Mike McGlone ນັກຍຸດທະສາດມະຫາພາກອາວຸໂສຂອງ Bloomberg Intelligence ໄດ້ອອກມາກ່າວວ່າ ລາຄາຂອງ Bitcoin (BTC) ນັ້ນອາດກຽມທີ່ຈະຫຼຸດລົງໄປເຖິງ 60%.
Mike McGlone ໄດ້ຊີ້ໃຫ້ເຫັນວ່າໃນຕອນນີ້ສະພາບຄ່ອງຂອງ Bitcoin ຍັງຄົງຢູ່ໃນເຊີງລົບ, ລວມເຖິງບັນຫາເສດຖະກິດທົ່ວໂລກທີ່ສ່ຽງຕໍ່ພາວະຖົດຖອຍ ແລະ ເຊື່ອວ່າສະຫະລັດຈະບໍ່ທົນຕໍ່ສະພາວະເສດຖະກິດຖົດຖອຍຈົນຮອດສິ້ນປີນີ້. McGlone ຍັງໄດ້ຕັ້ງຂໍ້ສັງເກດອີກວ່າ ເຖິງວ່າແນວຕ້ານທີ່ສຳຄັນຂອງ Bitcoin ຍັງຄົງຢູ່ທີ່ລະດັບ 30,000 ໂດລາ ແຕ່ມັນກໍມີຄວາມເປັນໄປໄດ້ທີ່ຈະຫຼຸດລົງໄປແຕະລະດັບ 10,000 ໂດລາຈາກເຫດການສະພາວະເສດຖະກິດທົດຖອຍທີ່ເກີດຂຶ້ນ

McGlone ຍັງກ່າວອີກວ່າ ແຮງກົດດັນຈາກການສູນເສຍຂອງຕະຫຼາດຫຼັກຊັບທີ່ເປັນຜົນມາຈາກການຖົດຖອຍຂອງເສດຖະກິດ ຈະເຮັດໃຫ້ອຸດສາຫະກໍາ crypto ຕ້ອງປະເຊີນກັບຄວາມສ່ຽງທີ່ກຳລັງຈະມາເຖິງໃນໄວໆນີ້.
“ຄວາມອ່ອນແອຂອງ Crypto ໃນ Q3 ອາດຈະເປັນຍ້ອນການຖົດຖອຍຂອງເສດຖະກິດໃນທົ່ວໂລກ. ເນື່ອງຈາກວ່າສິນຊັບທີ່ມີຄວາມສ່ຽງເກືອບທັງໝົດໄດ້ຫຼຸດລົງຢ່າງຫຼວງຫຼາຍໃນປີນີ້, ເຊິ່ງມີປັດໃຈສໍາຄັນທີ່ມາຈາກທະນາຄານກາງທີ່ຕ້ອງການຕອບສະໜອງຕໍ່ສະຖານະການເສດຖະກິດທີ່ຖົດຖອຍໃນສະຫະລັດ ແລະ ຢູໂຣບ, ລວມທັງກັບວິກິດການອະສັງຫາລິມະສັບໃນປະເທດຈີນ ເຊິ່ງມັນຈະສົ່ງຜົນເຮັດໃຫ້ເກີດການຂາດດຸນ
ແລະດ້ວຍປະສິດທິພາບຕໍ່າລົງຂອງ Bloomberg Galaxy Crypto Index (BGCI) ອາດຈະສະທ້ອນເຖິງການປ່ຽນແປງຂອງປະເພດຊັບສິນທີ່ບໍ່ມີຄວາມສ່ຽງ ບໍ່ວ່າຈະເປັນອັດຕາຜົນຕອບແທນຂອງພັນທະບັດຂອງສະຫະລັດ ທີ່ເພີ່ມຂຶ້ນຢ່າງໄວວາ, ລວມທັງລາຄານ້ຳມັນດິບທີ່ສູງສຸດນັບແຕ່ເດືອນກໍລະກົດປີ 2008 ເປັນຕົ້ນມາ. ຢ່າງໃດກໍຕາມ, ລາຄາຂອງ Bitcoin ອາດຈະຫຼຸດລົງເປັນຜົນມາຈາກການປັບອັດຕາດອກເບ້ຍຂຶ້ນຂອງ Federal Reserve, ເຊິ່ງເປັນຕົວບົ່ງຊີ້ໃຫ້ເຫັນເຖິງລັກສະນະຂອງຫຼຽນໄດ້ເປັນຢ່າງດີ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/