ໃນໄລຍະສອງສາມປີຜ່ານມາ ອຸດສາຫະກໍາ crypto ໄດ້ມີການເຕີບໂຕຢ່າງກ້າວກະໂດດ, ຄວາມນິຍົມ ແລະ ມູນຄ່າຕະຫຼາດທີ່ເພີ່ມຂຶ້ນຂອງມັນໄດ້ດຶງດູດບໍລິສັດໃຫຍ່ຫຼາຍເເຫ່ງ ໂດຍໜຶ່ງໃນນັ້ນກໍຄື Mastercard ບໍລິສັດຍັກໃຫຍ່ດ້ານການຊຳລະເງິນ.
Mike Kondoudis ທະນາຍຄວາມດ້ານສິດທິບັດ ໄດ້ພົບເຫັນເເອັບພິເຄຊັນທີ່ສະແດງໃຫ້ເຫັນວ່າ Mastercard ວາງແຜນທີ່ຈະພັດທະນາຊອບແວທີ່ອຳນວຍຄວາມສະດວກໃນການເຮັດທຸລະກຳ cryptocurrencies ແລະ blockchain. ດ້ວຍວິທີນີ້, ບໍລິສັດມີເປົ້າໝາຍເພື່ອສ້າງເຄືອຂ່າຍທີ່ເຊື່ອມຕໍ່ຜູ້ໃຫ້ບໍລິການຊັບສິນ virtual ຕ່າງໆເຂົ້ານຳກັນ, ເຮັດໃຫ້ການເຮັດທຸລະກໍາ crypto ນັ້ນເປັນໄປດ້ວຍດີ.

Mastercard ວາງເເຜນທີ່ຈະພັດທະນາຊອບເເວ API ທີ່ສາມາດດາວໂຫຼດໄດ້ ເຊິ່ງໄດ້ຖືກອອກເເບບມາເພື່ອຢືນຢັນການເຮັດທຸລະກໍາພາຍໃນເຄືອຂ່າຍ blockchain ແລະ ເຮັດໃຫ້ການຈັດການ ຫຼື ການຊື້ຂາຍ Crypto ເຮັດໄດ້ງ່າຍຂຶ້ນ.
ນອກຈາກນີ້, ຊອບແວ API ຍັງຊ່ວຍອໍານວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງຜູ້ໃຫ້ບໍລິການຊັບສິນ virtual [VASPs] ສຳລັບການເຮັດທຸລະກໍາ crypto.
ອີງຕາມໂພສໃນ twitter , Mastercard ຍື່ນຄໍາຮ້ອງຂໍເຄື່ອງໝາຍການຄ້າທີ່ກ່ຽວຂ້ອງກັບ cryptocurrency ໃນວັນທີ 12 ເດືອນມິຖຸນາ ປີ 2023 ຍື່ນຕໍ່ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າຂອງສະຫະລັດອາເມຣິກາ [USPTO] ພາຍໃຕ້ໝາຍເລກ serial 98038563. ເເອັບພິເຄຊັນໄດ້ກວມເອົາສາມ international classes [IC] ເຊິ່ງເປັນຕົວແທນຂອງປະເພດສິນຄ້າ ແລະ ການບໍລິການປະເພດຕ່າງໆທີ່ກ່ຽວຂ້ອງກັບການຍື່ນ: 009, 036 ແລະ 042.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/