າຝືນຈະຖືກປັບໃໝເປັນຈຳນວນ 10.000 ໂດລາຕໍ່ມື້ ຕໍ່ຄັ້ງໃນການລະເມີດ. ລວມໄປເຖິງເຈົ້າຂອງຮ້ານຄ້າທີ່ໃຫ້ດາວໂຫຼດແອັບພິເຄຊັນຄື: Apple ແລະ Google ຫາກຍັງອະນຸຍາດໃຫ້ມີການດາວໂຫຼດແອັບກໍຈະຖືກປັບໃໝເຊັ່ນກັນ. ຢ່າງໃດກໍຕາມ, ຜູ້ໃຊ້ປົກກະຕິຈະບໍ່ຖືກປັບໃໝ.

ນອກຈາກນີ້, Gianforte ຍັງຫ້າມບໍ່ໃຫ້ໃຊ້ແອັບພິເຄຊັນ Social media ທັງໝົດທີ່ລວບລວມ ແລະ ໃຫ້ຂໍ້ມູນສ່ວນຕົວກັບກັບຝ່າຍກົງກັນຂ້າມໃນອຸປະກອນທີ່ລັດຖະບານອອກໃຫ້. ໂດຍໃນບັນແອັບທີ່ເຂົາໄດ້ລະບຸໄວ້ມີ WeChat ເຊິ່ງມີບໍລິສັດແມ່ທີ່ເປັນສໍານັກງານໃຫຍ່ຢູ່ໃນປະເທດຈີນ ແລະ Telegram Messenger ເຊິ່ງຖືກສ້າງຂຶ້ນມາໃນຣັດເຊຍ.
ຢ່າງໃດກໍຕາມ, ໄດ້ມີການຄາດການວ່າບໍລິສັດ ByteDance ໄດ້ກະກຽມຫຼັກຖານ ແລະ ຈະຍື່ນໄປຍັງສານອຸທອນຂອງສະຫະລັດ ເພື່ອເລື່ອນການບັງຄັບໃຊ້ກົດໝາຍສະບັບນີ້ອອກໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/