Louis Van Gaal ອະດີດຄູຝຶກຂອງ Manchester United ທີ່ປັດຈຸບັນຮັບໜ້າທີ່ຄຸມທີມຊາດ ເນເທີແລນ (Netherlands) ແລະ ສາມາດພາທີມຊາດເຂົ້າໄປຫຼິ້ນບານໂລກຮອບ 32 ທີມສຸດທ້າຍໄດ້ ທີ່ຈະຈັດຂຶ້ນໃນປາຍປີນີ້ ທີ່ປະເທດ ກາຕ້າ (Qatar). ຫຼ້າສຸດລາວໄດ້ອອກມາເວົ້າໃຫ້ FIFA ຢ່າງໜັກວ່າເປັນຄົນໜ້າເງິນ ແລະ ມັກອ້າງເຫດຜົນຕ່າງໆນານາໄປແບບໄຮ້ສາລະ.
ໂດຍໃນການຖະແຫຼງຂ່າວກ່ອນທີ່ທີມຊາດເນເທີແລນ ຈະຫຼິ້ນເກມກະຊັບມິດກັບທີມຊາດ ເດັນມາກ ແລະ ເຢຍລະມັນ ລາວໃຫ້ສຳພາດວ່າ: “ຂ້ອຍເຄີຍເວົ້າກ່ຽວກັບເລື່ອງນີ້ໄປແລ້ວ ວ່າການໄປຈັດບານໂລກທີ່ປະເທດກາຕ້າຫັ້ນມັນບ້າໄປແລ້ວ, FIFA ບອກວ່າແນວໃດເກາະ? ວ່າຊິໄປພັດທະນາກິລາບານເຕະຢູ່ຫັ້ນ ຊິພັດທະນາໃນພື້ນທີ່ນັ້ນໃຫ້ມັນດີຂຶ້ນຫັ້ນຫວາ ທັງໝົດນີ້ມັນເປັນເລື່ອງທີ່ໄຮ້ສາລະຫຼາຍ.

ແຕ່ຢ່າມັນເທາະ ເພາະເລື່ອງທີ່ສຳຄັນທີ່ສຸດແມ່ນ ເງິນ ແລະ ຜົນປະໂຫຍດ ທີ່ FIFA ຈະໄດ້ຈາກກາຕ້ານັ້ນລະ ແມ່ນເຫດຜົນທີ່ບານໂລກຈະຈັດຢູ່ກາຕ້ານະ. ພວກເຈົ້າຮູ້ບໍ່ວ່າເປັນຫຍັງຂ້ອຍຄືບໍ່ໄດ້ເຂົ້າໄປຢູ່ໃນອົງກອນ FIFA? ກໍຍ້ອນວ່າຂ້ອຍເປັນຄົນເວົ້າກົງໆ ແນວໃດຜິດກໍວ່າໄປຕາມຜິດ ແລະ ປາຍປີນີ້ຂ້ອຍອາດຈະໄປເວົ້າບັນຫານີ້ຢູ່ກາຕ້າເລີຍກໍໄດ້, ບັນຫາເລື່ອງເງິນເລື່ອງຜົນປະໂຫຍດມັນແກ້ອອກຈາກໂລກນີ້ບໍ່ໄດ້ຈັກເທື່ອດອກ”.

ໂດຍການຈັດການແຂ່ງຂັນບານໂລກທີ່ປະເທດ ກາຕ້າຄັ້ງນີ້ໄດ້ຮັບສຽງວິພາກວິຈານເປັນຈຳນວນຫຼາຍຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນເລື່ອງສະພາບອາກາດທີ່ຮ້ອນເກີນໄປ ຈົນຕ້ອງເລື່ອນມາເຕະປາຍປີທີ່ເປັນລະດູໜາວ ຈາກທີ່ແຕ່ລະເທື່ອແມ່ນເຕະໃນເດືອນ 6 ເດືອນ 7. ນອກຈາກນີ້ ຍັງມີເລື່ອງຄົນເຮັດວຽກກໍ່ສ້າງສະໜາມແຂ່ງຂັນ ທີ່ເສຍຊີວິດເປັນຈຳນວນຫຼາຍຈາກສະພາບອາກາດ ແລະ ການດູແລຈາກນາຍຈ້າງທີ່ບໍ່ເໝາະສົມ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/