ຫຼາຍຄົນໃຫ້ຄວາມສຳຄັນກັບຄວາມຮູ້ ແລະ ກົນລະຍຸດໃນການລົງທຶນຫຼາຍກວ່າ Mindset, ເພາະພວກເຂົາມີຄວາມຄິດທີ່ວ່າ Mindset ບໍ່ໄດ້ຊ່ວຍໃຫ້ພວກເຂົາເຮັດກຳໄລໄດ້ຈາກການລົງທຶນ ແລະ ຍັງເປັນການເສຍເວລາ. ການທີ່ເຮົາມີຄວາມຮູ້ທີ່ພຽງພໍໃນການລົງທຶນກໍເປັນສິ່ງທີ່ດີ ແຕ່ກໍຕ້ອງຄວບຄູ່ໄປກັບການມີ Mindset ທີ່ດີໃນການລົງທຶນນຳ.
Mindset ໃນການລົງທຶນແມ່ນຫຍັງ?
Mindset ໃນການລົງທຶນແມ່ນການກັ່ນຕອງຄວາມຄິດໃນຫົວເພື່ອໃຊ້ວາງແຜນທຸກຢ່າງກ່ອນທີ່ເຮົາຈະລົງທຶນ, ເຊິ່ງໃນຄວາມຄິດທີ່ກັ່ນຕອງມາແລ້ວນັ້ນກໍຄວນຈະສອດຄ່ອງກັບເປົ້າໝາຍໃນການລົງທຶນຂອງເຮົາເຊັ່ນ:
- ຖ້າການເປົ້າໝາຍການລົງທຶນຂອງເຮົາຄື ການລົງທຶນໃນໄລຍະຍາວ ເຮົາກໍຕ້ອງຊອກຫາຮຸ້ນທີ່ມີພື້ນຖານທີ່ດີ ແລະ ຮຸ້ນຍັງມີມູນຄ່າຕໍ່າກວ່າມູນຄ່າດັ້ງເດີມຂອງມັນ, ເຖິງແມ່ນວ່າຮຸ້ນຈະຫຼຸດລົງມາບາງຄັ້ງຄາວ ເຮົາກໍບໍ່ຄວນຕົກໃຈ ຢ່າລືມວ່າເປົ້າໝາຍຂອງເຮົາຄືການລົງທຶນໄລຍະຍາວ.
- ຖ້າເປົ້າໝາຍຂອງເຮົາຄືການເກັງກຳໄລໄລຍະສັ້ນ ເຮົາກໍອາດຈະຕ້ອງຫາຮຸ້ນທີ່ມີກຣາຟດີ ແລະ ມີສັນຍານການແຈ້ງເຕືອນໃນການຊື້ ຫຼື ມີກະແສຕອບຮັບທີ່ດີໃນເວລານັ້ນ.
Mindset ສຳລັບການລົງທຶນທີ່ນັກລົງທຶນທຸກຄົນຕ້ອງມີ.
ບໍ່ວ່າຈະເປັນສິນຊັບປະເພດໃດ, Mindset ໃນການລົງທຶນແມ່ນມີຄວາມສໍາຄັນຫຼາຍ. ຖ້າພວກເຮົາຕ້ອງການລົງທຶນຢ່າງມີກໍາໄລ ແລະ ມີປະສິດທິພາບ ມື້ນີ້ເຮົາມາເບິ່ງວ່າແນວຄິດການລົງທຶນແນວໃດທີ່ຖືກຕ້ອງ. ອີງຕາມປຶ້ມຂອງ Mark Minervini ນັກລົງທຶນທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ເຊິ່ງຄໍາແນະຈາກປຶ້ມເຫຼົ້ມນີ້ຈະຊ່ວຍເປັນແນວທາງສຳລັບການລົງທຶນໃຫ້ທ່ານໄດ້.
- ເລີ່ມລົງທຶນຈາກຈຳນວນນ້ອຍກ່ອນ (You Can Start Small)
ຫຼາຍຄົນຮູ້ສຶກຢ້ານໃນການລົງທຶນ, ຍ້ອນມີຄວາມຄິດທີ່ວ່າ ການລົງທຶນຈຳເປັນຕ້ອງມີເງິນຫຼາຍ ຈຶ່ງຈະສາມາດເລີ່ມລົງທຶນໄດ້. ເຮັດໃຫ້ຫຼາຍໆຄົນໃຊ້ເວລາເພື່ອເກັບເລັກເກັບນ້ອຍໄປເລື້ອຍໆຈົນກວ່າຈະມີເງິນກ້ອນໃຫຍ່ ເລີຍເຮັດໃຫ້ບໍ່ໄດ້ລົງທຶນຈັກເທື່ອ, ເຖິງແມ່ນວ່ານັກລົງທຶນທີ່ມີເງິນທຶນຫຼາຍ ຈະມີທາງເລືອກໃນການລົງທຶນຫຼາຍຂຶ້ນ ແລະ ການກະຈາຍຄວາມສ່ຽງໃນສິນຊັບທີ່ຫຼາຍກວ່າ ແຕ່ເຮົາສາມາດລົງທຶນເງິນນ້ອຍໆກ່ອນ ຫຼື ຄ່ອຍໆລົງທຶນເທື່ອລະໜ້ອຍ ການລົງທຶນປະເພດນີ້ຍັງມີປະໂຫຍດໃນການຈໍາກັດຄວາມສ່ຽງຕໍ່ການລົງທຶນ. ເມື່ອຕະຫຼາດມີການປ່ຽນແປງໂດຍບໍ່ຄາດຄິດ ຄວາມເສຍຫາຍແມ່ນຍັງຢູ່ພາຍໃຕ້ການຄວບຄຸມ ແລະ ບໍ່ມີຜົນກະທົບຕໍ່ຊີວິດທັງໝົດ. ເມື່ອໃດທີ່ພວກເຮົາມີປະສົບການຫຼາຍໃນການລົງທຶນ ກໍຄ່ອຍໆເພີ່ມເງິນລົງທຶນໃຫ້ຫຼາຍຂື້ນຕາມຄວາມໝັ້ນໃຈຂອງເຮົາເອງກໍຍັງບໍ່ສວາຍ.
- ເດົາຖືກ ຫຼື ເຮັດກຳໄລ (Do You Want to Be Right or Make Money?)
ໜຶ່ງໃນ Mindset ຂອງນັກລົງທຶນທີ່ມັກໄດ້ຍິນຢູ່ເລື້ອຍໆກໍຄືການຄາດເດົາສະຖານະການຕະຫຼາດໃນອະນາຄົດ, ການທີ່ເຮົາລົງທຶນຫຍັງກໍຫວັງວ່າໃນອະນາຄົດມູນຄ່າມັນຈະເພີ່ມຂຶ້ນ ແລະ ສ້າງຜົນຕອບແທນໃຫ້ເຮົາໄດ້.
ດັ່ງນັ້ນ, ນັກລົງທຶນໜ້າໃໝ່ຈຶ່ງຄາດຫວັງທີ່ອ່ານອະນາຄົດໃຫ້ອອກ, ການຄາດການເກັ່ງໆຈຶ່ງຈະສາມາດໄດ້ຮັບຜົນຕອບແທນໃນການລົງທຶນ.
ແຕ່ໃນຄວາມເປັນຈິງແລ້ວ ການລົງທຶນທີ່ມີປະສິດທິພາບກໍຄືການທີ່ເຮົາພະຍາຍາມເຮັດກຳໄລໃຫ້ໄດ້ຫຼາຍທີ່ສຸດ ເມື່ອເຮົາຄາດການຖືກຕ້ອງ ແລະ ຈຳກັດຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ, ເມື່ອເຮົາຄາດການຜິດ ບໍ່ຕ້ອງເດົາໃຫ້ຖືກກໍໄດ້ ແຕ່ຕ້ອງຮູ້ຈັກບໍລິຫານເງິນໃຫ້ເປັນ.
- ບໍ່ມີໃຜສາມາດເຮັດແທນເຮົາໄດ້ (No One Is Going to Do It for You)
ບໍ່ວ່າພວກເຮົາຮຽນຮູ້ຈາກຜູ້ຊ່ຽວຊານຫຼາຍປານໃດ, ປະຕິບັດຕາມທິດສະດີຫຼາຍປານໃດ, ອ່ານປຶ້ມຫຼາຍປານໃດ ເຮົາກໍບໍ່ສາມາດເປັນນັກລົງທຶນໄດ້. ການລົງທຶນແມ່ນເລື່ອງສ່ວນບຸກຄົນ, ລວມທັງຄວາມມັກ, ກົນລະຍຸດ, ຄວາມຖະໜັດ ແລະ ເວລາທີ່ມີໃຫ້ໃນການໃຊ້ລົງທຶນ. ດັ່ງນັ້ນ, ຜົນການລົງທຶນຂອງແຕ່ລະຄົນຈຶ່ງບໍ່ຄືກັນ. ຕົວເຮົາເອງຈຶ່ງແມ່ນຕົວແປທີ່ສໍາຄັນທີ່ສຸດໃນການລົງທຶນ.
- ຈະເປັນນັກເທຣດ ຫຼື ນັກລົງທຶນ (Trader or Investor)
ເຖິງແມ່ນວ່າປຶ້ມຕ່າງໆຈະແນະນໍາໃຫ້ພວກເຮົາຕັດສິນໃຈເລືອກແນວທາງກ່ອນທີ່ຈະລົງທຶນ. ແຕ່ຄວາມຈິງແລ້ວ, ນັກລົງທຶນໜ້າໃໝ່ສາມາດສຶກສາການລົງທຶນທຸກປະເພດ, ທຸກຮູບແບບ, ບໍ່ວ່າຈະເປັນການເກັງກໍາໄລໄລຍະສັ້ນ ຫຼື ການລົງທຶນໄລຍະຍາວ. ການລອງຜິດລອງຖືກໃນຕະຫຼາດດ້ວຍເງິນຈໍານວນໜ້ອຍ ແລະ ເມື່ອໃດທີ່ເຮົາມີປະສົບການຫຼາຍຂຶ້ນ, ເຮົາຈະເຂົ້າໃຈຕົນເອງຫຼາຍຂຶ້ນວ່າເຮົາເໝາະສົມກັບການລົງທຶນປະເພດໃດ. ແລ້ວຈຶ່ງຄ່ອຍມາສຸມໃສ່ໃນແນວທາງນັ້ນ, ເພາະເສັ້ນທາງການລົງທຶນກວ້າງເກີນໄປທີ່ໃຜໆຈະກໍານົດເສັ້ນທາງໃຫ້ເຮົາໄດ້ຕັ້ງແຕ່ທຳອິດ.
- ການລົງທຶນແມ່ນການເຮັດທຸລະກິດ (Trading Is a Business)
ການລົງທຶນບໍ່ແຕກຕ່າງຫຍັງຈາກການເຮັດທຸລະກິດ ບໍ່ແມ່ນວ່າພຽງແຕ່ມີເງິນເອົາຊື້ໆຂາຍໆກໍຈະໄດ້ຮັບຄວາມສໍາເລັດໄດ້. ແຕ່ພວກເຮົາຕ້ອງອີງໃສ່ການວາງແຜນ, ການກຽມພ້ອມທັງຕົວ ແລະ ຈິດໃຈ, ການກະກຽມທຶນ, ການບໍລິຫານຄວາມສ່ຽງ, ມີແຜນສໍາຮອງຢູ່ສະເໝີ ແລະ ມີກົນລະຍຸດຄືກັນກັບການເຮັດທຸລະກິດເລີຍ. ຖ້າທ່ານຕ້ອງການເປັນນັກລົງທຶນເຕັມຮູບແບບ ຈະຕ້ອງມີຫ້ອງເຮັດວຽກ, ຄອມພິວເຕີ, ອິນເຕີເນັດ ແລະອື່ນໆ ທີ່ໃຊ້ໃນການລົງທຶນ.
ດັ່ງນັ້ນ ເວລາທີ່ຈະເລີ່ມຕົ້ນການລົງທຶນ ໃຫ້ພວກເຮົາມີແນວຄວາມຄິດຄືກັບການເປີດບໍລິສັດ. ໃຜຢາກມີຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໄດ້ແບບໝັ້ນຄົງໃນໄລຍະຍາວ, ບໍ່ແມ່ນເປີດມາແລ້ວຈະປະສົບຜົນສໍາເລັດ ແລະ ລວຍໄວໃນໄລຍະສັ້ນແລ້ວປິດບໍລິສັດໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/