ຫຼາຍຄົນຄົງຈະເຄີຍເຫັນຜ່ານໂຊຊຽວມີເດຍມາແດ່ແລ້ວໄລຍະນີ້ທີ່ບາງຄົນອອກມາບອກວ່າຕົນເອງເປັນ INFP, INFJ, ENTP, ESFJ ແລ້ວເຄີຍສົງໄສບໍ່ວ່າຕົວອັກສອນລຽງກັນ 4 ຕົວນີ້ແມ່ນຫຍັງ ແລະ ໃຊ້ສື່ຄວາມໝາຍແນວໃດ?
MBTI ຫຼື Myers-Briggs Type Indicator ແມ່ນແບບທົດສອບບຸກຄະລິກກະພາບທີ່ບົ່ງບອກຄວາມຖະໜັດ ແລະ ທ່າອ່ຽງຂອງຄົນເຮົາຕາມທິດສະດີທາງຈິດຕະວິທະຍາທີ່ສາມາດປະເມີນໄດ້ດ້ວຍຕົນເອງໂດຍມຸ່ງເນັ້ນໃຫ້ເກີດຄວາມເຂົ້າໃຈຕົນເອງ ແລະ ຜູ້ອື່ນ ເຊິ່ງບຸກຄະລິກໂດຍທົ່ວໄປຈະມີທັງໝົດ 16 ປະເພດເຊັ່ນ: INFP, INFJ, ENTP, ESFJ ເປັັນຕົ້ນ ແລະ ເຮົາສາມາດແບ່ງຍ່ອຍຕົວອັກສອນເປັນ 4 ຕົວວັດດັ່ງນີ້:

- ຄວາມຖະໜັດດ້ານການຮັບພະລັງງານ: Extroverts (E) ຫຼື Introverts (I)
- E = extroverts ກຸ່ມຄົນທີ່ມີຄວາມຄິດອອກສູ່ພາຍນອກມີທ່າອ່ຽງວ່າຈະເກັ່ງໃນການເຂົ້າສັງຄົມ.
- I = introverts ກຸ່ມຄົນທີ່ມີຄວາມຄິດເຂົ້າສູ່ພາຍໃນມີທ່າອ່ຽງວ່າຈະມັກເກັບຕົວເພື່ອຄິດເລື່ອງຕ່າງໆໃນຫົວ.
ຄູ່ນີ້ຈະຕ່າງກັນເລື່ອງການຮັບພະລັງງານໂດຍຄົນທີ່ເປັນ E ຈະໄດ້ຮັບພະລັງງານຈາກສິ່ງຮອບຕົວພາຍນອກຫຼາຍກວ່າພາຍໃນ ເຊິ່ງສະແດງອອກໃນການໄດ້ລົງມືເຮັດ, ສຳຜັດ ຫຼື ການເຂົ້າສັງຄົມນັ້ນເອງ. ສ່ວນຄົນທີ່ເປັນ I ນັ້ນຈະໄດ້ຮັບພະລັງງານຈາກພາຍໃນສະແດງອອກໃນການໄດ້ຄິດທົບທວນຕົນເອງ, ໄດ້ເວົ້າກັບຄົນສະໜິດບາງຄົນ, ໄດ້ໃຊ້ເວລາສ່ວນຕົວ.
- ຄວາມຖະໜັດດ້ານການຮັບຂໍ້ມູນ : Sensing (S) ຫຼື intuition (N)
- S = Sensing ກຸ່ມຄົນທີ່ຮັບຂໍ້ມູນດ້ວຍປະສາດສຳຜັດທັງ 5 ແລະ ຜ່ານຂໍ້ເທັດຈິງເຮັດໃຫ້ມັກຢູ່ກັບຄວາມເປັນຈິງປັດຈຸບັນ, ເກັ່ງເລື່ອງລາຍລະອຽດມັກປະຕິບັດຫຼາຍກວ່າຄິດ ແລະ ສົນໃຈໃນສິ່ງທີ່ຈັບຕ້ອງໄດ້.
- N = intuition ກຸ່ມຄົນທີ່ຮັບຂໍ້ມູນມາຕໍ່ຍອດຜ່ານຈິນຕະນາການໃນຫົວ, ບໍ່ໄດ້ພຽງແຕ່ຮັບຂໍ້ມູນມາໂດຍກົງແຕ່ຈະນຳໄປຕີຄວາມເບື້ອງເລິກ ມັກຄິດເຖິງຄວາມເປັນໄປໄດ້ຕ່າງໆ ຫຼື ອະນາຄົດ, ມັກແນມພາບລວມບໍ່ຄ່ອຍຢູ່ກັບປັດຈຸບັນ ຫຼື ຄວາມເປັນຈິງເທົ່າໃດ.

- ຄວາມຖະໜັດດ້ານການຕັດສິນໃຈ : Thinking (T) ຫຼື Feeling (F)
- T = Thinking ກຸ່ມຄົນທີ່ຕັດສິນໃຈດ້ວຍເຫດຜົນເປັນຫຼັກ, ມີຫຼັກການວິເຄາະ, ມັກວິຈານ ຫຼື ເວົ້າກົງໆ, ໃຫ້ຄ່າກັບຄວາມຈິງຫຼາຍກວ່າຄຸນຄ່າໃດໜຶ່ງ ແລະ ບໍ່ຄ່ອຍໃຊ້ອາລົມມາກ່ຽວກັບການຕັດສິນໃຈ.
- F = Feeling ກຸ່ມຄົນທີ່ຕັດສິນໃຈດ້ວຍຄຸນຄ່າ ຫຼື ຄວາມຮູ້ສຶກເປັນຫຼັກ, ມັກໃຫ້ຄ່າກັບຄຸນຄ່າໃດໜຶ່ງ ຫຼື ຄວາມສຳພັນຫຼາຍກວ່າເຫດຜົນ ຫຼື ຄວາມຈິງ, ໃຫ້ຄວາມສົນໃຈແກ່ຄວາມຮູ້ສຶກຜູ້ອື່ນຈຶ່ງມີທ່າອ່ຽງວ່າຈະເຂົ້າໃຈຄວາມຮູ້ສຶກຜູ້ອື່ນ, ອ່ອນໄຫວງ່າຍ ແລະ ມັກຄວາມປອງດອງ.
- ຄວາມຖະໜັດດ້ານການໃຊ້ຊີວິດ : Judging (J) ຫຼື Perceiving (P)
- J = Judging ກຸ່ມຄົນທີ່ມັກຄວາມຊັດເຈນ, ມັກຕັດສິນໃຈໄວບໍ່ມັກໃຫ້ຄ້າງຄາ ຫຼື ຍືດເຍື້ອເລີຍມີທ່າອ່ຽງວ່າພວກເຂົາຈະມັກວາງແຜນ ຫຼື ຈັດລະບຽບເວລາຊີວິດ.
- P = Perceiving ກຸ່ມຄົນທີ່ມັກຄວາມຢືດຢຸ່ນ ຫຼື ບໍ່ມັກຕັດສິນໃຈຖ້າບໍ່ຈຳເປັນ, ມັກຮຽນຮູ້ໄປເລື້ອຍໆຍິ່ງມີຕົວເລືອກຫຼາຍຍິ່ງດີ, ສາມາດປັບຕົວຕາມສະຖານະການຈຶ່ງມີທ່າອ່ຽງວ່າຈະບໍ່ມັກຢູ່ໃນລະບຽບແບບແຜນເທົ່າໃດ.

(ໂດຍປົກກະຕິແລ້ວການວັດ MBTI ຈະບໍ່ໄດ້ວັດຈາກຕົວອັກສອນແຕ່ຈະເບິ່ງຈາກກົນໄກໃນສະໝອງທີ່ເອີ້ນວ່າ Cognitive Function ຂອງ Carl Jung ສ່ວນຕົວອັກສອນແມ່ນໃສ່ປຽບເໝືອນລະຫັດໃນເບື້ອງຕົ້ນເຊິ່ງເຮົາສາມາດສຶກສາຄົ້ນຄວ້າສາດນີ້ຢ່າງລົງເລິກໄດ້ໂດຍຫາເບິ່ງເພີ່ມເຕີມໃນສື່ອອນລາຍອື່ນໆ)
ຄວາມໜ້າສົນໃຈຂອງແບບທົດສອບ MBTI ກໍຄືມັນສາມາດຊ່ວຍໃຫ້ເຮົາເຂົ້າໃຈຕົນເອງລະອຽດຂຶ້ນ, ເຂົ້າໃຈຄວາມຖະໜັດ, ຈຸດແຂງຈຸດອ່ອນທີ່ອາດນຳໄປພັດທະນາ ແລະ ແກ້ໄຂໃນອະນາຄົດພ້ອມເພີ່ມທາງເລືອກໃນການຄົ້ນຫາອາຊີບທີ່ເໝາະສົມກັບບຸກຄະລິກຂອງເຮົາ.
ເຖິງຢ່າງໃດກໍຕາມ MBTI ກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໂດຍສະເພາະໃນໄວໜຸ່ມໃນເກົາຫຼີໃຕ້ທີ່ໃຊ້ຜົນ MBTI ໃນການເລືອກຄົນທີ່ຈະອອກເດດນຳ ສາເຫດກໍຍ້ອນວ່າການແຊຣ໌ປະເພດ MBTI ຂອງກັນ ແລະ ກັນເຮັດໃຫ້ພວກເຂົາໄດ້ຫາຄົນທີ່ມັກ, ເໝາະສົມໃນເວລາທີ່ວ່ອງໄວຍິ່ງຂຶ້ນໂດຍບໍ່ຈຳເປັນຕ້ອງໃຊ້ເວລາຮຽນຮູ້ກັນດົນ.
ນອກຈາກເລື່ອງຄວາມຮັກແລ້ວ MBTI ຍັງຖືເປັນສິ່ງໜຶ່ງທີ່ບໍລິສັດໃຫຍ່ຫຼາຍປະເທດໃຫ້ຄວາມສຳຄັນໃນການຄັດເລືອກຜູ້ສະໝັກງານອີກດ້ວຍ.
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/